ສຳລັບການແຂ່ງຂັນບານເຕະລຸ້ນອາຍຸບໍ່ເກີນ 16 ປີ ຊິງແຊ້ມອາຊຽນ ທີ່ປະເທດກຳປູເຈຍເປັນເຈົ້າພາບໃນປີນີ້, ທີມຊາດລາວເຮົາລົງແຂ່ງຂັນໄປແລ້ວທັງໝົດ 4 ນັດ, ໃນນັ້ນທີມຊາດລາວ ຊະນະ 3 ນັດ ແລະ ສະເໝີ 1 ນັດ
– ນັດທຳອິດພົບທີມຊາດ ໄທ ຊະນະ 1-0 ປະຕູ
– ນັດທີ 2 ພົບທີມຊາດ ຕີມໍ ເລສເຕ ຊະນະ 3-2 ປະຕູ
– ນັດທີ 3 ພົບທີມຊາດ ຫວຽດນາມ ສະເໝີ 2-2 ປະຕູ
– ນັດທີ 4 ພົບທີມຊາດ ບຣູໄນ ຊະນະ 1-0 ປະຕູ
ແລະ ຍັງເຫຼືອອີກພຽງ 1 ນັດທີ່ຈະລົງແຂ່ງຂັນພົບທີມຊາດ ມາເລເຊຍ ແຟນບານທີມຊາດລາວຍັງມາລໍຖ້າລຸ້ນນຳກັນໃນນັດສຸດທ້າຍນີ້ວ່າທີມຊາດລາວເຮົາຈະສາມາດເປັນແຊ້ມກຸ່ມໄດ້ຫຼືບໍ່, ເຊີ່ງອາດມີລຸ້ນເຖິງແຊ້ມໃນການແຂ່ງຂັນໃນລາຍການນີ້.
ຕາຕະລາງໃນຕອນນີ້ທີມຊາດລາວເຮົາຍັງມີຄະແນນເປັນອັນດັບ 1 ໃນກຸ່ມ A
– ອັນດັບທີ 1 ທີມຊາດລາວ ແຂ່ງຂັນ4 ນັດ, ຊະນະ 3 ນັດ ສະເໝີ 1 ນັດ ມີທັງໝົດ 10 ຄະແນນ
– ອັນດັບທີ 2 ທີມຊາດໄທ ແຂ່ງຂັນ 4 ນັດ, ຊະນະ 3 ເສຍ 1 ມີທັງໝົດ 9 ຄະແນນ
– ອັນດັບທີ 3 ທີມຊາດມາເລເຊຍ ແຂ່ງຂັນ 3 ນັດ, ຊະນະ 2 ເສຍ 1 ມີທັງໝົດ 6 ຄະແນນ
– ອັນດັບທີ 4 ທີມຊາດຫວຽດນາມ ແຂ່ງຂັນ 4 ນັດ, ຊະນະ 1 ສະເໝີ 1 ເສຍ 2 ມີທັງໝົດ 4 ຄະແນນ
– ອັນດັບທີ 5 ທີມຊາດຕີມໍ ເລສເຕ ແຂ່ງຂັນ 3 ນັດ, ສະເໝີ 1 ເສຍ 2 ມີທັງໝົດ 1 ຄະແນນ
– ອັນດັບທີ 6 ທີມຊາດບຣູໄນ ແຂ່ງຂັນ 4 ນັດ, ສະເໝີ 1 ເສຍ 3 ມີທັງໝົດ 1 ຄະແນນ
ສ່ວນວ່າກຸ່ມ B ແມ່ນທີມຊາດອົດສະຕາລີ ຍັງຄົງເປັນອັນດັບທີ 1 ຂອງກຸ່ມ
– ອັນດັບທີ 1 ທີມຊາດອົດສະຕາລີ ແຂ່ງຂັນ 2 ນັດ, ຊະນະ 2 ນັດ ມີທັງໝົດ 6 ຄະແນນ
– ອັນດັບທີ 2 ທີມຊາດມຽນມາ ແຂ່ງຂັນ 2 ນັດ, ຊະນະ 2 ນັດ ມີທັງໝົດ 6 ຄະແນນ
– ອັນດັບທີ 3 ທີມຊາດກຳປູເຈຍ ແຂ່ງຂັນ 2 ນັດ, ຊະນະ 1 ເສຍ 1 ມີທັງໝົດ 3 ຄະແນນ
– ອັນດັບທີ 4 ທີມຊາດສິງກະໂປ ແຂ່ງຂັນ 3 ນັດ, ຊະນະ 1 ເສຍ 2 ມີທັງໝົດ 3 ຄະແນນ
– ອັນດັບທີ 5 ທີມຊາດຟີລິບປິນ ແຂ່ງຂັນ 3 ນັດ, ເສຍ 3 ນັດ ມີທັງໝົດ 0 ຄະແນນ