spot_img
Homeຂ່າວພາຍ​ໃນທາງການລາວ ຈະຂຶ້ນທະບຽນ 5 ບໍລິສັດ ມະຫາຊົນ ໃນຕະຫຼາດ ຫຼັກຊັບ ພາຍໃນປີ 2020

ທາງການລາວ ຈະຂຶ້ນທະບຽນ 5 ບໍລິສັດ ມະຫາຊົນ ໃນຕະຫຼາດ ຫຼັກຊັບ ພາຍໃນປີ 2020

Published on

ທາງການລາວວາງເປົ້າໝາຍຈະຂຶ້ນທະບຽນ ບໍລິສັດມະຫາຊົນໃນຕະຫຼາດຫລັກຊັບ ເພີ້ມຂຶ້ນອີກໃຫ້ໄດ້ 5 ບໍລິສັດ ພາຍໃນປີ 2020 ໂດຍຫວັງວ່າ ຈະສາມາດດຶງດູດເງິນທຶນຈາກຕ່າງ
ປະເທດໄດ້ຫຼາຍຂຶ້ນ.

ທ່ານວັນຄຳ ວໍລະວົງ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງ ຕະຫຼາດຫລັກຊັບແຫ່ງຊາດລາວ ໃຫ້ການຢືນຢັນວ່າ ຄະນະກຳມະການຄຸ້ມຄອງຕະຫຼາດຫລັກຊັບແຫ່ງຊາດລາວ ໄດ້ວາງເປົ້າໝາຍ ທີ່ຈະຂຶ້ນທະບຽນບໍລິສັດມະຫາຊົນ ໃນຕະຫຼາດຫລັກຊັບເພີ້ມຂຶ້ນອີກໃຫ້ໄດ້ 5 ບໍລິສັດພາຍໃນປີ 2020 ໂດຍມີເປົ້າໝາຍທີ່ຈະດຶງດູດເອົາເງິນທຶນ
ຈາກຕ່າງປະເທດເຂົ້າມາໃນລາວ ໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ໂດຍການຢືນຢັນດັ່ງກ່າວນີ້ ຂອງທ່ານວັນຄຳ ໄດ້ມີຂຶ້ນພາຍຫຼັງຈາກ ບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-GEN) ໄດ້ປະສົບຜົນສຳເລັດໃນການອອກຮຸ້ນກູ້ ເພື່ອລະດົມ
ເງິນທຶນຈາກຕະຫລາດທຶນຂອງປະເທດໄທ ເມື່ອເດືອນທັນວາ ປີ 2014 ທີ່ຜ່ານມາ ຊຶ່ງປາກົດວ່າ ມີນັກລົງທຶນໃນໄທ ໄດ້ພາກັນຈອງຊື້ຮຸ້ນກູ້ຂອງ ບໍລິສັດ EDL-GEN ຄິດເປັນ
ມູນຄ່າລວມກວ່າ 12,490 ລ້ານບາດ ໂດຍເກີນເປົ້າໝາຍທີ່ EDL-GEN ໄດ້ວາງເອົາໄວ້ກວ່າ 2 ເທົ່າຕົວ ແລະ ທີ່ຜ່ານມາ EDL-GEN ກໍໄດ້ສຳເລັດການອອກຮຸ້ນກູ້ ດັ່ງກ່າວ
ເພື່ອສົ່ງມອບໃຫ້ກັບບັນດານັກລົງທຶນໃນໄທ ໄປຢ່າງຄົບຖ້ວນໃນມູນຄ່າລວມ 6,500 ລ້ານບາດແລ້ວ.

ກະຊວງການເງິນຂອງລາວ ໄດ້ອະນຸມັດແຜນການລະດົມເງິນທຶນຂອງບໍລິສັດ EDL-GEN ຢ່າງເປັນທາງການເມື່ອຕົ້ນປີ 2014 ຊຶ່ງເຮັດໃຫ້ບໍລິສັດ EDL-GEN ໄດ້ຮັບການອະນຸມັດ ແລະ ສະໜັບສະໜູນ ຈາກສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບແຫ່ງຊາດລາວ ແລະ ສຳນັກງານບໍລິຫານໜີ້ສາທາລະນະແຫ່ງປະເທດໄທ ອັນເປັນຜົນເຮັດໃຫ້ບໍລິສັດ EDL-GEN ສາມາດອອກຮຸ້ນກູ້ເພື່ອລະດົມເງິນທຶນ ໃນຕະຫຼາດທຶນໄທໄດ້ ຢ່າງຖືກຕ້ອງຕາມກົດໝາຍດັ່ງກ່າວ.

ໂດຍພາຍໃຕ້ແຜນການດັ່ງກ່າວນີ້ EDL-GEN ໄດ້ວາງເປົ້າໝາຍ ທີ່ຈະລະດົມເງິນທຶນໃຫ້ໄດ້ ໃນມູນຄ່າລວມບໍ່ນ້ອຍກວ່າ 1,000 ລ້ານໂດລາ ເພື່ອຈະໄດ້ນຳມາໃຊ້ໃນໂຄງການພັດທະນາແຫລ່ງພະລັງງານໄຟຟ້າໃນລາວ ທີ່ຢູ່ໃນການຄຸ້ມຄອງຂອງ EDL-GEN ໃຫ້ເພີ່ມຂຶ້ນຈາກ 881 ເມກາວັດ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 2,272 ເມກາວັດ ພາຍໃນປີ 2020.

ນອກຈາກການລະດົມເງິນທຶນໃນມູນຄ່າ 6,500 ລ້ານບາດ ຫຼື ປະມານ 200 ລ້ານໂດລາ ຈາກຕະຫຼາດຫລັກຊັບຂອງໄທ ດັ່ງກ່າວແລ້ວ ບໍລິສັດ EDL-GEN ຍັງໄດ້ວາງເປົ້າໝາຍທີ່ຈະລະດົມເງິນທຶນ ຈາກຕະຫຼາດເງິນທຶນ ໃນມາເລເຊຍ ແລະ ສິງກະໂປອີກດ້ວຍ ໂດຍໃນປັດຈຸບັນນີ້ ກຳລັງຢູ່ໃນຂັ້ນຕອນການພິຈາລະນາ ຂອງຄະນະກຳມະການບໍລິຫານໜີ້ສິນ
ສາທາລະນະແຫ່ງຊາດຂອງທັງ 2 ປະເທດດັ່ງກ່າວ ແລະ ກໍຄາດໝາຍວ່າ ຈະໄດ້ຮັບການອະນຸມັດໃນໄວໆນີ້ ໂດຍຫລັງຈາກນັ້ນ EDL-GEN ກໍຈະສາມາດສະເໜີຂາຍພັນທະບັດໃນຕະຫຼາດຫລັກຊັບຂອງມາເລເຊຍ ແລະ ສິງກະໂປ ເພື່ອໃຫ້ໄດ້ເງິນທຶນຄົບ 1,000 ລ້ານໂດລາ ຕໍ່ໄປ.

ປັດຈຸບັນມີ 4 ບໍລິສັດທີ່ຈົດທະບຽນໃນຕະຫຼາດຫລັກຊັບແຫ່ງຊາດລາວ ໂດຍນອກຈາກEDL-GEN ແລ້ວ ກໍມີທະນາຄານການຄ້າຕ່າງປະເທດມະຫາຊົນ (BCEL) ບໍລິສັດ Lao World ມະຫາຊົນ ແລະ ບໍລິສັດ Petroleum Trading Lao ມະຫາຊົນ ໂດຍຮຸ້ນມີລາຄາຊື້-ຂາຍສະເລ່ຍ 6,900 ກີບ, 5,900 ກີບ, 7,900 ກີບ ແລະ 3,000 ກີບຕໍ່ຮຸ້ນ
ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ການທີ່ຕະຫຼາດຫລັກຊັບແຫ່ງຊາດລາວ ຈະອະນຸມັດໃຫ້ບໍລິສັດມະຫາຊົນໃດ ສາມາດທີ່ຈະຂຶ້ນທະບຽນໄດ້ ຫຼື ບໍ່ໄດ້ນັ້ນ ກໍມີເງື່ອນໄຂວ່າ ບໍລິສັດ ມະຫາຊົນ ທີ່ຈະຂຶ້ນທະບຽນນັ້ນ ຈະຕ້ອງມີການພັດທະນາລະບົບບັນຊີ ແລະ ມີລະບົບການບໍລິຫານງານ ທີ່ໄດ້ມາດຕະຖານສາກົນ

ໂດຍຄະນະກຳມະການຄຸ້ມຄອງ ຕະຫຼາດຫລັກຊັບແຫ່ງຊາດລາວ ໄດ້ດຳເນີນການສຳຫລວດ ບໍລິສັດຢູ່ໃນລາວຈຳນວນ 1,087 ລາຍ ຊຶ່ງພົບວ່າ ມີຢູ່ 38 ບໍລິສັດທີ່ມີເງື່ອນໄຂຫາກແຕ່ກໍປາກົດວ່າ ມີຢູ່ 20 ບໍລິສັດ ທີ່ໄດ້ສະແດງຄວາມຈຳນົງ ທີ່ຈະຂໍຂຶ້ນທະບຽນໃນຕະຫຼາດຫລັກຊັບແຫ່ງຊາດລາວ ໃນໄລຍະຕໍ່ໄປ.

66721911-1042-47EC-9225-58D3C1B33F41_w640_r1_s

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...