ຕາມການໃຫ້ສຳພາດຂອງທ່ານ ພູທົງ ລັດຕະນະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕໍ່ນັກຂ່າວເມືອງຫາດຊາຍຟອງ ໃນວັນທີ 21 ສິງຫາ 2013 ກ່ຽວກັບການປັບປຸງສ້ອມແປງເສັ້ນທາງເລກ 11 ຕອນໃຕ້ (ຖະໜົນທ່າເດື່ອ) ໃຫ້ຮູ້ວ່າ: ສະພາບຂອງເສັ້ນທາງສາຍຫຼັກເລກ 11 ຕອນໃຕ້ ໃນປັດຈຸບັນ ກໍຄືທີ່ຜ່ານມາ ແມ່ນໄດ້ຮັບການພັດທະນາ ແລະ ປັບປຸງຢ່າງລຽນຕິດ ແຕ່ກໍຍັງບໍ່ໄດ້ມາດຕະຖານ ພຽງແຕ່ວ່າແກ້ໄຂສະເພາະໜ້າ ສ້ອມແປງພໍໃຫ້ທຽວໄປມາໄດ້ ເນື່ອງຈາກວ່າງົບປະມານທີ່ນຳມາປັບປຸງເສັ້ນທາງແມ່ນບໍ່ພຽງພໍ ທີ່ຜ່ານມາແມ່ນໄດ້ລະດົມນຳບັນດາບໍລິສັດ ຂຸດຄົ້ນຫີນ-ຊາຍ ນັກທຸລະກິດ ຊາວຄ້າຂາຍ ແລະ ພໍ່ແມ່ປະຊາຊົນ ຢູ່ໃນເຂດດັ່ງກ່າວນັ້ນ ແຕ່ຕົກມາຮອດປັດຈຸບັນນີ້ ສະພາບເສັ້ນທາງແມ່ນເປ່ເພຫຼາຍທີ່ສຸດ ແລະ ສາເຫດທີ່ພາໃຫ້ເສັ້ນທາງເກີດເປັນຂຸມ ເປັນບວກ ແລະ ເປັນຄື້ນ ນັ້ນແມ່ນມາຈາກໄພທຳມະຊາດ ເກີດຈາກການບັນທຸກໜັກເກີນກຳນົດຂອງລົດຂົນຫີນ-ຊາຍ ແລະ ບັນທຸກອື່ນໆ ນອກນັ້ນກໍຍັງບໍ່ໄດ້ຮັບການສ້ອມແປງເປັນເວລາດົນ ຈຶ່ງເຮັດໃຫ້ເສັ້ນທາງດັ່ງກ່າວຊຸດໂຊມເປັນອຳມະພາດ ຜ່ານມາເມືອງກໍໄດ້ມີການປັບປຸງ ລະດົມບໍລິສັດ ນັກທຸລະກິດ ຊາວຄ້າຂາຍ ປະຊາຊົນມີສ່ວນຮ່ວມໃນການສ້ອມແປງເສັ້ນທາງແລ້ວ ປະມານ 7-8 ຄັ້ງ ແປງໄດ້ 4 ຈຸດຄື ຈຸດທີ່ເປ່ເພໜັກແມ່ນຢູ່ເຂດທ່າມ່ວງ ປ່າຫວ້າ ທ່າເດຶ່ອ ຖິ່ນຕົມ ແລະ ບ່ອນອື່ນໆ ໂດຍໃຊ້ເງິນຈຳນວນ 7-8 ລ້ານກີບຕໍ່ຄັ້ງ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວຄືນສູ່ສະພາບເດີມ ແຕ່ເຖິງຢ່າງໃດກໍຕາມສຳລັບທິດທາງໃນຕໍ່ໜ້າ ກໍຄືແຜນທີ່ຈະປັບປຸງເສັ້ນທາງໃຫ້ດີນັ້ນ ເມຶອງຄິດວ່າຄົງຍັງກຳນົດບໍ່ທັນໄດ້ເທື່ອ ເພາະຢູ່ໃນໄລຍະທີ່ລໍຖ້າໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ທີ່ໄດ້ເຊັນສັນຍາກັບບໍລິສັດ ຈິດຈະເລີນກໍ່ສ້າງຂົວທາງ ຈຳກັດ ໃນປີ 2012 ທີ່ຜ່ານມານັ້ນ ໂດຍມີຈຸດທີ່ຈະສ້ອມແປງເສັ້ນທາງແຕ່ຂົວມິດຕະພາບ-ຊາຍແດນເມືອງ ມີຄວາມຍາວປະມານ 20 ກວ່າກິໂລແມັດ ແຕ່ບໍ່ທັນໄດ້ລົງມືກໍ່ສ້າງ ເນື່ອງຈາກວ່າຍັງຄາຄູກັນນ້ຳ ປັດຈຸບັນ ທາງເມືອງມີແຕ່ໄດ້ລົງສຳຫຼວດ ປະເມີນລາຄາ ແລະ ນຳສົ່ງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງແລ້ວ ເພື່ອໃຫ້ມີທິດທາງຊອກຫາແຫຼ່ງທຶນ ມາສ້ອມແປງເສັ້ນທາງດັ່ງກ່າວໃຫ້ສຳເລັດໂດຍໄວທີ່ສຸດ ໃນສະເພາະໜ້ານີ້ ເມືອງກໍໄດ້ພະຍາຍາມແກ້ໄຂສະພາບເສັ້ນທາງ ໂດຍສືບຕໍ່ລະດົມນຳບັນດາບໍລິສັດ ນັກທຸລະກິດ ແລະ ອື່ນໆ ເພື່ອຊອກຫາວິທີແກ້ໄຂນຳກັນ ແລະ ສິ່ງສຳຄັນແມ່ນຢາກຮຽກຮ້ອງມາຍັງບັນດາຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງຊ່ວຍກັນປົກປັກຮັກສາຖະໜົນຫົນທາງ ໂດຍສະເພາະລົດບັນທຸກຫີນ-ຊາຍ ແມ່ນຫ້າມບໍ່ໃຫ້ບັນທຸກໜັກເກີນຂອບເຂດ ແລະ ຫ້າມດັດແປງສະພາບເຕັກນິກຂອງພາຫະນະເດັດຂາດ ໃນເມື່ອຫົນທາງເປ່ເພກໍຕ້ອງໃຫ້ມີສ່ວນຮ່ວມນຳກັນ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນເທິງ ຈົ່ງໃຫ້ຄວາມສຳຄັນ ແລະ ເຫັນໃຈນຳເມືອງດ້ວຍ ເພື່ອນຳເອົາແຫຼ່ງທຶນມາພັດທະນາຖະໜົນຫົນທາງ ເພາະເມືອງດັ່ງກ່າວເປັນເມືອງໜ້າດ່ານ ເປັນໃບໜ້າໃບຕາຂອງນະຄອນຫຼວງວຽງຈັນ ຖ້າມີຖະໜົນຫົນທາງດີ ໄປມາສະດວກ ສະບາຍ ການພັດທະນາເສດຖະກິດ ກໍຄືພື້ນຖານໂຄງລ່າງກໍຈະດີຂຶ້ນ.
ຫາດຊາຍຟອງ ຍັງຄອຍຄວາມຫວັງປັບປຸງເສັ້ນທາງເລກ 11 ຕອນໃຕ້
1768

ບົດຄວາມຫຼ້າສຸດ
ຂ່າວທົ່ວໄປ
ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ
ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).
ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...
ຂ່າວການຢ້ຽມຢາມ
ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...
ຂ່າວພາຍໃນ
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ.
ສະຫາຍ ເຫຼັກໄຫຼ...
ຂ່າວຕ່າງປະເທດ
ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ
ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ.
ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...