ພາລະກິດຊອກຄົ້ນ ແລະ ກອບກູ້ຜູ້ເສຍຊີວິດ ຈາກເຫດຍົນ Mi-17 ຕົກ ສິ້ນສຸດແລ້ວ!

11822391_1473811289602287_406504597101699949_n

ຂປລ. ພາລະກິດ​ກອບ​ກູ້ ​ແລະ ຄົ້ນ​ຫາ​ຜູ້​ເສຍ​ຊີວິດ​ ຈາກ​ເຫດຍົນ Mi-17 ຂອງ​ກອງທັບຕົກ​ໄດ້ ສິ້ນ​ສຸດ​​ໃນ​ວັນ​ທີ 31 ກໍລະກົດ 2015 ພາຍຫລັງ​ເຈົ້າ​ໜ້າ​ທີ່​ ສະ​ເພາະ​ກິດ​​ໄດ້​​ເຂົ້າ​ເຖິງ​ຈຸດ​ເກີດ​ເຫດ ​ແລະ ສາມາດ​ກອບ​ກູ້​ຜູ້​​ເສຍ​ຊີວິດ​ ໄດ້​ທັງ​ໝົດ 23 ຄົນ ​ໃນ​ນັ້ນ​ມີ​ຈຸ​ບິນ 4 ຄົນ ​ແລະ ຜູ້​ໂດຍສານ 19 ຄົນ.

ປັດຈຸບັນ ​ນີ້ ​ຜູ້​ເສຍ​ຊີວິດ​ທັງ​ໝົດ​ ໄດ້​ເຄື່ອນ​ຍ້າຍ​ມາ​ຮອດ​ ນະຄອນຫລວງ​ວຽງ​ຈັນ​ ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ແລະ ຍາດຕິ​ພີ່ນ້ອງ, ພໍ່​ແມ່ ​ແລະ ມິດ​ສະຫາຍຂອງ​ຜູ້​ເສຍ​ຊີວິດ ​ໄດ້​ທໍາ​ພິທີ​ທາງສາສະໜາ ຕາມ​ຮີດ​ຄອງ​ປະ​ເພນີ​, ສ່ວນ​ສາ​ເຫດ​ຍົນ​ຕົກ​ຄັ້ງ​ນີ້​ ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ ​ພວມ​ເລັ່ງ​ສືບສວນສອບ​ສວນ ​ແລະ ຊອກ​ຫາ​ສາ​ເຫດ​ຕໍ່​ໄປ.

ຍົນລໍາ​ນີ້​ໄດ້ບິນ​ຂຶ້ນ​ ຈາກ​ນະຄອນຫລວງ​ວຽງຈັນ ໃນ​ເວລາ 13:10 ​​ໂມງ ຂອງ​ວັນ​ທີ 27 ກໍລະ ກົດ 2015 ເພື່ອ​ໄປ​ປະຕິບັດໜ້າທີ່ຢູ່ ​ແຂວງ​ຊຽງຂວາງ-ຫົວພັນ ​ເມື່ອ​ບິນ​ໄປ​ໄດ້​ໄລຍະໜຶ່ງ ສູນ​ຄວບ​ຄຸມ​ການບິນ ບໍ່ສາມາດ​ຕິດ​ຕໍ່​ສື່ສານ​ ກັບ​ຍົນ​ລຳ​ດັ່ງກ່າວ​ ເຊິ່ງມີ​ຈຸ​ບິນ 4 ຄົນ ​ແລະ ຜູ້​ໂດຍ​ສານ 19 ຄົນ, ມາ​ຮອດ ວັນ​ທີ 29 ກໍລະກົດ 2015 ຄະນະ​ສະ​ເພາະ​ກິດ ​ແລະ ກໍາລັງ​ກອບ​ກູ້​ພາກ​ພື້ນ​ດິນ ກະຊວງ​ປ້ອງ​ກັນປະ​ເທດ​ລາວ​ຢືນຢັນ​​ວ່າ ສາມາດ​ພົບ​ເຫັນ​ສັນຍານ ​ແລະ ຈຸດ​ເກີດອຸບັດ​ເຫດ​​ຍົນ Mi-17 ຂອງ​ກອງທັບຕົກ ​ຢູ່​ທາງ​ທິດ​ເໜືອ​ ຂອງ​ບ້ານ​ຫລວງ​ພັນ​ໄຊ ​ເມືອງ​ລ່ອງ​ແຈ້ງ ​ແຂວງ​ໄຊ​ສົມບູນ ​ແລະ ​ເຈົ້າ​ໜ້າ​ທີ່ສະ​ເພາະ​ກິດ ​ແລະ ກໍາລັງ​ກອບ​ກູ້​ພາກ​ພື້ນ​ດິນ​ ໄດ້​ສົມທົບ​ກໍາລັງ​ຄົບ​ຊຸດ​ມຸ່ງ​ໜ້າ​ເຂົ້າ​ຫາ​ ຈຸດ​ເກີດ​ເຫດ ທາມ​ກາງ​ສະພາບ​ອາກາດ​ບໍ່​ເອື້ອ​ອໍານວຍ ​ແລະ ​ເສັ້ນທາງ​ເຂົ້າ​ເຖິງ​ຈຸດ​ເກີດ​ເຫດ ປະກອບ​ມີ​ພູຜາ​ປ່າດົງ​ຕືບໜາ ​ແຕ່​ໃນ​ທີ່​ສຸດ​ເຈົ້າໜ້າ​ທີ່​ສະ​ເພາະ​ກິດ​ ກໍ​ສາມາດ​ກອບ​ກູ້ ​ແລະ ​ເຄື່ອນ​ຍ້າຍ​ຜູ້​ເສຍ​ຊີວິດ​ໄດ້​ທັງ​ໝົດ.

 

ຂອບໃຈຂ່າວຈາກ:

ຂປລ