spot_img
Homeຂ່າວຍົນຕົກເຈົ້າໜ້າທີ່ສະເພາະກິດ ກູ້ໄດ້ຄົບ 23 ສົບແລ້ວ

ເຈົ້າໜ້າທີ່ສະເພາະກິດ ກູ້ໄດ້ຄົບ 23 ສົບແລ້ວ

Published on

11800078_1473267226323360_1757584585762730215_n 1 2

ຂ່າວລ່າສຸດ, ຂະນະສະເພາະກິດ ແລະ ກໍາລັງກອບກູ້ພາກພື້ນດິນ ກະຊວງປ້ອງກັນປະເທດລາວຢືນຢັນເວລາ 18: 30 ໂມງຕອນຄໍ່າຂອງວັນທີ 30 ກໍລະກົດ 2015 ນີ້ວ່າ: ເຈົ້າໜ້າທີ່ສະເພາະກິດສາມາດເຂົ້າເຖິງຈຸດຍົນ Mi-17 ແລະ ສາມາດກອບກູ້ເອົາສົບຜູ້ເສຍຊີວິດໄດ້ທັງໝົດ 23 ສົບ ປັດຈຸບັນນີ້ໄດ້ນໍາມາໄວ້ຢູ່ບ້ານຫລວງພັນໄຊ ເມືອງລ່ອງແຈ້ງ ແລະ ຄາດວ່າຈໍານວນ 23 ສົບຈະໄດ້ເຄື່ອນຍ້າຍມານະຄອນຫລວງວຽງຈັນໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2015ເພື່ອພິສູດເອກະລັກບຸກຄົນ ແລະ ສືບຕໍ່ທໍາພິທີທາງສາສະໜາ.

ຍົນລໍານີ້ໄດ້ບິນຂຶ້ນຈາກນະຄອນຫລວງວຽງຈັນໃນເວລາ 13:10 ໂມງ ຂອງວັນທີ 27 ກໍລະກົດ 2015 ເພື່ອໄປປະຕິບັດໜ້າທີ່ຢູ່ ແຂວງຊຽງຂວາງ-ຫົວພັນ ເມື່ອບິນໄປໄດ້ໄລຍະໜຶ່ງ ສູນຄວບຄຸມການບິນ ບໍ່ສາມາດຕິດຕໍ່ສື່ສານກັບຍົນລຳດັ່ງກ່າວ ເຊິ່ງມີຈຸບິນ 4 ຄົນ ແລະ ຜູ້ໂດຍສານ 19 ຄົນ.

ດ້ວຍຄວາມເຄົາລົບ ທີມຂ່າວເຮົາບໍ່ສາມາດເຜີຍແຜ່ຮູບບາງຮູບໄດ້ ແລະຮູບຍົນທີ່ຕົກໃນປ່າດົງເລິກນັ້ນ ນັກຂ່າວບໍ່ສາມາດເຂົ້າໄປຖ່າຍໄດ້ ເພາະເປັນເຂດທຸລະກັນດານ

11811529_989430507746141_7034962747311779039_n 11800078_1473267226323360_1757584585762730215_n

ຂໍ້ມູນຈາກ: ຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...