ສຳລັບການແຂ່ງຂັນບານເຕະລຸ້ນອາຍຸບໍ່ເກີນ 16 ປີ ຫຼື U-16 ທີ່ປະເທດກຳປູເຈຍເປັນເຈົ້າພາບ, ເຊີ່ງວ່ານັດທຳອິດແມ່ນທີມຊາດລາວ ພົບກັບ ທີມຊາດໄທ ໃນເວລາ 15:30 ໂມງ ແຂ່ງຂັນທີ່ປະເທດກຳປູເຈຍ
ຕາມການຄາດຫວັງຂອງຄູເຝິກທີມຊາດລາວ U-16, ທ່ານ ບຸນລັບ ເຄນກິຕິສັກ ໄດ້ໃຫ້ສຳພາດໄວ້ວ່າ: ສຳລັບການພົບກັບທີມຊາດໄທ ມັນບໍ່ແມ່ນເລື່ອງງ່າຍເພາະມາດຕະຖານບານເຕະໄທດີກວ່າ ແຕ່ທີມຊາດລາວເຮົາເອງກໍມີຄວາມພ້ອມ ແລະ ມີການກຽມຄວາມພ້ອມເປັນຢ່າງດີມາເຊັ່ນດຽວກັນ, ເຊິ່ງນັກກິລາສ່ວນໃຫຍ່ແມ່ນຫລິ້ນນຳກັນມາແຕ່ດົນ ໃນຈຸດນີ້ເປັນຈຸດແຂງຂອງທີມນັກເຕະທີມຊາດລາວ ແລະ ໃນທີ່ສຸດກໍ່ບໍ່ເກີນຄວາມສາມາດຂອງທີມຊາດລາວ ທີ່ສາມາດເອົາຊະນະທີມຊາດ ໄທ ໄປໄດ້ 1-0 ປະຕູ, ໂດຍການຍິງປະຕູຂອງ ບຸນພະຈັນ ບຸນຄົງ ນັກເຕະຫມາຍເລກ17 ຈາກສະໂມສອນ ສະຫວັນ ເອັຟຊີ ໃນນາທີທີ່ 35 ເປັນຮີໂຣ່ໃຫ້ກັບທີມຊາດລາວໃນນັດທຳອິດນີ້