spot_img
Homeຂ່າວພາຍ​ໃນສະຫວັນນະເຂດ ກຽມກໍ່ສ້າງອ່າງເກັບນ້ຳຢູ່ເຂດບຶງວະ ບ້ານສະໜາມໄຊ ແລະ ຫລັກ 9

ສະຫວັນນະເຂດ ກຽມກໍ່ສ້າງອ່າງເກັບນ້ຳຢູ່ເຂດບຶງວະ ບ້ານສະໜາມໄຊ ແລະ ຫລັກ 9

Published on

271

ຂປລ.ອ່າງ​ເກັບ​ນ້ຳສູງ​ ຢູ່​ບ້ານ​ສະໜາມ​ໄຊ​ ເຂດ​ບຶງ​ວະ ​ແລະ ຫລັກ 9 ​​ເມືອງ​ໄກສອນ​ພົມວິຫານ​ ແຂວງສະຫວັນ​ນະ​ເຂດ ຈະ​ໄດ້​ລົງມື​ກໍ່ສ້າງ​ ອີກ​ບໍ່​ດົນ​ນີ້​ ຫລັງ​​ເປີດ​ການ​ປະມູນ ​ກໍ່ສ້າງ​ແລ້ວ​ ກາງ​ເດືອນ​ນີ້​ ​ແລະ ຖ້າ​ສຳ​ເລັດ​ການ​ກໍ່ສ້າງ​ ຈະ​ສາມາດ​ ສະໜອງ​ນ້ຳບໍລິ​ໂພ​ກ ​ໃຫ້​ແກ່​ປະຊາຊົນ ​ເມືອງ​ດັ່ງກ່າວ​ ໄດ້​ຢ່າງ​ພຽງພໍ​ ໃນ​ອະນາ​ຄົດ.

ແຫ​ລ່ງຂ່າວ​ຈາກ​ແຂວງ​ສະຫວັນ​ນະ​ເຂດ ລາ​ຍງານ​ວ່າ: ຄະນະ​ກຳມະການ ​ປະມູນ​ບໍ​ລິສັດນ້ຳປະປາ ສະຫວັນ-ດີ​ເຄ​ເອວ​ເອສ ຈຳກັດໄດ້​​ເປີດ​ຊອງ​ ປະມູນ​ປະກວດລາຄາ​2 ໜ້າ​ວຽກ​ຂອງ​ໂຄງການ​ ກໍ່ສ້າງ​ອ່າງ​ເກັບ​ນ້ຳ​ 2 ອ່າງ, ຕອກ​​ເສົາ​ເຂັມ ​​ອ່າງ​ເກັບ​ນ້ຳ​ ຢູ່​ເຂ​ດບຶງ​ວະ ບ້າ​ນສະ​ໜາມ​ໄຊ ​ແລະ​ ​ເສົາ​ເຂັມຂອງ2 ອ່າງ​ເກັບນ້ຳຫລັກ​ 9 ໂດຍແຕ່​ລະ​ອ່າງ ​​ບັນຈຸ​ນ້ຳ​ໄດ້ 2.500 ​ແມັດ​ກ້ອນ.​ ສຳລັບ​ການ​ກໍ່ສ້າງ​ ອ່າງ​ເກັບ​ນ້ຳນັ້ນ ​ມີ​ 2 ​ບໍລິສັດ​ຮ່ວມ​ປະມູນ ຄືບໍລິສດ ລ່ຽມມະນີ​ແສງ​ກໍ່ສ້າງຈຳກັດ ​ແລະ ​ບໍລິສັດ PML ກໍ່ສ້າງ​ຈຳກັດ. ຂະນະ​ທີ່​ວຽກ​ກົນ​ຈັກ ​ແລະ​ໄຟຟ້າ​ ມີ 1 ບໍລິສັດ​ຄືບໍ​ສັດ ​ໂຊນ​ແອ ຈຳກັດ ​ປະ​ເທດ​ມາ​ເລ​ເຊຍ. ສ່ວນ​ການ​ຕອກ​ເສົາ​ເຂັມ​ ອ່າງ​ເກັບ​ນ້ຳ​ ເຂດ​ບຶງ​ວະ​2 ອ່າງ ​ແລະ​ ເສົາ​ ເຂັມ​ 2 ​ອ່າງ​ເກັບ​ນ້ຳຢູ່ເຂດ​ຫລັກ 9 ມີ​ 3 ​ບໍລິສັດ ຄືບໍລິສັດລ່ຽມມະນີ​​ແສງ ກໍ່ສ້າງ​ຈຳກັດ,​ ບໍລິສັດ PML ກໍ່ສ້າງ​ຈຳກັດ ​ແລະ​ ວິ​ສາ​ຫະກິດ​ກໍ່ສ້າງ​ ຈັນ​ດາລາ​ ເຂົ້າ​ຮ່ວມ​ປະມູນ.

ລັດຖະບານລາວ ​ແລະ​ ບໍລິສັດ​ນ້ຳ​ປະປາ ສະຫວັນ-ດີ ​ເຄ​ເອວ​ເອສ ຈຳກັດ ​ມີ​ແຜນ​ຮັບປະກັນ ​ການ​ສະໜອງ​ນ້ຳ ​ຢ່າງໝັ້ນຄົງ​ ໃນ​ອະນາຄົດ​ຢູ່​ຕົວ​ເມືອງ ​ເຊ່ິງການ​ກໍ່ສ້າງ​ອ່າງ​ເກັບ​ນ້ຳ​ 2 ​ໜ່ວຍ​ຢູ່​ເຂດ​ບຶງ​ວະ ​ບ້ານ​ສະໜາມ​ໄຊ​ ແມ່ນ​ໜ່ຶງ​ໃນ​ແຜນການ​ດັ່ງກ່າວ. ຂະນະ​ທີ່ 2 ອ່າງ​ເກັບ​ນ້ຳ​ເຂດ​ຫັກ 9 ຈະກໍ່ສ້າງ​ໃນ​ອະນາຄົດ, ​ແຕ່​ການຕອກເສົາ​ເຂັມ​ 2 ​ອ່າງ​ນີ້​ຕ້ອງ​ໄດ້​ປະຕິບັດ​​ໃນ​ເວລາ​ດຽວ​ກັນ​. ທັງ​ນີ້​ອ່າງ​ເກັບ​ນ້ຳ​ທັງ 2 ​ແຫ່ງ​ນີ້ຈະ​ສາມາດ ຮັບຮອງ​ການ​ເຕີບ​ໃຫຍ່​ ຂະຫຍາຍຕົວ​ຂອງ​ເສດຖະກິດ ​ກໍ​ຄື​ການ​ເພີ່ມ​ຂຶ້ນ ​ຂອງ​ພົນລະ​ເມ​ືອ​ງ ໃນ​ອະນາຄົດ​ກໍ​ຄືການ​ພັດ​ທະນາ ​ເຂດ​ເສດຖະກິດ ​ພິ​ເສດ, ເຂດ​ອຸດສາຫະກຳ ​ແລະ​ ເຂດ​ການ​ຄ້າ​ອ້ອມ​ຂ້າງ.

ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...