spot_img
Homeວິທະຍາສາດ-ວິທະຍາການການ​ບຳ​ບັດ​ປິ່ນປົວ​ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ໃນ​ໄລ​ຍະ​ທີ່​ມີ​ອາການ​ຫລາຍ​ແລະ​ເປັນ​ມາ​ດົນ

ການ​ບຳ​ບັດ​ປິ່ນປົວ​ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ໃນ​ໄລ​ຍະ​ທີ່​ມີ​ອາການ​ຫລາຍ​ແລະ​ເປັນ​ມາ​ດົນ

Published on

ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ທີ່​ມີ​ອາການ​ຫລາຍ​ແລະ​ເປັນ​ມາ​ດົນ​ຈະ​ພົບ​ວ່າ ເຊວ​ສະໝອງ​ທີ່​ເຮັດ​ຫນ້າທີ່​ສ້າງ​ສານ​ໂດ​ປາ​ມີນ​ມີ​ຈຳນວນ​ຫລຸດລົງ​ຫລາຍ ຈົນ​ເກືອບ​ບໍ່​ມີ ຫລື​ໝົດ​ໄປ ແລະ​ທຳນອງ​ດຽວ​ກັນ​ຕົວ​ຮັບ​ສານ​ໂດ​ປາ​ມີນ (dopamine receptor) ໃນ​ຕຳແໜ່ງ​ທີ່​ສານ​ໂດ​ປາ​ມີນ​ອອກ​ລິດ ກໍ​ຈະ​ມີ​ຈຳນວນ​ຫລຸດ​ໜ້ອຍ​ລົງ​ຫລາຍ​ເຊັ່ນ​ກັນ ດັ່ງ​ນັ້ນ ຈຶ່ງ​ມັກ​ເກີດ​ບັນຫາ​ຕາມ​ມາ​ໃນ​ການ​ໃຫ້​ຢາ​ເລ​ໂວ​ໂດ​ປາ ເພື່ອ​ເພີ່ມ​ສານ​ໂດ​ປາ​ມີນ​ໃນ​ສະໝອງ ໂດຍ​ຫລາຍ​ຜູ້​ປ່ວຍ​ໃນ​ໄລ​ຍະ​ນີ້ ມັກ​ເປັນ​ພະຍາດ​ມາ​ດົນ​ກວ່າ 5 – 10 ປີ ແລະ​ຜູ້​ປ່ວຍ​ເກືອບ​ທຸກ​ລາຍ​ເຄີຍ​ໄດ້ຮັບ​ຢາ​ເລ​ໂວ​ໂດ​ປາ​ມາ​ແລ້ວ​ບໍ່​ນ້ອຍ​ກວ່າ 5 ປີ ໂດຍ​ຜູ້​ປ່ວຍ​ສ່ວນ​ໃຫຍ່ (ຫລາຍກວ່າ​ຮ້ອຍ​ລະ 50) ມັກ​ມີ​ຜົນ​ແຊກ​ຊ້ອນ​ຂອງ​ການ​ໃຊ້​ຢາ​ໃນ​ໄລ​ຍະ​ຍາວ ປາກົດ​ອອກ​ມາ​ໃນ​ຮູບ​ຂອງ​ການ​ເຄື່ອນ​ໄຫວ​ຜິດ​ປົກກະຕິ​ຕ່າງໆ ຄື

ກ. ການ​ເຄື່ອນ​ໄຫວ​ຜິດ​ປົກກະຕິ​ແບບ​ບິດ​ຈັງ
ຂ. ການ​ເຄື່ອນ​ໄຫວ​ຜິດ​ປົກກະຕິ​ແບບ​ເຕັ້ນ​ກະ​ຕຸກ
ຄ. ການ​ກະ​ຕຸກ​ຂອງ​ຮ່າງກາຍ​ເປັນ​ພັກໆ
ງ. ການ​ເຄື່ອນ​ໄຫວ​ຜິດ​ປົກກະຕິ​ຂອງ​ຮ່າງກາຍ​ບາງ​ສ່ວນ ແຕ່​ບາງ​ສ່ວນ​ກັບ​ເຄື່ອນ​ໄຫວ​ຊ້າ​ແລະ​ຈັງ​ເກີດ​ຂຶ້ນ​ພ້ອມ​ກັນ
ຈ. ການ​ອອກ​ລິດ​ແລະ​ໝົດ​ລິດ​ຂອງ​ຢາ​ທີ່​ບໍ່​ສາມາດ​ຄາດ​ເດົາ​ເວລາ​ໄດ້
ສ. ການ​ເຄື່ອນ​ໄຫວ​ຜິດ​ປົກ​ກະຕິ​​ກັບ​ການ​ເຄື່ອນ​ໄຫວ​ບໍ່​ໄດ້​ເລີຍ
ຊ. ພາ​ວະ​ຢຸດ​ນິ່ງ​ຫລື​ແຂງ​ແລະ​ກ້າວ​ຍ່າງ​ຕໍ່ໄປ​ບໍ່​ໄດ້

ນອກ​ຈາກ​ນີ້​ຜູ້​ປ່ວຍ​ພາກິນ​ສັນ​ໃນ​ໄລ​ຍະ​ນີ້​ບາງເທື່ອ​ຍັງ​ເກີດ​ອາການ​ທາງ​ດ້ານ​ຈິດ​ປະສາດ​ຮ່ວມ​ດ້ວຍ​ໄດ້​ຫລາຍ​ຮູບ​ແບບ ເຊັ່ນ ມີ​ພາບ​ຫລອນ ຫູ​ແວ່ວ ສັບ​ສົນ​ວຸ້ນວາຍ ບໍ່​ຍອມ​ຢູ່​ນິ່ງ ບໍ່​ຍອມ​ນອນ ບາງ​ລາຍ​ຊຶມ​ເສົ້າ​ທໍ້​ແທ້​ຫລື​ເກີດ​ມີ​ພາ​ວະ​ສະໝອງ​ເສື່ອມ​ຮ່ວມ​ດ້ວຍ​ໄດ້ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້ຮັບ​ການ​ບຳ​ບັດ​ປິ່ນປົວ​ທີ່​ຖືກ​ຕ້ອງ​ຕາມ​ສາ​ເຫດ​ເປັນ​ລາຍໆ ຢ່າງ​ເໝາະ​ສົມ ສຳລັບ​ການ​ເວົ້າ​ບໍ່​ແຈ້ງ ກືນ​ລຳ​ບາກ​ຫລື​ສຳ​ລັກ ອາດ​ເຮັດໃຫ້​ຜູ້​ປ່ວຍ​ເກີດ​ອາການ​ປອດ​ອັກ​ເສບ​ຕາມ​ມາ ຫລື​ຜູ້​ປ່ວຍ​ບາງ​ລາຍ​ອາດ​ເບັ່ງ​ຍ່ຽວ​ບໍ່​ອອກ ເຮັດໃຫ້​ມີ​ຍ່ຽວ​ຄັ່ງ​ຄ້າງ​ໃນ​ກະເພາະ​ຍ່ຽວ ແລະ​ເປັນ​ສາ​ເຫດ​ຂອງ​ການ​ຕິດ​ເຊື້ອ​ຕາມ​ມາ​ໃນ​ທີ່ສຸດ ຜູ້​ປ່ວຍ​ບາງ​ລາຍ​ອາດ​ມີ​ການ​​ກົ້ມ​ເລື້ອຍໆ ຈົນ​ເຮັດໃຫ້​ເກີດ​ແຂນ​ຫັກ ຫລື​ກະດູກ​ຕົ້ນ​ຂາ​ຫັກ ເຮັດໃຫ້​ຍ່າງ​ບໍ່​ໄດ້ ປວດ​ຂາ ຫລື​ເສຍ​ເລືອດ​ຈົນ​ຊັອກ​ໄດ້ ສຳລັບ​ລາຍ​ທີ່​ມີ​ອາການ​ຫລາຍ​ແລະ​ຕ້ອງ​ນອນ​ຢູ່​ກັບ​ຕຽງ ອາດ​ມີ​ຜົນ​ແຊກ​ຊ້ອນ ເກີດ​ມີ​ແຜ​ກົດ​ທັບ ແລະ​ການ​ຕິດ​ເຊື້ອ​ຕາມ​ມາ ເຮັດໃຫ້​ເກີດ​ພາ​ວະ​ຕິດ​ເຊື້ອ​ໃນ​ກະ​ແສ​ເລືອດ ເຊີ່ງ​ອາດ​ມີ​ອັນຕະລາຍ​ເຖິງ​ເສຍຊີວິດ​ໄດ້

ດັ່ງ​ນັ້ນ ການ​ບຳ​ບັດ​ປິ່ນປົວ​ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ໃນ​ໄລ​ຍະ​ທີ່​ມີ​ອາການ​ຫລາຍ​ແລະ​ເປັນ​ມາ​ດົນ ຈຶ່ງ​ຈຳ​ເປັນ​ຕ້ອງ​ອາໄສ​ການ​ເບິ່ງແຍງ​ຂອງ​ແພດ​ຢ່າງ​ໃກ້​ຊິດ ໂດຍ​ປັບ​ຂະໜາດ​ຢາ​ໃຫ້​ພໍ​ເໝາະ ຫລື​ຈະ​ປ່ຽນ​ຢາ​ເລ​ໂວ​ໂດ​ປາ ເປັນ​ຊະນິດ​ທີ່​ອອກ​ລິດ​ດົນ ຫລື​ໃຊ້​ຢາ​ປິ່ນປົວ​ພາ​ກິນ​ສັນ​ຫລາຍ​ຊະນິດ​ຮ່ວມ​ກັນ ໂດຍ​ຕ້ອງ​ຢູ່ໃນ​ການເບິ່ງແຍງ​ຂອງ​ແພດ​ຜູ້​ປິ່ນປົວ ຜູ້​ປ່ວຍ​ບໍ່​ຄວນ​ປັບ​ຢາ​ກິນ​ເອງ ເພາະ​ອາດ​ເຮັດໃຫ້​ອາການ​ຂອງ​ພະຍາດ​ຮ້າຍແຮງກວ່າເກົ່າ​ໄດ້

ປະຈຸບັນ​ມີ​ວິທີ​ປິ່ນປົວ​ລ່າ​ສຸດ​ໂດຍ​ການ​ຜ່າ​ຕັດ​ຜູ້​ປ່ວຍ​ພະຍາດ​ພາກິນ​ສັນ ເຊີ່ງ​ໄດ້​ຜົນດີີ​ແລະ​ເປັນ​ທີ່​ຍອມ​ຮັບ​ກັນ​ທົ່ວ​ໂລ​ກວ່າ​ປອດ​ໄພ ແຕ່​ມີ​ລາ​ຄາ​ສູງ​ຫລາຍ ຄື ການ​ຜ່າ​ຕັດ​ສະໝອງ​ຝັງ​ເຄື່ອງ​ກະຕຸ້ນ​ໄຟ​ຟ້າ ເພື່ອ​ໃຫ້​ກະຕຸ້ນ​ສະຫມອງ​ສ່ວນ​ເລິກ​ໃນ​ຕຳແໜ່ງ​ຊັບ​ທາ​ລາ​ມິກ​ແກ່ນນ້ອຍ (subthalamic nucleus) ຈົນ​ເຖິງ​ປະຈຸບັນ (ພ. ສ. 2015) ມີ​ຜູ້​ປ່ວຍ​ທົ່ວ​ໂລກ​ທີ່​ໄດ້ຮັບ​ການ​ຜ່າ​ຕັດ​ໄປ​ແລ້ວ​ຫລາຍ​ໝື່ນ​ຄົນ ແລະ​ພົບ​ວ່າ ໄດ້​ຜົນດີີ ໂດຍ​ສະເພາະ​ໃນ​ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ໄລ​ຍະ​ຮຸນແຮງ ຫລື​ໄລ​ຍະ​ທ້າຍ​ໆ ທີ່​ຕອບສະຫນອງ​ຕໍ່​ຢາ​ບໍ່​ດີ ຫລື​ບໍ່​ຕອບສະຫນອງ​ຕໍ່​ຢາ ພົບ​ວ່າ ການ​ຜ່າ​ຕັດ​ຊະນິດ​ນີ້ ເຮັດໃຫ້​ອາການ​ສັ່ນ​ດີ​ຂຶ້ນ​ຮ້ອຍ​ລະ 45 ອາການ​ຈັງ​ຕົວ​ຂອງ​ກ້າມ​ເນື້ອ​ດີ​ຂຶ້ນ​ຮ້ອຍ​ລະ 41 ອາການ​ເຄື່ອນ​ໄຫວ​ຊ້າ​ດີ​ຂຶ້ນ​ຮ້ອຍ​ລະ 84 ໃນ​ຊ່ວງ​ໄລ​ຍະ​ຕິດ​ຕາມ​ຜົນ 8 ປີ

ສຳລັບ​ວິທີ​ການ​ຜ່າ​ຕັດ ແພດ​ຈະ​ທຳການ​ຜ່າ​ຕັດ​ໂດຍ​ການ​ສີດ​ຢາມຶນ​ແລະ​ເຈາະ​ຮູ​ນ້ອຍ​ໆ ທີ່​ກະ​ໂຫລກ​ຫົວ​ຂອງ​ຜູ້​ປ່ວຍ​ທັງ​ສອງ​ຂ້າງ ແລ້ວ​ສອດ​ສາຍ​ຂົ້ວ​ໄຟ​ຟ້າ​ເຂົ້າໄປ​ໃນ​ສະໝອງ​ສ່ວນ​ເລິກ ຈາກ​ນັ້ນ​ຈະໃຫ້​ຜູ້​ປ່ວຍ​ດົມ​ຢາ​ສະຫລົບ ເພື່ອ​ຝັງ​ກ້ອນ​ແບດ​ເຕີ​ລີ່​ທີ່​ໃຕ້​ຜິວ​ໜັງ​ບໍລິເວນ​ເອິກ ແລະ​ນຳ​ໄປ​ເຊື່ອມ​ຕໍ່​ເປັນ​ວົງ​ຈົນ​ເຂົ້າ​ກັບ​ຂົ້ວ​ໄຟ​ຟ້າ​ທີ່​ຝັງ​ຢູ່ໃນ​ສະຫມອງ ກະ​ແສ​ໄຟ​ຟ້າ​ຈາກ​ແບດ​ເຕີ​ລີ່ ຈະ​ຊ່ວຍ​ແກ້​ໄຂ​ການເຮັດວຽກ​ຂອງ​ສະໝອງ ທີ່​ຜິດ​ປົກກະຕິ​ໄປ ເນື່ອງ​ມາ​ຈາກ​ພະຍາດ​ພາ​ກິນ​ສັນ ໃຫ້​ກັບ​ມາ​ເຮັດວຽກ​ເປັນ​ປົກກະຕິ​ຫລາຍ​ຂຶ້ນ ຈຶ່ງ​ມີ​ຜົນ​ໃຫ້​ອາການ​ສັ່ນ ຕົວ​ຈັງ ເຄື່ອນ​ໄຫວ​ເຊື່ອງ​ຊ້າ ແລະ​ການ​ຊົງ​ຕົວ​ທີ່​ບໍ່​ດີ​ຫລຸດລົງ​ຢ່າງ​ເຫັນ​ໄດ້​ແຈ້ງ ນອກ​ຈາກ​ນີ້ ຍັງ​ຊ່ວຍ​ລຸດ​ປະລິມານ​ຢາ​ທີ່​ໃຊ້​ໃນ​ການ​ປິ່ນປົວ​ໃຫ້​ໜ້ອຍ​ລົງ ຫລັງ​ຈາກ​ຜ່າ​ຕັດ ແລະ​ອາການ​ແຂນ​ຂາ​ເຄື່ອນ​ໄຫວ​ຜິດ​ປົກກະຕິ ເຊີ່ງ​ເປັນ​ຜົນ​ແຊກ​ຊ້ອນ​ຈາກ​ຢາ​ກໍ​ຫລຸດ​ນ້ອຍ​ລົງ​ໄປ​ນຳອີກ

ຢ່າງໃດ​ກໍ​ຕາມ ການ​ຜ່າ​ຕັດ​ຝັງ​ເຄື່ອງ​ກະຕຸ້ນ​ໄຟ​ຟ້າ​ໃນ​ສະໝອງ​ບໍ່​ໄດ້​ເຮັດໃຫ້​ຜູ້​ປ່ວຍ​ພະຍາດ​ພາກິນ​ສັນ​ຫາຍ​ຂາດ​ຈາກ​ພະຍາດ ແຕ່​ຈະ​ຊ່ວຍ​ໃຫ້​ຜູ້​ປ່ວຍ ທີ່​ຢູ່​ໄລ​ຍະ​ທ້າຍ​ໆ ຂອງ​ພະຍາດ​ມີ​ອາການ​ດີ​ຂຶ້ນ ສະ​ນັ້ນ ຄວາມ​ສຳ​ເລັດ​ຂອງ​ການ​ປິ່ນປົວ​ຈຳ​ເປັນ​ຕ້ອງ​ອາໄສ​ການ​ປະ​ສານ​ງານ​ທີ່​ດີ​ຂອງ​ທີມ​ແພດ ບໍ່​ວ່າ​ຈະ​ເປັນ​ປະສາດ​ສັນໄລຍະ​ແພດ ປະສາດ​ອາ​ຍຸນ​ແພດ ປະສາດ​ສີນ​ແພດ ປະສາດ​ລັງສີ​ແພດ ແລະ​ນັກ​ປະສາດ​ຈິດ​ວິທະຍາ

ແຕ່ຢູ່ປະເທດໄທຄະນະ​ແພດ​ຈາກ​ຄະນະ​ແພ​ດ​ສາດ​ສິ​ລິ​ລາ​ຊົບ​ຢາ​ບານ​ສາມາດ​ຜ່າ​ຕັດ​ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ໄລ​ຍະ​ທ້າຍ​ໆ ທີ່​ບໍ່​ຕອບສະຫນອງ​ຕໍ່​ຢາ​ໄດ້​ເປັນ​ຜົນ​ສຳ​ເລັດ​ເທື່ອ​ທຳອິດ ເມື່ອ​ເດືອນ​ສິງ​ຫາ ພສ. 2014 ທີ່ຜ່ານມາ ເຊີ່ງ​ພົບ​ວ່າ ໄດ້​ຜົນດີີ​ເປັນ​ທີ່​ໜ້າ​ພໍ​ໃຈ ຈົນ​ເຖິງ​ເດືອນ​ມີ​ນາ ພ. ສ. 2015 ມີ​ຜູ້​ປ່ວຍ​ທີ່​ໄດ້ຮັບ​ການ​ຜ່າ​ຕັດ​ໂດຍ​ວິທີ​ນີ້​ໄປ​ແລ້ວ​ທັງ​ສິ້ນ 105 ລາຍ ແລະ​ປະ​ສົບ​ຜົນ​ສຳ​ເລັດ ໂດຍ​ບໍ່​ມີ​ຜົນ​ແຊກ​ຊ້ອນ​ສຳຄັນ​ໃດໆ ຖື​ເປັນ​ຄວາມ​ສຳ​ເລັດ​ຂອງ​ວົງ​ການ​ແພດ​ ທີ່​ມີ​ຄະນະ​ເຮັດວຽກ​ພ້ອມ​ໃນ​ການ​ຜ່າ​ຕັດ ແລະ​ນັບ​ເປັນ​ກ້າວ​ທີ່​ສຳຄັນ​ຍິ່ງ​ທາງ​ດ້ານ​ເທກ​ໂນ​ໂລ​ຍີ ຂອງ​ການ​ປິ່ນປົວ​ແບບ​ໃໝ່ ທີ່​ຊ່ວຍ​ໃຫ້​ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ໄລ​ຍະ​ທ້າຍ ຫລຸດ​ຄວາມ​ທຸກທໍລະມານ ແລະ​ສາມາດ​ກັບ​ໄປ​ໃຊ້​ຊີວິດ​ປະຈຳວັນ​ໄດ້ ໃກ້​ຄຽງ​ຄົນ​ປົກກະຕິ​ຫລາຍ​ທີ່ສຸດ ຄາດ​ວ່າ ໃນ​ອະນາຄົດ​ການ​ປິ່ນປົວພະຍາດ​ພາ​ກິນ​ສັນ​ໂດຍ​ວິທີ​ຜ່າ​ຕັດ ຈະ​ສາມາດ​ເຂົ້າ​ເຖິງ​ຜູ້​ປ່ວຍ​ໄດ້​ຫລາຍ​ຂຶ້ນ ເຊີ່ງ​ເປັນ​ການ​ເພີ່ມ​ໂອ​ກາດ​ທາງ​ການ​ປິ່ນປົວ​ແກ່​ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ ​ຕໍ່ໄປ​ໃນ​ອະນາຄົດ

ຢ່າງໃດ​ກໍ​ຕາມ ການ​ປິ່ນປົວ​ໂດຍ​ການ​ຜ່າ​ຕັດ​ສະໝອງ​ໃນ​ອະ​ດີດ​ທີ່​ຜ່ານມາ ເຊັ່ນ ຜ່າ​ຕັດ​ປູກ​ຖ່າຍ​ເຊວສ້າງ​ສານ​ໂດ​ປາ​ມີນ​ໃນ​ສະໝອງ ພົບ​ວ່າ ໄດ້​ຜົນດີີ​ພຽງ​ຊົ່ວ​ຄາວ ແລະ​ປະຈຸບັນ ຫລຸດ​ຄວາມ​ນິຍົມ​ລົງ​ໄປ​ຫລາຍ ສ່ວນ​ການ​ຜ່າ​ຕັດ​ສະໝອງ​ຜູ້​ປ່ວຍ​ພະຍາດ​ພາ​ກິນ​ສັນ​ໃນ​ລາຍ​ທີ່​ມີ​ອາການ​ສັ່ນ ຫລື​ເຄື່ອນ​ໄຫວ​ຜິດ​ປົກກະຕິ​ທີ່​ຄວບ​ຄຸມ​ບໍ່​ໄດ້​ດ້ວຍ​ຢາ ກໍ​ຍັງ​ຄົງ​ມີ​ການເຮັດ​ຢູ່​ນຳ​ ແຕ່​ການ​ປິ່ນປົວ​ໄດ້​ຜົນ​ບໍ່​ດີ​ເທົ່າ​ກັບ​ການ​ຜ່າ​ຕັດ​ສະຫມອງ ຝັງ​ເຄື່ອງ​ກະຕຸ້ນ​ໄຟ​ຟ້າ ແຕ່​ອຸປະກອນ​ທີ່​ໃຊ້​ໃນ​ການ​ຜ່າ​ຕັດ​ມີ​ລາ​ຄາ​ຂ້ອນ​ຂ້າງ​ສູງ ແລະ​ຕ້ອງ​ຜ່າ​ຕັດ​ໃໝ່​ທຸກ​ໆ 5 ປີ ເພື່ອ​ປ່ຽນ​ແບດ​ເຕີ​ລີ່ ທີ່​ໝົດ​ອາ​ຍຸ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...