spot_img
Homeຂ່າວຍົນຕົກພົບຊາກຍົນ MI-17 ຂອງກອງທັບຕົກແລ້ວ ຂະນະນີ້ພວມກອບກູ້ສົບຜູ້ເສຍຊີວິດ

ພົບຊາກຍົນ MI-17 ຂອງກອງທັບຕົກແລ້ວ ຂະນະນີ້ພວມກອບກູ້ສົບຜູ້ເສຍຊີວິດ

Published on

ຕາມຂ່າວປະເທດລາວ ຂະນະສະເພາະກິດ ແລະ ກຳລັງກອບກູ້ພາກພື້ນດິນ ກະຊວງປ້ອງກັນປະເທດລາວຢືນຢັນໃນຕອນເຊົ້າວັນທີ່ 30 ກໍລະກົດ 2015 ນີ້ວ່າ: ເຈົ້າໜ້າທີ່ສະເພາະກິດສາມາດເຂົ້າສູ່ຈຸດຍົນ MI-17 ຂອງກອງທັບລາວຕົກໄດ້ຢູ່ບໍລິເວນຮ່ອມພູ ແລະ ປ່າດົງຕຶບໜາ ໄປທາງທິດເໜືອຂອງບ້ານຫລວງພັນໄຊ ຂະນະນີ້ເຈົ້າໜ້າທີ່ກ່ຽວຂ້ອງ ພວມຊອກຄົ້ນ ແລະ ກອບກູ້ເອົາຊາກສົບຜູ້ເສຍຊີວິດຈຳນວນໜື່ງເຂົ້າມາໄວ້ບ້ານຫລວງພັນໄຊ ເມືອງລ່ອງແຈ້ງ ເຈົ້າໜ້າທີ່ສະເພາະກິດເຜີຍວ່າ: ບໍລິເວນຍົນຕົກເປັນເຂດທຸລະກັນດານ ແລະ ຫຍຸ້ງຍາກຫລາຍເພາະເປັນເຂດພູຜາປ່າດົງຕຶບໜາເຮັດໃຫ້ເຈົ້າໜ້າທີ່ຂອງພວກເຮົາເຂົ້າໄປຫາສະຖານທີ່ດັ່ງກ່າວໄດ້ລຳບາກ ແລະ ອາໄສວິທີຍ່າງເຂົ້າໄປຫາຈຸດເກີດເຫດໂດຍໃຊ້ເວລາ 4 ຊົ່ວໂມງ ມາຮອດປະຈຸບັນນີ້ພວກເຮົາສາມາດພົບແລ້ວຊາກຍົນຕົກ ແລະ ໄດ້ລຳລຽງຜູ້ເສຍຊີວິດຈຳນວນໜື່ງມາໄວ້ບໍລິເວນບ້ານໃກ້ຄຽງໃກ້ກັບຈຸດເກີດເຫດ

ຍົນລຳດັ່ງກ່າວໄດ້ບິນຂື້ນຈາກນະຄອນຫລວງວຽງຈັນໃນເວລາ 13:10 ໂມງຂອງວັນທີ່ 27 ກໍລະກົດ 2015 ເພື່ອໄປປະຕິດບັດໜ້າທີ່ຢູ່ແຂວງຂວາງ – ຫົວພັນ ເມື່ອບິນໄປໄດ້ໄລຍະໜື່ງ ສູນຄວບຄຸມການບິນ ບໍ່ສາມາດຕິດຕໍ່ສື່ສານກັບຍົນລຳດັ່ງກ່າວ ເຊີ່ງມີຈຸບິນ 4 ຄົນ ແລະ ຜູ້ໂດຍສານ 19 ຄົນ

ຢ່າງໃດກໍ່ຕາມ ຕໍ່ເຫດການດັ່ງກ່າວພວກເຮົາທີມງານ Laopost ຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຂອງຜູ້ເສຍຊີວິດໃນຄັ້ງນີ້ດ້ວຍ

11811375_1473151033001646_5177102785444177830_n

ຂໍ້ມູນຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...