spot_img
Homeຂ່າວທ້ອງຖິ່ນເກີດນ້ຳຖ້ວມຂັງ ທີ່ເມືອງບໍລິຄັນ

ເກີດນ້ຳຖ້ວມຂັງ ທີ່ເມືອງບໍລິຄັນ

Published on

ພາຍຫຼັງຝົນຕົກຕິດຕໍ່ກັນມາຫຼາຍວັນ ເຮັດໃຫ້ຫຼາຍພື້ນທີ່ໂດຍສະເພາະແມ່ນເຂດ ດິນຕ່ຳເກີດນ້ຳຖ້ວມຂັງ ດັ່ງມື້ນີ້ ວັນທີ 30 ກໍລະກົດ 2015 ນັກຂ່າວທ້ອງຖິ່ນໄດ້ລາຍງານ ເຂົ້າສູ່ກອງບັນນາທິການຂ່າວຂອງ ເວັບໄຊລາວໂພສຕ໌ ລະບຸວ່າ ການເດິນທາງແຕ່ເຂດຜັກເບືອກ-ເມືອງເກົ່າ ເມືອງບໍລິຄັນ ແຂວງບໍລິຄຳໄຊ ແມ່ນມີນ້ຳຖ້ວມຂັງເປັນຍ່ານໆ ແລະຍ່ານທີ່ບໍ່ຖ້ວມກໍເປັນຕົມ ເຊິ່ງການເດິນທາງຕ້ອງມີທັງຂີ່ເຮືອ, ຂີ່ແພ ແລະຍ່າງດ້ວຍຕີນເປົ່າ.

ເຂດທີ່ນ້ຳຖ້ວມກວ້າງຂວາງແມ່ນ ບ້ານທົ່ງພັນຄຳ ເມືອງບໍລິຄັນ ແຂວງບໍລິຄຳໄຊ ກາງບ້ານມີນ້ຳຖ້ວມຂັງເລິກພໍສົມຄວນ ກະທົບຕໍ່ການດຳລົງຊີວິດ ແລະຖ້ວມພື້ນທີ່ການຜະລິດຂອງປະຊາຊົນ ເປັນຈຳນວນຫຼວງຫຼາຍ.

11830919_1631598493791050_1453708700_n 11791606_1631598573791042_944894218_n 11791668_1631598453791054_726800449_n 11793149_1631598580457708_944052153_n 11793205_1631598477124385_471701454_n 11793384_1631599003790999_1742684643_n 11798505_1631598667124366_1048442940_n 11801907_1631598483791051_1994414240_n 11801921_1631598527124380_979241160_n 11801939_1631598550457711_1108618736_n 11805878_1631598787124354_1975303400_n

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...