spot_img
Homeຂ່າວພາຍ​ໃນຕຳຫຼວດຈະລາຈອນ ນວ ວາງກຳລັງ 306 ສະຫາຍ ຮອງຮັບເປີດສົກຮຽນໃໝ່

ຕຳຫຼວດຈະລາຈອນ ນວ ວາງກຳລັງ 306 ສະຫາຍ ຮອງຮັບເປີດສົກຮຽນໃໝ່

Published on

ຕຳຫຼວດຈະລາຈອນ ນວ ວາງກຳລັງ 306 ສະຫາຍ ຮອງຮັບເປີດສົກຮຽນໃໝ່

ເນື່ອງ​ຈາ​ກວ່າ​ສະພາບ​ການ​ສັນຈອນ​ຕົວ​ຈິງ​ໃນ​ນະຄອນຫຼວງ​ວຽງ​ຈັນ ປັດຈຸບັນ​ເຫັນ​ວ່າ​ມີ​ຫຼາຍ​ເສັ້ນທາງ​ການ​ສັນຈອນ ຍັງ​ມີ​ຄວາມ​ສັບສົນ-ແອ​ອັດ ໂດຍ​ສະເພາະ ໂມງ​ເຂົ້າ​ການ-ເລີກ​ການ ເພື່ອ​ເປັນ​ການ​ຫຼຸດຜ່ອນ ແລະ ແກ້​ໄຂ​ບັນຫາ​ການ​ສັນຈອນ​ແອ​ອັດ ແນໃສ່​ໃຫ້ການ​ສັນຈອນ​ໄປ-ມາ​ຂອງ​ພາຫະນະ​ໃຫ້​ມີ​ຄວາມ​ສະດວກ​ວ່ອງໄວ ແລະ ມີ​ຄວາມ​ປອດ​ໄພ ດັ່ງນັ້ນ ຕຳຫຼວດ​ຈະລາຈອນ​ນະຄອນຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ວາງ​ແຜນ​ຮ່ວມ​ມື​ກັບ​ຕຳຫຼວດ​ຈະລາຈອນ 7 ຕົວ​ເມືອງ ປະມານ 300 ສະຫາຍ ເພື່ອ​ຄວບ​ຄຸມ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ ໄລຍະ​ເປີດ​ສົກຮຽນ​ໃໝ່​ປີ 2013.

ທ່ານ ພັນ​ໂທ ພົມມະຈັນ ສວນ​ບຸນ​ມາ ຫົວໜ້າ​ພະ​ແນກ​ຕຳຫຼວດ​ຈະລາຈອນ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ສຳພາດ​ກັບ​ສື່​ມວນ​ຊົນ ໃນ​ວັນ​ທີ 29 ສິງຫາ 2013 ຜ່ານ​ມາ​ທີ່​ຫ້ອງ​ຕຳຫຼວດ​ວ່າ: ຈາກ​ການ​ຖອດ​ຖອນ​ບົດຮຽນ​ໃນ​ການ​ເປີດ​ສົກຮຽນ​ໃໝ່​ປີ 2012 ຜ່ານ​ມາ ເຫັນ​ວ່າ​ສະພາບ​ການ​ສັນຈອນ​ຂ້ອນ​ຂ້າງ​ສັບສົນ ມີ​ສະພາບ​ລົດ​ຫຼາຍ​ອັ່ງ​ອໍ​ຢູ່​ຕາມ​ສາມ​ແຍກ ສີ່​ແຍກ ໂດຍ​ສະເພາະ​ຕາມ​ສີ່​ແຍກ​ໄຟ​ແດງ ທາງ​ວົງວຽນ ແລະ ເຂດ​ໂຮງຮຽນ​ທີ່​ຕັ້ງ​ຢູ່​ຕາມ​ແຄມ​ທາງ ສະນັ້ນ ເພື່ອ​ຮັບປະກັນ​ການ​ສັນຈອນ​ໄປ-ມາ ຕາມ​ເສັ້ນທາງ​ໃນ​ມື້​ເປີດ​ສົກຮຽນ​ໃໝ່​ປີ 2013 ນີ້ ພະ​ແນກ​ຕຳຫຼວດ​ຈະລາຈອນ ຈຶ່ງ​ໄດ້​ວາງ​ແຜນ​ຮ່ວມ​ມື​ກັບ​ບັນດາ​ຕຳຫຼວດ​ຈະລາຈອນ 7 ຕົວ​ເມືອງ ມີ​ກຳລັງ​ທັງ​ໝົດ 306 ສະຫາຍ ມີ 44 ປ້ອມ (ປ້ອມ​ຖາວອນ 17 ປ້ອມ) ຈຸດ​ລະບາຍ​ມີ 74 ຈຸດ ທັງ​ນີ້ ເພື່ອ​ຄວບ​ຄຸມ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ.

ຂ້າພະເຈົ້າ​ຂໍ​ຮຽກຮ້ອງ​ມາ​ຍັງ​ນັກ​ຂັບ​ຂີ່ ຜູ້​ປະກອບ​ການ ນັກຮຽນ-ນັກ​ສຶກ​ສາ ຕ້ອງ​ເປັນ​ເຈົ້າ​ການ​ເຄົາລົບ​ປະຕິບັດ​ກົດ​ລະບຽບ​ການ​ສັນຈອນ​ຢ່າງ​ເຂັ້ມ​ງວດ ຮຽກຮ້ອງ​ມາ​ຍັງ​ຄູ-ອາຈານ ຜູ້​ປົກຄອງ ຕ້ອງ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ລູກ​ຫຼານ ໃນ​ເວລາ​ຂັບ​ຂີ່​ລົດ​ທຸກ​ຄັ້ງ ແລະ ກ່ອນ​ອອກ​ເດີນທາງ​ຕ້ອງ​ໄດ້​ມີ​ການ​ວາງ​ແຜນ​ໃຫ້​ລະອຽດ ເສັ້ນທາງ​ສັນຈອນ ເວລາ​ສັນຈອນ ຕ້ອງ​ປະຕິບັດ​ໂມງ​ເວລາ ເພື່ອ​ຫຼີກເວັ້ນ​ຄວາມ​ແອ​ອັດ

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...