spot_img
Homeຂ່າວຕ່າງປະເທດຟີລິບປິນ ເລັ່ງໃຫ້ການຊ່ວຍເຫລືອຜູ້ປະສົບໄພທຳມະຊາດ

ຟີລິບປິນ ເລັ່ງໃຫ້ການຊ່ວຍເຫລືອຜູ້ປະສົບໄພທຳມະຊາດ

Published on

400.d4247dbb890d

ຂປລ.ຕາມ ​ຂ່າວ​ຕ່າງປະ​ເທດ, ​ໃນ​ວັນ​ທີ 2 ສິງຫາ 2015, ລັດຖະບານ​ຟີ​ລິບ​ປິນ ​ເລັ່ງ​ໃຫ້ການ​ຊ່ວຍ​ເຫລືອ​ປະ ຊາຊົນ​ທີ່​ບໍ່​ມີ​ທີ່ຢູ່​ອາ​ໄສ ​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ​ໄຫ່ຢຽນ(Haiyan)ທີ່​ພັດ​​ເຂົ້າ ຢ່າງ​ຮຸນ​ແຮງ​ໃນ​ປີ2013.

ທ່ານ ​ເຮີ​ມິ​ນິ​ໂອ ​ໂຄ​ໂລມາ, ​ໂຄ​ສົກ​ຂອງປະທານາທິບໍດີຟີ​ລິບ​ປິນກ່າວ​ວ່າ: ລັດຖະບານ​ບໍ່​ພຽງ​ແຕ່​ພະຍາຍາມ​ຫາ​ເຮືອ​ນ​ໃໝ່​ໃຫ້​ກັບ​ຜູ້​ບໍ່​ມີ​ທີ່ຢູ່​ອາ​ ໄສ ​ຍ້ອນພາຍຸ​ເທົ່າ​ນັ້ນ ​ແຕ່​ຍັງ​ພະຍາ​ຍາມ​ຫາ​ທາງ​ຮັບ ປະກັນ​ວ່າຈະ​​​ໄປ​ຢູ່​ໃນ​ສະຖານ​ທີ່​ປອດ​ໄພ​ກວ່າ​ເກົ່າ ​ໂດຍ​ສະ​ເພາະ​ການ​ສ້າງ​ບ້ານ​ຖາວອນ​ທີ່​ເໝາະ​ສົມ ​ແລະ ປອດ​ໄພ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ປະມານ 2.000 ຄອບຄົວ ​ໄດ້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ​ແລະ ມີ​ວຽກ​ເຮັດ​ງານ​ທຳ​​ ໃນ​ການ​ຟື້ນ​ຟູ​ ຫລັງຈາກ​ໄພພິບັດ​ທີ່​ເກີດ​ຂຶ້ນ. ນອກນີ້ ລັດຖະບານຍັງໄດ້ຈັດສັນງົບປະມານປີ 2016 ຈຳນວນ​ໜຶ່ງເພື່ອ​ນຳ​ໃຊ້​ເຂົ້າໃນການ​ຕັ້ງຊຸມ​ຊົນ​ຂອງ​ຜູ້​ປະສົບ​ໄພ​ຈາກ​ ພາຍຸໄຫ່ຢຽນ ​ແລະ ຜູ້​ທີ່ພັດ​ຖິ່ນ​ເນື່ອງ​ຈາກ​ຄວາມ​ຮຸນ​ແຮງ​ໃນ​ພາກ​ໃຕ້.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...