spot_img
Homeຂ່າວພາຍ​ໃນໄຂ້ຍຸງຍັງສືບຕໍ່ລະບາດ ເນື່ອງຈາກຍັງຢູ່ໃນໄລຍະຝົນ

ໄຂ້ຍຸງຍັງສືບຕໍ່ລະບາດ ເນື່ອງຈາກຍັງຢູ່ໃນໄລຍະຝົນ

Published on

20130828145141

ອີງ​ຕາມ​ການ​ລາຍ​ງານ​ຈາກ​ສູນ​ວິເຄາະ ແລະ ລະບາດ​ວິທະຍາ ກະຊວງ​ສາທາລະນະ​ສຸກ ໄດ້​ລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ສະພາບ​ພະຍາດ​ໄຂ້ເລືອດອອກ (ໄຂ້ຍຸງ​ລາຍ) ມາ​ຮອດ​ວັນ​ທີ 27 ສິງຫາ 2013 ນີ້​ວ່າ: ປັດຈຸບັນ ສະພາບ​ການ​ລະບາດ​ຂອງ​ພະຍາດ​ໄຂ້ຍຸງ​ລາຍ​ແມ່ນ​ຍັງ​ສືບຕໍ່​ລະບາດ ເນື່ອງ​ຈາກ​ຍັງ​ຢູ່​ໃນ​ໄລຍະ​ຝົນຕົກ​ຢູ່ ເຊິ່ງ​ເປັນ​ສິ່ງ​ອຳນວຍ​ໃຫ້​ແກ່​ການ​ຂະຫຍາຍ​ພັນ​ຂອງ​ຍຸງ ທົ່ວ​ປະເທດ​ມີ​ກໍລະນີ​ພະຍາດ​ໄຂ້ຍຸງ​ລາຍ​ທັງ​ໝົດ 281 ຄົນ ຖ້າ​ທຽບໃສ່​ວັນ​ທີ 26 ສິງຫາ ກໍ​ຍັງ​ປົກກະຕິ ມີ​ກໍລະນີ​ເປັນ​ໄຂ້ເລືອດອອກ​ຈຳນວນ 281 ກໍລະນີ ບໍ່​ມີ​ການ​ຫຼຸດ​ລົງ ຫຼື ເພີ່ມ​ຂຶ້ນ ຍັງ​ຊົງ​ຕົວ ແຂວງ​ທີ່​ເປັນ​ຫຼາຍ​ກວ່​າ​ໝູ່​ແມ່ນ​ນະຄອນຫຼວງ​ວຽງ​ຈັນ ມີ​ຈຳນວນ 163 ກໍລະນີ ຮອງ​ລົງ​ມາ​ແມ່ນ​ແຂວງ​ວຽງ​ຈັນ ແລະ ມີ​ບາງ​ແຂວງ​ກໍ​ບໍ່​ມີ​ກໍລະນີ​ໄຂ້ເລືອດອອກ ເຊິ່ງ​ລວມ​ແລ້ວ​ນັບ​ແຕ່​ອາທິດ​ທຳ​ອິດ​ຂອງ​ປີ 2013 ເຖິງ​ວັນ​ທີ 27 ສິງຫາ 2013 ທົ່ວ​ປະເທດ ມີ​ຈຳນວນ​ສະ​ສົມ​ກໍລະນີ​ເປັນ​ໄຂ້ເລືອດອອກ​ທັງ​ໝົດ 44.599 ກໍລະນີ ເສຍ​ຊີວິດ​ແລ້ວ 90 ຄົນ ຢູ່​ນະຄອນຫຼວງ​ວຽງ​ຈັນ​ມີ 14.150 ກໍລະນີ ເສຍ​ຊີວິດ 24 ຄົນ ແຂວງ​ຈຳປາ​ສັກ​ມີ​ກໍລະນີ​ໄຂ້ເລືອດອອກ 4.692 ກໍລະນີ ແຕ່​ເສຍ​ຊີວິດ​ຫຼາຍ​ກວ່າ​ໝູ່ 32 ຄົນ ແລະ ແຂວງ​ອື່ນໆ​ຕາມ​ລຳດັບ.

ຕໍ່​ກັບ​ສະພາບ​ການ​ດັ່ງກ່າວ ທາງ​ກະຊວງ​ສາທາລະນະ​ສຸກ ກໍ​ຄື​ພະ​ແນກ​ສາທາລະນະ​ສຸກ​ແຕ່​ລະ​ແຂວງ ກໍ​ໄດ້​ສືບຕໍ່​ເຝົ້າ​ລະວັງ ມີ​ກິດຈະກຳ ແລະ ມາດ​ຕະການ​ໃນ​ການ​ທຳລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ໂດຍ​ມີ​ການ​ສ້າງ​ຂະ​ບວນ​ການ​ອະນາໄມ ແລະ ທຳລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ ໂດຍ​ການ​ພົ່ນ​ຢາ ແລະ ແຈກ​ຍາຍ​ຊາຍ​ອາ​ເບດ​ຂ້າ​ໜອນ​ຍຸງ​ຢ່າງ​ເອົາໃຈໃສ່ ພ້ອມ​ທັງ​ໃຫ້​ສຸ​ຂະ​ສຶກ​ສາ​ກ່ຽວ​ກັບ​ວິທີ​ປ້ອງ​ກັນ​ໄຂ້ເລືອດອອກ​ໄປ​ພ້ອມ​ກັນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...