spot_img
Homeຂ່າວພາຍ​ໃນສືບຕໍ່ການແຂ່ງຂັນຂອງທີມຊາດລາວພົບທີມຊາດບຣູໄນ ລາວເຮົາຊະນະຂາດເປັນອັນດັບ 1 ຂອງກຸ່ມ

ສືບຕໍ່ການແຂ່ງຂັນຂອງທີມຊາດລາວພົບທີມຊາດບຣູໄນ ລາວເຮົາຊະນະຂາດເປັນອັນດັບ 1 ຂອງກຸ່ມ

Published on

ສຳລັບການແຂ່ງຂັນທີ່ຕ້ອງເລື່ອນໄປແຂ່ງຂັນໃນເຄິ່ງເວລາທີ 2 ໃນມື້ນີ້ ເວລາ 10:00 ໂມງ ເນື່ອງຈາກຝົນຕົກຫນັກທີ່ປະເທດກຳປູເຈຍ ຈຶ່ງບໍ່ສາມາດດຳເນີນການແຂ່ງຂັນຕໍ່ໄດ້
ເຊິ່ງ ເຄິ່ງເວລາທີ 1 ລາວ ນຳ ບຣູໄນ 1-0 ໃນນາທີ 10 ຈາກ ໄຊຍະພອນ ແສງສະຫວ່າງ ແລະໃນທີ່ສຸດ ຢູ-16 ລາວ ກໍ່ສາມາດຕອກຢ້ຳໄຊຊະນະ ຢູ-16 ບຣູໄນ ເປັນທີ່ຮຽບຮ້ອຍ ແລະເພີ່ມສະກໍເປັນ 2-0 ຫລັງຈາກ ມື້ວານນີ້ ຊະນະ 1-0 ຈາກການແຂ່ງ ພຽງເຄິ່ງເວລາ (45ນາທີ) ເນື່ອງຈາກຕ້ອງໂຈະການແຂ່ງຂັນ ເພາະວ່າຝົນຕົກໜັກ.
ສະນັ້ນ ເຊົ້າມື້ນີ້ ເວລາ 10:00 ໂມງ ໄດ້ສືບຕໍ່ແຂ່ງຂັນກັນໃໝ່ອີກ 45 ນາທີທີ່ເຫລືອ ປາກົດວ່າ ຢູ-16 ລາວ ຍັງໂຊຟອມໄດ້ແຂງແກ່ນກວ່າ ສາມາດຍິງປະຕູໄດ້ອີກໜຶ່ງປະຕູ ຈາກຄົນເດີມ ໄຊຍະພອນ ແສງສະຫວ່າງ ເບີ 16

11781880_412086878992857_2842320191764165816_n

11811585_1630153600535492_627859900156995760_n

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...