Homeລົດຍົນ-ຍານພາຫະນະຢາງ​ອາໄຫລ່ ກັບ​ເລື່ອງ​ທີ່​ບໍ່​ຄວນ​ເບີ່ງ​ຂ້າມ ເລື່ອງ​ຫຍັງ​ໄປ​ເບີ່ງ​ກັນ

ຢາງ​ອາໄຫລ່ ກັບ​ເລື່ອງ​ທີ່​ບໍ່​ຄວນ​ເບີ່ງ​ຂ້າມ ເລື່ອງ​ຫຍັງ​ໄປ​ເບີ່ງ​ກັນ

Published on

http://s5.boxzaracing.com/news/03/hs/

ຢາງ​ອະ​ໄຫລ່​ທີ່​ຕິດ​ລົດ​ມາ​ນັ້ນ​ຈະ​ເໝາະ​ກັບ​ລົດ​ແຕ່​ລະ​ລຸ້ນ​ຈະ​ບໍ່​ສາມາດ​ໃຊ້​ຂ້າມ​ລຸ້ນ​ກັນ​ໄດ້

ເກັດ​ຄວາມ​ຮູ້​ກ່ຽວກັບ​ລົດ​ໃນ​ມື້​ນີ້​ທາງ​ທີມ​ງານ​ຈະ​ພາ​ໝູ່ເພື່ອນ ໄປ​ຮູ້​ເຖິງ​ເລື່ອງຢາງ​ອະ​ໄຫລ່ ທີ່​ຕິດ​ມາ​ກັບ​ລົດ​ຕັ້ງ​ແຕ່ອອກ​ລົດ​ມາ​ໃໝ່ ກັບ​ເລື່ອງ​ທີ່​ຫລາຍ​ທ່ານ​ນັ້ນ​ອາດຈະ​ບໍ່​ຮູ້​ມາ​ກ່ອນ​ໃນ​ເລື່ອງ​ຂອງການ​ໃຊ້​ງານ​ຢາງ​ອະ​ໄຫລ່ ແລະ​ການ​ດູແລຮັກສາ ເຊີ່ງ​ໃນ​ເລື່ອງ​ນີ້​ນັ້ນ​ມີ​ຄວາມ​ສຳຄັນ​ບໍ່​ແພ້​ເລື່ອງການ​ດູແລຮັກສາ​ຢາງ​ລົດ​ທີ່​ເຮົາ​ໃຊ້​ຢູ່​ເລີຍ​ ດ໋ຽວ​ເຮົາ​ໄປ​ເບີ່ງ​ກັນ​ເລີຍ​ກັບເກັດ​ຄວາມ​ຮູ້​ກ່ຽວກັບ​ລົດ​ໃນ​ມື້​ນີ້

http://s5.boxzaracing.com/news/03/hs/

ຢາງ​ອະ​ໄຫລ່​ຄວນ​ດູແລຮັກສາ​ໃຫ້​ດີ​ເພື່ອ​ທີ່​ຈະ​ບໍ່​ເກີດ​ບັນຫາ​ເວລາ​ທີ່​ນຳ​ມາ​ໃຊ້

ເລື່ອງ​ຂອງຢາງ​ອາ​ໄຫລ່ທີ່​ຕິດ​ມາ​ກັບ​ລົດ​ຕັ້ງ​ແຕ່​ເຮົາ​ອອກລົດ​ໃໝ່ ແມ່ນ​ກະ​ທັງ​ເຮົາ​ຊື້​ລົດ​ມື​ສອງ​ມາ​ກໍ​ຈະ​ມີຢາງ​ອາ​ໄຫລ່​ຕິດ​ລົດມາ​ດ້ວຍ​ເຊັ່ນ​ກັນ ເຊີ່ງ​ຫລາຍ​ທ່ານ​ນັ້ນ​ອາດຈະ​ລືມ​ໃຫ້​ຄວາມ​ສຳຄັນ​ກັບຢາງ​ອາ​ໄຫລ່ໄປ​ເລີຍ​ເນື່ອງ​ຈາກ ການ​ທີ່​ຈະໃຊ້​ຢາງ​ອາ​ໄຫລ່ກໍ​ຕໍ່​ເມື່ອລົດ​ຢາງ​ອ່ອນ ຢາງ​ຮົ່ວ ເຮົາ​ຈຶ່ງ​ນຳຢາງ​ອາ​ໄຫລ່ມາ​ປ່ຽນ ເຊີ່ງ​ຢາງ​ອາ​ໄຫລ່​ເຮົາ​ກໍ​ຄວນ​ດູແລຮັກສາ​ດ້ວຍ​ເຊັ່ນ​ກັນ​ບໍ່​ຢ່າງ​ນັ້ນ​ເກີດ​ເຫດ​ທີ່​ຕ້ອງ​ນຳ​ມາ​ໃຊ້​ແລ້ວຢາງ​ອາ​ໄຫລ່ ​ມີ​ບັນຫາ​ກໍ​ອາດຈະ​ເຮັດໃຫ້​ເກີດ​ບັນຫາ​ໜັກ​ກວ່າ​ເກົ່າ ໂດຍ​ປົກກະຕິ​ແລ້ວ​ຢາງ​ອາ​ໄຫລ່​ທີ່​ຕິດ​ລົດ​ມາ​ນັ້ນ​ຈະ​ຄຸນນະພາບ​ຂອງ​ຢາງ​ທີ່​ດ້ອຍ​ກວ່າຢາງ​ລົດ​ທີ່​ເຮົາ​ໃຊ້​ກັນ​ຢູ່ ເຊີ່ງອາ​ຍຸ​ການ​ໃຊ້​ງານ​ຂອງ​ຢາງ​ອາໄຫລ່ ຈະ​ຢູ່​ທີ່​ປະ​ມານ 4-6 ປີ ແມ່ນ​ຈະ​ເຮົາ​ຈະ​ນຳ​ມາ​ໃຊ້​ຫລື​ບໍ່​ໄດ້​ໃຊ້​ກໍ​ຕາມ ດ້ວຍ​ເຫດ​ນີ້​ເຮົາ​ຄວນກວດ​ເຊັກ​ຢາງ​ອາ​ໄຫລ່ນຳ​ວ່າ​ຢູ່ໃນ​ສະພາບ​ພ້ອມ​ໃຊ້​ງານ​ຫລື​ເກີດ​ການ​ເສື່ອມ​ສະພາບ​ແລ້ວ​ຫລື​ຍັງ ໂດຍ​ເບິ່ງ​ຈາກເນື້ອ​ຢາງ​ແຂງກະ​ດ້າງ ມີ​ການ​ແຕ​ກລາຍ​ ນຳ​ຫລື​ບໍ່ ແລະ​ຄວນ​ນຳຢາງ​ອະ​ໄຫລ່ອອກ​ມາກວດ​ເຊັກ​ລົມ​ຢາງນຳ ແລະເຕີມ​ລົມ​ຢາງໄວ້​ໃຫ້​ພ້ອມ​ໃຊ້​ງານນຳ​ທ່ານ​ກໍ​ອາດຈະ​ນຳຢາງ​ອາໄຫລ່ອອກ​ມາສະ​ລັບ​ໃຊ້​ນຳ​ກໍ​ໄດ້​ເພື່ອ​ໃຫ້​ຢາງ​ນັ້ນ​ຄົງ​ສະພາບ​ໄວ້​ບໍ່​ໃຫ້​ເສື່ອມ​ໄວ ອີກ 1 ສິ່ງ​ທີ່​ບໍ່​ຄວນ​ເຮັດ​ກ່ຽວກັບ​ຢາງ​ອາ​ໄຫລ່​ນັ້ນ​ກໍ​ຄື​ການ​ນຳ​ຢາງ​ອາ​ໄຫລ່​ມາ​ໃຊ້​ຢ່າງ​ຖາວອນ ຄວນ​ນຳ​ມາ​ໃຊ້​ເມື່ອ​ເກີດ​ເຫດ​ຈຳ​ເປັນ​ເທົ່າ​ນັ້ນ ເຊີ່ງ​ເມື່ອ​ມີການ​ປ່ຽນ​ຢາງ​ອາ​ໄຫລ່ມາ​ໃຊ້​ນັ້ນ ຄວນ​ທີ່​ຈະ​ຂັບ​ຂີ່​ດ້ວຍ​ຄວາມ​ໄວ​ບໍ່​ເກີນ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ເພື່ອ​ຄວາມ​ປອດ​ໄພ

http://s5.boxzaracing.com/news/03/hs/

ສຳລັບ​ລົດ​ກະ​ບະ ຈະ​ມີ​ທີ່​ເກັບ​ຢາງ​ອະາໄຫລ່​ຢູ່​ທາງ​ດ້ານ​ໃຕ້​ຕົວ​ລົດ

ເປັນ​ຢ່າງໃດ​ກັນ​ແດ່ກັບເກັດ​ຄວາມ​ຮູ້​ກ່ຽວກັບ​ລົດ​ທີ່​ທາງ​ທີມ​ງານ​ໄດ້​ນຳ​ມາ​ໃຫ້​ໝູ່ເພື່ອ​ນ​ໄດ້​ຮູ້​ກ່ຽວກັບເລື່ອງ​ຂອງ​ຢາງ​ອາ​ໄຫລ່ ເຊີ່ງ​ຫລາຍ​ທ່ານ​ນັ້ນ​ອາດຈະ​ບໍ່​ຄ່ອຍ​ໄດ້​​ສົນ​ໃຈ​ຫລື​ໃຫ້​ຄວາມ​ສຳຄັນ​ປານໃດ ແຕ່​ຖ້າ​ຫາກ​ເກີດ​ເຫດ​ທີ່​ຈຳ​ເປັນ​ຕ້ອງໃຊ້​ຢາງ​ອາ​ໄຫລ່ ແລ້ວຢາງ​ອາ​ໄຫລ່ນັ້ນ​ບໍ່​ພ້ອມ​ໃຊ້​ງານ ກໍ​ຈະ​ເຮັດໃຫ້​ການ​ແກ້​ບັນຫາ​ທີ່ເກິດຂື້ນ​ນັ້ນ​ເປັນ​ໄປ​ຢ່າງ​ຍາກ​ລຳ​ບາກ ເລື່ອງການ​ດູແລຮັກສາ​ກວດ​ເຊັກ​ຢາງ​ອາໄຫລ່ ນັ້ນ​ຈຶ່ງ​ຖື​ວ່າ​ເປັນ​ເລື່ອງ​ທີ່​ບໍ່​ຄວນ​ເບີ່ງຂ້າມ​ເລີຍ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...