spot_img
Homeຂ່າວທ້ອງຖິ່ນກະສິກອນ ເມືອງວິລະບູລີ ປັກດຳນາປີໄດ້ແລ້ວ 40%

ກະສິກອນ ເມືອງວິລະບູລີ ປັກດຳນາປີໄດ້ແລ້ວ 40%

Published on

273

ຂປລ.​ ເຖິງວ່າການຜະລິດນາປີ ຂອງປະຊາຊົນ ເມືອງວິລະບູລີ ແຂວງສະຫວັນນະເຂດ ພົບບັນຫາ​ ແຫ້ງ​ແລ້ງ ​ເນື່ອງຈາກຝົນບ່ໍຕົກ ຕາມລະດູການ, ແຕ່ຫລັງ​ເຈົ້າໜ້າ​ທີ່ຫ້ອງການ ກະສິກຳປ່າໄມ້ ເມືອງດັ່ງກ່າວ ພ້ອມດ້ວຍວິຊາການ ແນະນຳໃຫ້ຄວາມຮູ້ ເຕັກນິກວິຊາການ ແລະ ຊຸກ​ຍູ້​ແນະນຳ ​ການ​ແກ້​ໄຂ​ບັນ​ຫາດັ່ງ​ກ່າວ ຈ່ຶງເຮັດໃຫ້ການຜະລິດເຂົ້ານາປີ ໄປຕາມແຜນການທີ່ວາງໄວ້.

ຜູ້​ສື່​ຂ່າວ​ແຂວງ​ສະຫວັນ​ນະ​ເຂດ ລາຍ​ງານ​ວ່າ:ມາ​ຮອດກາງເດືອນກໍລະກົດນີ້,ຊາວນາ​ເມືອງ​ວິລະ​ບູລີ​ໄດ້ປັກດຳສຳເລັດແລ້ວ 40 % ຫລື ກວ່າ 1.600 ເຮັກຕາຂອງເນື້ອທີ່ ນາປັກດຳ 4.600 ກວ່າເຮັກຕາ ​ແລະ ຊາວນາສ່ວນຫລາຍ ໄດ້ນຳໃຊ້ແນວພັນເຂົ້າປັບປຸງ ແທນແນວພັນເຂ້ົາດັ້ງເດີມ ​ໂດຍຄາດ​ວ່າການ​ປັກ​ດຳຈະສຳເລັດ 100% ໃນທ້າຍ ເດືອນນີ້.

ນອກຈາກປູກເຂ້ົາແລ້ວ, ປະຊາຊົນເມືອງວິລະບູລີ ຍັງໄດ້ປູກພືດ​ໃນລະດູຝົນ ແລະ ລ້ຽງສັດເປັນຕົ້ນປູກສາລີ, ໝາກເຜັດ, ໝາກເຂືອ, ໝາກເລ່ັນ ແລະ ພືດຜັກຊະນິດ ເພື່ອເປັນການແກ້ໄຂ ຊີວິດການເປັນຢູ່ ທັງສ້າງລາຍຮັບ​ ເຂົ້າແກ່ຄອບຄົວ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຜະລິດເປັນສິນຄ້າ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...