spot_img
Homeຂ່າວພາຍ​ໃນໃນທີ່ສຸດເປັນດັ່ງທີ່ຜູ້ເຝິກສອນແລະແຟນບານລາວຄາດຫວັງກັບແຊ້ມກຸ່ມ A ໃນການແຂ່ງຂັນບານເຕະ U-16

ໃນທີ່ສຸດເປັນດັ່ງທີ່ຜູ້ເຝິກສອນແລະແຟນບານລາວຄາດຫວັງກັບແຊ້ມກຸ່ມ A ໃນການແຂ່ງຂັນບານເຕະ U-16

Published on

ໃນການແຂ່ງຂັນບານເຕະຊິງແຊ້ມອາຊຽນລຸ້ນອາຍຸບໍ່ເກີນ 16 ປີ ຫຼື U-16 ທີ່ປະເທດກຳປູເຈຍ ນັດສຸດທ້າຍໃນຮອບແບ່ງກຸ່ມ ທີມຊາດລາວ (ອັນດັບ 1 ຂອງກຸ່ມ A)ລົງສະຫນາມພົບທີມຊາດມາເລຍເຊຍ (ອັນດັບ 3 ຂອງກຸ່ມ A) ໃນເວລາ 15:30 ໂມງ ທີ່ສະຫນາມ ອາມມີ້ສະເຕດ້ຽມ ກຳປູເຈຍ

ເລີ່ມເກມໃນເຄີ່ງເວລາທຳອິດທີມຊາດລາວເຮົາກໍ່ມີລຸ້ນຫຼາຍຄັ້ງ, ແຕ່ແຟນບານກໍ່ຕ້ອງມີໂຮ ເມື່ອໃນນາທີ 18 ນັກເຕະຫນຸ່ມນ້ອຍຄົນນີ້ຍິງປະຕູຂື້ນນຳໃຫ້ແກ່ທີມຊາດລາວ 1-0 ປະຕູ, ໃນເວລາຕໍ່ມາ ໃນນາທີ 21 ບຸນພະຈັນ ບຸນກອງ ຍິງໃຫ້ທີມຊາດລາວຂື້ນນຳມາເລເຊຍ 2-0 ປະຕູ ນັກເຕະຈາກສະໂມສອນ ສະຫວັນ ເອັຟຊີ ເປັນອີກນັກເຕະຄົນຫນື່ງທີ່ຫນ້າຈັບຕາ ເພາະວ່າໃນລາຍການນີ້ລາວຍິງໃຫ້ກບທີມຊາດລາວພິກເອົາຊະນະ ຕີມໍ ເລສເຕ ແລະ ສະເຫມີ ກັບຫວຽດນາມ ທັງທີ່ຖືກນຳກ່ອນ 2 ປະຕູ ຈົບເຄີ່ງເວລາທຳອິດໄປລາວຂື້ນນຳກ່ອນ 2-0​ປະຕູ

ມາເຖິງເຄ່ງເວລາທີ 2 ທີມຊາດລາວປະຄອງເກມໄວ້ ແລະ ມີໂອກາດຫລາຍຄັ້ງ ແຕ່ທັງສອງທີມກໍ່ບໍ່ສາມາດຍິງປະຕູກັນເພີ່ມໄດ້ ເຮັດໃຫ້ຈົບການແຂ່ງຂັນ 90 ນາທີ ທີມຊາດລາວເອົາຊະນະ ທີມຊາດມາເລເຊຍໄປໄດ້ 2-0, ເຮັດໃຫ້ຕອນນີ້ທີມຊາດລາວເົຮາເປັນແຊ້ມກຸ່ມ A ພົບກັບທີມອັນດັບທີ 2 ຂອງກຸ່ມ B

11011538_1630719603812225_5860464278970915924_o

11794303_1630724200478432_310797433190275792_o

ທີມຊາດລາວເຮົາລົງແຂ່ງຂັນໄປແລ້ວທັງໝົດ 5 ນັດ, ໃນນັ້ນທີມຊາດລາວ ຊະນະ 4 ນັດ ແລະ ສະເໝີ 1 ນັດ

– ນັດທຳອິດພົບທີມຊາດ ໄທ ຊະນະ 1-0 ປະຕູ

– ນັດທີ 2 ພົບທີມຊາດ ຕີມໍ ເລສເຕ ຊະນະ 3-2 ປະຕູ

– ນັດທີ 3 ພົບທີມຊາດ ຫວຽດນາມ ສະເໝີ 2-2 ປະຕູ

– ນັດທີ 4 ພົບທີມຊາດ ບຣູໄນ ຊະນະ 1-0 ປະຕູ

– ນັດທີ 5 ພົບທີມຊາດມາເລເຊຍ ຊະນະ 2-0 ປະຕູ

ຕາຕະລາງໃນຕອນນີ້ທີມຊາດລາວເຮົາມີຄະແນນເປັນອັນດັບ 1 ໃນກຸ່ມ A

– ອັນດັບທີ 1 ທີມຊາດລາວ ແຂ່ງຂັນ 5 ນັດ, ຊະນະ 4 ນັດ ສະເໝີ 1 ນັດ ມີທັງໝົດ 13 ຄະແນນ

– ອັນດັບທີ 2 ທີມຊາດໄທ ແຂ່ງຂັນ 5 ນັດ, ຊະນະ 4 ເສຍ 1 ມີທັງໝົດ 12 ຄະແນນ

– ອັນດັບທີ 3 ທີມຊາດມາເລເຊຍ ແຂ່ງຂັນ 5 ນັດ, ຊະນະ 2 ເສຍ 3 ມີທັງໝົດ 6 ຄະແນນ

– ອັນດັບທີ 4 ທີມຊາດຫວຽດນາມ ແຂ່ງຂັນ 4 ນັດ, ຊະນະ 1 ສະເໝີ 1 ເສຍ 2 ມີທັງໝົດ 4 ຄະແນນ

– ອັນດັບທີ 5 ທີມຊາດຕີມໍ ເລສເຕ ແຂ່ງຂັນ 4 ນັດ, ຊະນະ 1 ສະເໝີ 1 ເສຍ 2 ມີທັງໝົດ 4 ຄະແນນ

– ອັນດັບທີ 6 ທີມຊາດບຣູໄນ ແຂ່ງຂັນ 5 ນັດ, ສະເໝີ 1 ເສຍ 4 ມີທັງໝົດ 1 ຄະແນນ

ສ່ວນວ່າກຸ່ມ B ແມ່ນທີມຊາດອົດສະຕາລີ ເປັນອັນດັບທີ 1 ຂອງກຸ່ມ

– ອັນດັບທີ 1 ທີມຊາດອົດສະຕາລີ ແຂ່ງຂັນ 3 ນັດ, ຊະນະ 3 ນັດ ມີທັງໝົດ 9 ຄະແນນ

– ອັນດັບທີ 2 ທີມຊາດມຽນມາ ແຂ່ງຂັນ 3 ນັດ, ຊະນະ 2 ນັດ ເສຍ 1 ມີທັງໝົດ 6 ຄະແນນ

– ອັນດັບທີ 3 ທີມຊາດກຳປູເຈຍ ແຂ່ງຂັນ 3 ນັດ, ຊະນະ 1 ສະເໝີ 1 ເສຍ 1 ມີທັງໝົດ 4 ຄະແນນ

– ອັນດັບທີ 4 ທີມຊາດສິງກະໂປ ແຂ່ງຂັນ 4 ນັດ, ຊະນະ 1 ສະເໝີ 1 ເສຍ 2 ມີທັງໝົດ 4 ຄະແນນ

– ອັນດັບທີ 5 ທີມຊາດຟີລິບປິນ ແຂ່ງຂັນ 3 ນັດ, ເສຍ 3 ນັດ ມີທັງໝົດ 0 ຄະແນນ

ຂ່າວແລະພາບໂດຍ: ລູກຈານຕັນ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...