spot_img
Homeລົດຍົນ-ຍານພາຫະນະນ້ຳມັນເຄື່ອງ ດີຈັ່ງໃດ

ນ້ຳມັນເຄື່ອງ ດີຈັ່ງໃດ

Published on

ສິ່ງ​ທີ່​ເຮົາ​ຕ້ອງ​ປ່ຽນ​ເລື້ອຍ​ທີ່ສຸດ​ໃນ​ອາ​ຍຸ​ການ​ໃຊ້​ງານ​ຂອງ​ລົດ​ຄັນ​ໜຶ່ງ ສິ່ງ​ນັ້ນ​ຄື​ນ້ຳ​ມັນ​ເຄື່ອງ​ເລີ່ມ​ດ້ວຍ​ການ​ອະທິບາຍ​ຫນ້າທີ່​ຂອງ​ນ້ຳ​ມັນ​​ເຄື່ອງ​ກັນ​ກ່ອນ​

engine-oil-2

ຫນ້າທີ່​ຂອງນ້ຳ​ມັນ​ເຄື່ອງ
ໂດຍ​ນ້ຳ​ມັນ​ເຄື່ອງຈະ​ເຄືອບ​ຊິ້ນ​ສ່ວນ​ໂລ​ຫະ​​ໃນ​ລັກສະນະ​ເປັນ​ຟິມ ເຄືອບ​ຢູ່​ທີ່​ຜິວ​ໂລ​ຫະ ເພື່ອ​ຊ່ວຍ​ຫລຸດ​ການ​ສຳ​ຜັດ​ກັນ​ໂດຍ​ກົງ​ຂອງ​ຊິ້ນ​ສ່ວນ​ໂລ​ຫະ ໂດຍ​ຄວາມ​ໜາ​ຂອງ​ຟິມ​ນັ້ນ​ຂຶ້ນ​ຢູ່​ກັບ​ຄວາມ​ໜຽວ​ຂອງ​ນ້ຳ​ມັນ​ເຄື່ອງ

engine-oil-1

ຫນ້າທີ່​ໃນ​ການ​ລະບາຍ​ຄວາມ​ຮ້ອນ
ໃນ​ຊ່ວງ​ທີ່​ເຄື່ອງ​​ກຳ​ລັງ​ເຮັດວຽກ​ນັ້ນ​ຈະ​ເກີດ​ຄວາມ​ຮ້ອນ​ຂຶ້ນ​ບໍລິເວນ​ອ້ອມຮອບ​ຝາ​ສູບ ອ້ອມຮອບ​ກະ​ບອກ​ສູບ ລູກ​ສູບ ​ແລະ ຊິ້ນ​ສ່ວນ​ພາຍ​ໃນ​ຕ່າງໆ ປ໊ຳ​ນ້ຳ​ມັນ​ເຄື່ອງ​ຈະ​ສົ່ງ​ນ້ຳ​ມັນ​ເຄື່ອງ​ໄປ​​ຫລໍ່​ລື່ນ​ຊິ້ນ​ສ່ວນ​ຕ່າງໆ ເມື່ອ​ນ້ຳ​ມັນ​ເຄື່ອງ​ໄຫລ​ກັບ​ກໍ​ຈະ​ພາ​ເອົາ ຄວາມ​ຮ້ອນ​ກັບ​ລົງ​ໄປ​ສູ່​ອ່າງ​ນ້ຳ​ມັນ​ເຄື່ອງ​ດ້ວຍ ຈຶ່ງ​ເປັນ​ການ​ລະບາຍ​ຄວາມ​ຮ້ອນ​ໃຫ້​ຊິ້ນ​ສ່ວນ​ຕ່າງໆ​ຂອງ​ເຄື່ອງ​​ອີກ​ທາງ​ໜຶ່ງ

ຫນ້າທີ່​ໃນ​ການ​ປ້ອງ​ກັນ​ຂີ້ໝ້ຽງ​ແລະ​ການ​ກັດ​ຝົນ
ການ​ເຜົາ​ໄໝ້​ໃນ​ເຄື່ອງ​​ຈະ​ເຮັດໃຫ້​ເກີດ​ຄວາມ​ຊຸ່ມ​ແລະ​ໄອ​ນ້ຳ ເປັນ​ສາ​ເຫດ​ໃຫ້​ເກີດຂີ້ໝ້ຽງກັບ​ຊິ້ນ​ສ່ວນ​ຕ່າງໆ ຂະນະ​ດຽວ​ກັນ ການ​ເຜົາ​ໄໝ້​ເຊື້ອ​ເພີງ​ກໍ​ເຮັດໃຫ້​ເກີດ​ກົດ​ກຳ​ມະ​ຖັນ ເຊີ່ງ​ສາມາດ​ກັດ​ຝົນ​ຊິ້ນ​ສ່ວນ​ຂອງ​ເຄື່ອງ​​ໄດ້ ນ້ຳ​ມັນ​ເຄື່ອງ​ມີ​ຫນ້າທີ່​ເຮັດໃຫ້​ໄອ​ນ້ຳ​ແລະ​ກົດ​ກຳ​ມະ​ຖັນ​ເຈືອ​ຈາງ​ລົງ​ເຊີ່ງ​ຊ່ວຍ​ປ້ອງ​ກັນ ຂີ້ໝ້ຽງ ​ແລະ​ ການ​ກັດ​ຝົນ​ໄດ້

engine-oil-4

ຫນ້າທີ່​ໃນ​ການ​ປ້ອງ​ກັນ​ການ​ຮົ່ວ​ຂອງ​ກຳ​ລັງ​ອັດ
ນ້ຳ​ມັນ​ເຄື່ອງ​ທີ່​ມີ​ລັກສະນະ​ເປັນ​ຟິມ​ຈະ​ຊ່ວຍ​ເຄືອບ​ຝາ​ກະ​ບອກ​ສູບ ເພື່ອ​ເຮັດ​ຫນ້າທີ່​ປ້ອງ​ກັນ​ການ​ຮົ່ວ​ຂອງ​ກຳ​ລັງ​ອັດ​ພາຍ​ໃນກະ​ບອກ​ສູບ​ທີ່​ຈະ​ໄຫລ​ຜ່ານ​ລະຫວ່າງ​ແຫວນ​ລູກ​ສູບ​ແລະ​ກະ​ບອກ​ສູບ​ລົງ​ສູ່​ຫ້ອງ​ແຄ້ງ​ຂອງ​ເຄື່ອງ​

ຫນ້າທີ່​ໃນ​ການເຮັດ​ຄວາມ​ສະ​ອາດ
ການ​ເຜົາ​ໄໝ້​ໃນ​ເຄື່ອງ​ຍົນຕ໌​ຈະ​ເຮັດໃຫ້​ເກີດ​ເຂ​ມ່າ​ແລະ​ຜົງ​ໂລ​ຫະ ເຊີ່ງ​ອາດ​ເຮັດໃຫ້​ເກີດ​ການ​ອຸດ​ຕັນ​ພາຍ​ໃນ​ຊິ້ນ​ສ່ວນ​ເຄື່ອງ​ຍົນຕ໌​ໄດ້ເພາະ​ສະ​ນັ້ນ​ນ້ຳ​ມັນ​ເຄື່ອງ​ມີ​ຫນ້າທີ່​ຊະ​ລ້າງ​ເຂ​ມ່າ​ແລະ​ປ້ອງ​ກັນ​ການ​ລວມ​ຕົວ​ກັນ​ຂອງ​ຜົງ​ໂລ​ຫະ​ທີ່​ອາດ​ເຮັດໃຫ້​ເກີດ​ການ​ອຸດ​ຕັນ​ໄດ້

engine-oil-3

ຄວາມ​ສຳຄັນ​ກັບ​ການ​ເລືອກ​ນ້ຳ​ມັນ​ເຄື່ອງ ພໍ​ຈະ​ແນະ​ວິທີ​ການ​ເລືອກ​ໃຊ້​ນ້ຳ​ມັນ​ເຄື່ອງ​ໃນ​ເບື້ອງ​ຕົ້ນ​ດັ່ງ​ນີ້

ເລືອກ​ຈາກ​ຊະນິດ​ຂອງ​ນ້ຳ​ມັນ​ເຄື່ອງ ຄື​ການ​ເລືອກ​ໂດຍ​ເບິ່ງ​ຈາກ​ພື້ນ​ຖານ​ຂອງ​ນ້ຳ​ມັນ​ເຄື່ອງ​ວ່າ​ເປັນ​ຊະນິດ​ໃດ ເຊີ່ງ​ຈະ​ມີ​ຜົນ​ກັບ​ອາ​ຍຸ​ການ​ໃຊ້​ງານ​ຂອງ​ນ້ຳ​ມັນ​ເຄື່ອງ ໂດຍ​ສ່ວນ​ໃຫຍ່​ຈະ​ແບ່ງ​ເປັນ 3 ຊະນິດ ດັ່ງ​ນີ້
1.1 ນ້ຳ​ມັນ​ເຄື່ອງ​ຊະນິດ​ທຳມະດາ
1.2 ນ້ຳ​ມັນ​ເຄື່ອງ​ຊະນິດ​ເຄິ່ງ​ສັງ​ເຄາະ
1.3. ນ້ຳ​ມັນ​ເຄື່ອງ​ສັງ​ເຄາະ

ໂດຍ​ຂໍ້​ແຕກ​ຕ່າງ​ຂອງ​ນ້ຳ​ມັນ​ເຄື່ອງ​ທັງ​ສາມ​ຊະນິດ​ນີ້​ກໍ​ຄື​ໂຄງ​ສ້າງ​ຂອງ​ໂມ​ເລ​ກຸນ​ໃນ​ຕົວ​ນ້ຳ​ມັນ​ເຄື່ອງ​ທີ່​ມີ​ການ​ຢຶດ​ຕົວ​ເກາະ​ກັນ ໂດຍ​ການ​ຢຶດ​ຕົວ​ຂອງ​ອະ​ຕອມ​ທີ່​ຕ່າງ​ກັນ​ເຮັດໃຫ້​ນ້ຳ​ມັນ​ເຄື່ອງ​ສາມາດ​ຄົງ​ຄວາມ​ໜຽວ ​ແລະ ລັກສະນະ​ການ​ເປັນ​ຟິມໄດ້​ດົນ​ຕ່າງ​ກັນ  ສະຫລຸບ​ງ່າຍໆ ວ່າ​ຂໍ້​ແຕກ​ຕ່າງ​ຂອງ​ນ້ຳ​ມັນ​ເຄື່ອງ​ທັງ​ສາມ​ຊະນິດ​ກໍ​ຄື​ໄລຍະ​ເວລາ​ໃນ​ການ ປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງ​ນັ້ນ​ເອງ

engine-oil-5

ໂດຍ​ໄລ​ຍະ​ເວລາ​ຂອງ​ການ​ປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງ​ນັ້ນ​ອາດ​ແຕກ​ຕ່າງ​ກັນ​ໄດ້​ຂຶ້ນ​ຢູ່​ກັບ ລັກສະນະ​ການ​ໃຊ້​ລົດ​ຂອງ​ແຕ່​ລະ​ທ່ານ ເຊັ່ນ ບາງ​ທ່ານ​ອາດ​ແລ່ນທາງ​ໄກ​ຢ່າງ​ດຽວ​ເຊີ່ງ​ບໍ່​ຄ່ອຍ​ພົບ​ກັບ​ການ​ຈາລະຈອນ​ທີ່​ຕິດ​ຂັດ ໄລ​ຍະ​ເລກ​ກິ​ໂລ​ແມັດ​ທີ່​ໜ້າ​ປັດ​ຂອງ​ລົດ​ທ່ານ​ກໍ​ອາດ​ກົງ​ກັບ​ໄລ​ຍະ​ທາງ​ທີ່​ທ່ານ​ແລ່ນແທ້ໆ  ທ່ານ​ສາມາດ​ປ່ຽນ​ນ້ຳ​ມັນ​ເຄື່ອງ​ຕາມ​ທີ່​ກຳນົດ​ໄວ້​ຫລື​ຫລາຍກວ່າ​ໄດ້ ແຕ່​ຜູ້​ທີ່​ພົບ​ການ​ຈາລະຈອນ​ທີ່​ຕິດ​ຂັດ​ຢູ່​ເປັນ​ປະຈຳ ເຖີງແມ່ນວ່າ​ລົດ​ຂອງ​ທ່ານ​ຈະ​ບໍ່​ໄດ້​ແລ່ນແຕ່​ເຄື່ອງ​ຍົນຕ໌​ຂອງ​ກໍ​ເຮັດວຽກ​ຕະຫລອດ​ເວລາ ຈຶ່ງ​ຄວນ​ຈະ​ປ່ຽນ​ໄວ​ກວ່າ​ທີ່​ກຳນົດ​ໄວ້​

ເລືອກ​ຈາກ​ເກດ​ຄຸນນະພາບ​ຂອງ​ນ້ຳ​ມັນ​ເຄື່ອງຄື​ການ​ເລືອກ​ໂດຍ​ເບິ່ງ​ຈາກ​ເກດ​ຄຸນນະພາບ​ທີ່​ເກີດ​ຈາກ​ການ​ທົດສອບ​ຄຸນສົມບັດ​ດ້ານ​ຕ່າງໆ​ຂອງ ນ້ຳ​ມັນ​ເຄື່ອງ ເຊີ່ງ​ກ່ຽວ​ຂ້ອງ​ກັບ​ຄຸນນະພາບ​ແລະ​ປະ​ສິດ​ທິ​ພາບ​ເກືອບ​ທຸກ​ດ້ານ​ຂອງ​ນ້ຳ​ມັນ​ເຄື່ອງ ໂດ​ຍສະ​ຖາ​ບັນ​ທີ່​ໄດ້ຮັບ​ການ​ຍອມ​ຮັບ​ຈາກ​ຜູ້​ຜະລິດ​ນ້ຳ​ມັນ​ທົ່ວ​ໂລກ​ໃຫ້ເປັນ​ຜູ້​ທົດສອບ​ຄື ສະ​ຖາ​ບັນ API ທີ່​ຫຍໍ້​ມາ​ຈາກ AMERICAN PETROLEUM INSTITUTE ໂດຍ API ຈະ​ແບ່ງ​ເກດ​ຄຸນນະພາບ​ເປັນ 2 ກຸ່ມ ດັ່ງ​ນີ້

ກຸ່ມ​ທີ່ 1 ຄື​ເກດ​ຄຸນນະພາບ​ສຳລັບ​ເຄື່ອງ​ຍົນຕ໌​ເບນ​ຊິນ​ເຊີ່ງ​ຕາມ​ຫລັງ​ອັກສອນ​ຫຍໍ້ API ໂດຍ​ຈະ​ໃຊ້​ຕົວ​ອັກສອນ S
(STATION SERVICE-SPARK IGNITION) ນຳ​ໜ້າ​ຕົວ​ອັກສອນ​ຫຍໍ້​ທີ່​ບົ່ງ​ບອກ​ເກດ​ຄຸນນະພາບ​ຂອງ​ນ້ຳ​ມັນ​ເຄື່ອງ​ເຊີ່ງ​ເລີ່ມ​ຈາກ​ຕົວ​ອັກສອນ A ເຊີ່ງ​ເປັນ​ເກດ​ຄຸນນະພາບ​ຕ່ຳ​ສຸດ​ຈາກ​ນັ້ນ​ຈຶ່ງ​ໄລ່​ຕາມ​ຕົວ​ອັກສອນ​ໄປ​ເລື່ອຍ​ໆ  ຄື B, C, D, E, F, G, H,J ແລະ Lເຊັ່ນ API SG, API SJ, API SL  ແລະ API SM  ເຊີ່ງ​ເປັນ​ເກດ​ຄຸນນະພາບ​ສູງ​ສຸດ​ໃນ​ປະຈຸບັນ ເຮົາ​ສາມາດ​ເບິ່ງ​ເກດ​ຄຸນນະພາບ​ຂອງ​ນ້ຳ​ມັນ​ເຄື່ອງ​ທີ່​ສະແດງ​ໄວ້​ເທິງ​ສະ​ຫລາກ​ຂ້າງ​ແກລອນ

ກຸ່ມ​ທີ່ 2 ຄື​ເກດ​ຄຸນນະພາບ​ສຳລັບ​ເຄື່ອງ​ຍົນຕ໌​ດີ​ເຊວເຊີ່ງ​ຕາມ​ຫລັງ​ອັກສອນ​ຫຍໍ້ API ໂດຍ​ຈະ​ໃຊ້​ຕົວ​ອັກສອນ C (COMMERCIAL SERVICE-COMPRESSION IGNITION) ນຳ​ໜ້າ​ຕົວ​ອັກສອນ​ຫຍໍ້ ທີ່​ບົ່ງ​ບອກ​ເກດ​ຄຸນນະພາບ​ຂອງ​ນ້ຳ​ມັນ​ເຄື່ອງ​ເຊີ່ງ​ເລີ່ມ​ຈາກ​ຕົວ​ອັກສອນ A ເຊີ່ງ​ເປັນ​ເກດ​ຄຸນນະພາບ​ຕ່ຳ​ສຸດ​ຈາກ​ນັ້ນ​ຈຶ່ງ​ໄລ່​ຕາມ​ຕົວ  ອັກສອນ​ໄປ​ເລື່ອ​ຍໆ​ຄື B, C,D, E, F, G, H ແລະ I ເຊັ່ນ API CF, API CG-4, API CH-4ແລະ API CI-4  (ເລກ 4 ທີ່​ຕາມ​ຫລັງ​ໝາຍ​ເຖິງ ເນັ້ນ​ໃຊ້​ສຳລັບ​ເຄື່ອງ​ຍົນຕ໌ 4 ຈັງ​ຫວະ)

ຕາມ​ຄວາມ​ເປັນ​ຈິງ​ແລ້ວ​ທັງ​ນ້ຳ​ມັນ​ເຄື່ອງ​ຂອງ​ເຄື່ອງ​ຍົນຕ໌​ເບນ​ຊິນ​ແລະ​ເຄື່ອງ​ຍົນຕ໌ ດີ​ເຊວ​ນັ້ນ ສາມາດ​ໃຊ້​ໄດ້​ກັບ​ເຄື່ອງ​ຍົນຕ໌​ເບນ​ຊິນ​ແລະ​ດີ​ເຊວ​ໄດ້ ແຕ່​ຈະ​ມີ​ຄວາມ​ເໝາະ​ສົມ​ກັບ​ເຄື່ອງ​ຍົນຕ໌​ແຕ່​ລະ​ຊະນິດ​ຕ່າງ​ກັນ ຖ້າຫາກ​ນ້ຳ​ມັນ​ເຄື່ອງ​ຊະນິດ​ໃດ​ທີ່​ເໝາະ​ກັບ​ເຄື່ອງ​ຍົນຕ໌​ເບນ​ຊິນ ທາ​ງສະ​ຖາ​ບັນ API ຈະ​ນຳ​ເກດ​ຄຸນນະພາບ​ທີ່​ເໝາະ​ສົມ​ມາ ໄວ້​ຂ້າງ​ໜ້າ​ເຊັ່ນ ນ້ຳ​ມັນ​ເຄື່ອງ​ທີ່​ເໝາະ​ສົມ​ກັບ​ເຄື່ອງ​ຍົນຕ໌​ເບນ​ຊິນ​ຈະ​ມີ​ເກດ​ຄຸນນະພາບ​ດັ່ງ​ນີ້ API SL/CF ຫລື​ນ້ຳ​ມັນ​ເຄື່ອງ​ທີ່​ເໝາະ​ສົມ​ກັບ​ເຄື່ອງ​ຍົນຕ໌​ດີ​ເຊນວກໍ​ຈະ​ມີ​ເກດ​ຄຸນນະພາບ​ດັ່ງ​ນີ້ API CH-4/SJ ເຊີ່ງ​ໝາຍ​ຄວາມ​ວ່າ​ເກດ​ຄຸນນະພາບ​ຂອງ​ນ້ຳ​ມັນ​ເຄື່ອງ​ດີ​ເຊວ​ຊະນິດ​ນີ້​ທຽບ​ເທົ່າ​ກັບ​ເກດ ຄຸນນະພາບ​ຂອງ​ນ້ຳ​ມັນ​ເຄື່ອງ​ເບນ​ຊິນ​ໃນ​ເກດ​ຄຸນນະພາບ SJ ນັ້ນ​ເອງ ສ່ວນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ນ້ຳ​ມັນ​ເຄື່ອງ​ທັງ 2 ເກດ​ຄຸນນະພາບ​ຄື ສ່ວນ​ປະກອບ​ອື່ນໆ​ຂອງ​ນ້ຳ​ມັນ​ເຄື່ອງ​ເຊັ່ນ​ສານ​ເພີ່ມ​ຄຸນນະພາບ (ADDITIVES) ເຊີ່ງ​ເໝາະ​ກັບ​ເຄື່ອງ​ຍົນຕ໌​ທີ່​ຕ່າງ​ຊະນິດ​ກັນ ໃນ​ປະຈຸບັນ​​ແນະ​ນຳ​ໃຫ້​ໃຊ້​ນ້ຳ​ມັນ​ເຄື່ອງ​ເກດ​ຄຸນນະພາບ​ສູງ​ສຸດ​ຫລື​ໃກ້​ຄຽງ​ເກດ ຄຸນນະພາບ​ສູງ​ສຸດ​ຢູ່​ສະເໝີ ເຖິງແມ່ນວ່າ​ລາ​ຄາ​ຈະ​ແພງ​ກວ່າ​ເກດ​ທີ່​ຕ່ຳ​ກວ່າ​ແຕ່​ກໍ​ຄຸ້ມ​ຄ່າ​ກວ່າ​ເຊັ່ນ​ກັນ ເຊີ່ງ​ເມື່ອ​ປຽບທຽບ​ລາ​ຄາ​ຂອງ​ນ້ຳ​ມັນ​ເຄື່ອງ​ເກດ​ຄຸນນະພາບ ຕ່ຳ​ກັບ​ເກດ​ຄຸນນະພາບ​ສູງ​ສຸດ​ນັ້ນ​ລາ​ຄາ​ກໍ​ຕ່າງ​ກັນ​ບໍ່​ຈັກ​ພັນ​ເທົ່າ​ນັ້ນ​ເອງ

engine-oil-6

ເລືອກ​ຈາກ​ເກດ​ຄວາມ​ໜຽວ​ຂອງ​ນ້ຳ​ມັນ​ເຄື່ອງ ຄວາມ​ໜຽວ​ຂອງ​ນ້ຳ​ມັນ​ເຄື່ອງ​ຈະ​ກ່ຽວ​ຂ້ອງ​ກັບ​ການສ້າງ​ຊັ້ນ​ເຄືອບ​ແລະ​ການ​ໄຫລ​ວຽນ ຂອງ​ນ້ຳ​ມັນ​ເຄື່ອງ ເຊີ່ງ​ເກດ​ຄວາມ​ໜຽວ ຄື​ອັດຕາ​ການ​ໄຫລ​ຂອງ​ປະລິມານ​ຕໍ່​ຂະໜາດ​ແລະ​ຄວາມ​ຍາວ​ຂອງ​ລູ ຕໍ່​ຫນ່ວຍ​ເວລາ ເຊັ່ນ ນ້ຳ​ມັນ 60 ຊີຊີ ໄຫລ​ຜ່ານ​ລູ​ຂະໜາດ 12.25 ມິນ​ລິ​ແມັດ ອຸນຫະພູມ 100 ອົງ​ສາ​ ສ່ວນ​ຫນ່ວຍ​ງານ​ທີ່​ໄດ້ຮັບ​ການ​ຍອມ​ຮັບ​ຈາກ​ທົ່ວ​ໂລກ​ໃນ​ການ​ວັດ​ເກດ​ຄວາມ​ໜຽວ​ກໍ​ຄື​ສະມາຄົມ ວິ​ສະວະກ​ອນ​ລົມ​ຍານ​ຍົນຕ໌​ຫລື SAE (SOCIETY OF AUTOMOTIVE ENGINEERS) ໂດຍ​ເກດ​ຄວາມ​ໜຽວ​ຂອງ​ນ້ຳ​ມັນ​ເຄື່ອງ​ຈະ​ສະແດງ​ເປັນ​ອັກສອນ​ຫຍໍ້ SAE ແລ້ວ​ຕາມ​ດ້ວຍ​ເກດ​ຄວາມ​ໜຽວ​ເປັນ​ຕົວ​ເລກ ເຊັ່ນ 5,10,15,30,40 ແລະ 50 ເປັນ​ຕົ້ນ ໂດຍ​ຕົວ​ເລກ​ຍິ່ງ​ຫລາຍ ຄວາມ​ໜືດ​ກໍ​ຈະ​ສູງ​ຕາມ​ໄປ​ດ້ວຍ​ເຊັ່ນ SAE 10W-50 ຈະ​ມີ​ຄວາມ​ໜຽວ​ຫລາຍກວ່າ SAE 5W-40 ເຊີ່ງ​ການ​ວັດ​ເກດ​ຄວາມ​ໜຽວ​ຈະ​ແບ່ງ​ເປັນ​ການ​ວັດ​ທີ່ 2 ອຸນຫະພູມ​ທີ່​ແຕກ​ຕ່າງ​ກັນ

ວັດ​ທີ່​ອຸນຫະພູມ – 18 ອົງ​ສາ​ ເຊີ່ງ​ຕົວ​ເລກ​ເກດ​ຄວາມ​ໜຽວ​ຈະ​ຕາມ​ດ້ວຍ​ອັກສອນ W (WINTER) ເຊັ່ນ 5W, 10W

ວັດ​ທີ່​ອຸນຫະພູມ 100 ອົງ​ສາ​ ເຊີ່ງ​ຕົວ​ເລກ​ເກດ​ຄວາມ​ໜຽວ​ຈະ​ເປັນ​ຕົວ​ເລກ​ຢ່າງ​ດຽວ​ເຊັ່ນ 30, 40, 50

ການ​ເລືອກ​ນ້ຳ​ມັນ​ໃນ​ປະເທດ​ລາວ ເຊີ່ງ​ເປັນ​ປະເທດ​ຮ້ອນ​ໃຫ້​ເບິ່ງ​ທີ່​ຕົວ​ເລກ​ຕົວ​ຫລັງ​ສຸດ​ທີ່​ບໍ່​ມີ​ຕົວ​ອັກສອນ​ນຳ​ໜ້າ​ຢ່າງ​ດຽວ​ກໍ​ພໍ ເພາະ​ປະເທດ​ລາວບໍ່​ມີ​ອຸນຫະພູມ​ຕິດ​ລົບ​ຈຶ່ງ​ບໍ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ເບິ່ງ​ຕົວ​ເລກ​ທີ່​ມີ​ຕົວ​ອັກສອນ W ຕາມ​ຫລັງ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...