spot_img
Homeວິທະຍາສາດ-ວິທະຍາການການທົດສອບການດົມສາມາດກວດສອບພະຍາດອໍທິດຕິກໄດ້

ການທົດສອບການດົມສາມາດກວດສອບພະຍາດອໍທິດຕິກໄດ້

Published on

http://www.vcharkarn.com/media/images/

ການສຶກສາ​ໃໝ່​ແນະນຳ​ວ່າ ການ​ທົດສອບ​ພຽງ​ແຕ່ 10 ນາ​ທີ​ສາມາດ​ຊ່ວຍ​ໃຫ້​ທ່ານ​ໝໍ​ຄົ້ນ​ພົບ​ພະຍາດ​ອໍ​ທິດ​ຕິກ​ໄດ້

ເດັກ​ສ່ວນ​ຫລາຍ​ຈະ​ຫາຍ​ໃຈ​ເອົາ​ກິ່ນ​ທີ່​ມັກ​ເຂົ້າໄປ​ໄດ້​ເລິກ​ກວ່າ​ກິ່ນ​ທີ່​ເໝັນ ແຕ່​ໃນ​ເດັກ​ທີ່​ເປັນ​ພະຍາດ​ອໍ​ທິດ​ຕິກ​ນັ້ນ​ຈະ​ສູບ​ອາ​ກາດ​ເຂົ້າໄປ​ໄດ້​ໃນ​ປະລິມານ​ດຽວ​ກັນ​ບໍ່​ວ່າ​ຈະ​ເປັນ​ກິ່ນ​ຫອມ​ຂອງ​ດອກ​ໄມ້​ຫລື​ກິ່ນ​ສົ້ມ​ຂອງ​ນົມ ນັກ​ວິ​ໄຈ​ໄດ້​ລາຍ​ງານ​ການ​ຄົ້ນ​ພົບ​ຂອງ​ພວກເຂົາ​ໄວ້​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Current Biology

ການ​ຄົ້ນ​ພົບ​ຊີ້​ວ່າ ການ​ທົດສອບ​ການ​ສູບ​ຫາຍ​ໃຈ​ເຂົ້າ​ແລະ​ການ​ດົມ​ໃນ​ມື້​ໜຶ່ງ​ຈະ​ກາຍ​ເປັນ​ວິທີ​ທີ່​ງ່າຍ​ແລະ​ໄວ​ໃນ​ການ​ລະ​ບຸ​ວ່າ​ເດັກ​ຄົນ​ໃດ​ເປັນ​ພະຍາດ​ອໍ​ທິ​ດຕິ​ກ ການ​ທົດສອບ​ແບບ​ນີ້​ໄດ້​ຖືກ​ລອງ​ນຳ​ມາ​ໃຊ້​ໃນ​ການ​ຄົ້ນ​ຫາ​ຄວາມ​ສ່ຽງ​ຂອງ​ພະຍາດ​ສະຫມອງ​ເສື່ອມ​ໃນ​ຜູ້ໃຫຍ່ (ເພາະ​ວ່າ​ການ​ຮັບ​ຮູ້​ຂອງ​ກິ່ນ​ຈະ​ຫລຸດລົງ​ກ່ອນທີ່ຈະ​ສູນ​ເສຍ​ຄວາມ​ຊົງ​ຈຳ​ໃນ​ຜູ້ໃຫຍ່​ສຳລັບ​ກຸ່ມ​ທີ່​ເປັນ​ພະຍາດ​ອັນ​ໄຊ​ເມີ) ແຕ່​ການສຶກສາ​ຂອງ​ພະຍາດ​ອໍ​ທິດ​ຕິກ​ນັ້ນ​ຍັງມີ​ພຽງ​ເລັກນ້ອຍ ແລະ​ບໍ່ແມ່ນ​ນັກ​ວິ​ໄຈ​ທັງ​ໝົດ​ຈະ​ຄິດວ່າ​ມັນ​ເບິ່ງ​ໜ້າ​ເຊື່ອ​ຖື

“ມັນ​ເປັນ​ຄວາມ​ຄິດ​ທີ່​ດີ” Neil Martin ກ່າວ ພວກເຂົາ​ເປັນ​ນັກ​ຈິດ​ວິທະຍາ​ຈາກ Regent’s University London ໃນ​ປະເທດ​ອັງ​ກິດ​ເຊີ່ງ​ເຮັດ​ການສຶກສາ​ການ​ຮັບ​ຮູ້​ກິ່ນ ພວກເຂົາ​ກ່າວ​ວ່າ “ພວກ​ເຮົາ​ຍັງ​ບໍ່​ສາມາດ​ທີ່​ຈະ​ສະຫລຸບ​ທຸກ​ຢ່າງ​ຈາກ​ການສຶກສາ​ໃນ​ເທື່ອ​ນີ້”

Johannes Frasnelli ເຫັນ​ດ້ວຍ​ວ່າ ງານ​ນີ້​ຍັງມີ​ຫົນ​ທາງ​ອີກ​ຍາວ​ໄກ​ກ່ອນ​ທີ່​ມັນ​ຈະ​ພ້ອມ​ນຳ​ໄປ​ໃຊ້​ໃນ​ຄຣີ​ນິກ​ທາງ​ການ​ແພດ ໂດຍ​ທີ່​ພວກເຂົາ​ເປັນ​ນັກ​ກາຍ​ວິ​ພາກ​ສາດ​ທາງ​ດ້ານ​ປະສາດ ພວກເຂົາ​ເຮັດ​ການສຶກສາ​ກ່ຽວກັບ​ໂຄງ​ສ້າງ​ຂອງ​ສະຫມອງ​ແລະ​ລະບົບ​ປະສາດ​ໃນ University of Quebec ທີ່ Trois-Rivières ໃນ​ປະເທດ​ແຄ​ນາ​ດາ ແຕ່ Frasnelli ກ່າວ​ວ່າ “ການສຶກສາ​ຂອງ​ຜູ້​ຂຽນ​ງານ​ວິ​ໄຈ​ນັ້ນ​ເປັນ​ຂໍ້​ມູນ​ທີ່​ໜ້າ​ສົນ​ໃຈ”

ໃນ​ຫລາຍໆ​ການ​ທົດສອບ​ກ່ອນ​ໜ້າ​ນີ້​ນັ້ນ ຄຳ​ແນະ​ນຳ​ໄດ້​ຖືກ​ໃຫ້​ໃນ​ຮູບ​ແບບ​ຂອງ​ຄຳ​ເວົ້າ​ຫລື​ເປັນ​ແບບ​ຟອມການ​ຂຽນ ເຊີ່ງ​ມັນ​ເຮັດໃຫ້​ເກີດ​ຄວາມ​ເຂົ້າໃຈ​ໄດ້​ຍາກ “ເດັກ​ທີ່​ເປັນ​ພະຍາດ​ອໍ​ທິດ​ຕິກ​ອາດຈະ​ບໍ່​ເຂົ້າໃຈ​ວ່າ​ນັກ​ວິ​ໄຈ​ຕ້ອງ​ການ​ທີ່​ຈະ​ຖາມ​ຫຍັງ” Rozenkrantz ກ່າວ ໂດຍ​ທີ່​ນາງ​ເຮັດວຽກ​ໃຫ້​ກັບ Weizmann Institute of Science ໃນ Rehovot ປະເທດ​ອິ​ສາລະ​ເອນ ເຊີ່ງ​ນາງ​ເປັນ​ນັກ​ຊີວະ​ວິທະຍາ​ທາງ​ດ້ານ​ປະສາດ ນາງ​ເຮັດວຽກ​ກ່ຽວກັບ​ສະຫມອງ​ແລະ​ລະບົບ​ປະສາດ Rozenkrantz ແລະ​ທີມ​ວິ​ໄຈ​ຂອງ​ນາງ​ກໍ່ຫລີກ​ລ້ຽງ​ບັນຫາ​ເຫລົ່າ​ນີ້​ທີ່ເກີດຂື້ນ ພວກ​ເຂົາ​ໄດ້​ຕິດ​ອຸປະກອນ​ທີ່​ໃຊ້​ໃນ​ການ​ປ່ອຍ​ກິ່ນ​ເຂົ້າ​ກັບ​ເດັກ ມັນ​ຈະ​ວັດ​ລັກສະນະ​ການ​ດົມ​ທີ່​ເລິກ​ແລະ​ຍາວ​ໄດ້​ໂດຍ​ອັດ​ໂນ​ມັດ

ນັກ​ວິ​ໄຈ​ໄດ້​ເຮັດ​ການສຶກສາ​ເດັກ​ທີ່​ເປັນ​ພະຍາດ​ອໍ​ທິດ​ຕິກ​ຈຳນວນ 18 ຄົນ ແລະ​ອີກ 18 ຄົົນທີ່​ເຫລືອ​ເຊີ່ງ​ບໍ່​ໄດ້​ເປັນ​ພະຍາດ​ອໍ​ທິດ​ຕິກ​ໃນ​ຊ່ວຍງອາ​ຍຸ​ໃກ້​ໆ​ກັນ ທັງ​ໝົດ​ນັ້ນ​ມີ​ອາ​ຍຸ​ເກືອບ 7 ປີ ໃນ​ເວລາ​ກວ່າ 10 ນາ​ທີ ນັກ​ວິ​ໄຈ​ປ່ອຍ​ກິ່ນ​ໄປ​ໄດ້​ເຖິງ 20 ກິ່ນ (ເຊັ່ນ ແຊມ​ພູ ກຸ​ຫລາບ ນົມ​ສົ້ມ ຫລື​ປາ​ເນົ່າ) ໄປ​ທີ່​ດັງ​ຂອງ​ເດັກໆ ໃນ​ກຸ່ມ​ທີ່​ບໍ່​ໄດ້​ເປັນ​ພະຍາດ​ອໍ​ທິດ​ຕິກ​ຈະ​ກໍ່ການ​ສູບ​ກິ່ນ​ທີ່​ດີ​ເຂົ້າໄປ​ໄດ້​ເລິກ​ກວ່າ​ກຸ່ມ​ທີ່​ເປັນ​ພະຍາດ ແຕ່​ເດັກ​ທີ່​ມາ​ພ້ອມ​ກັບ​ພະຍາດ​ອໍ​ທິດ​ຕິກ​ຈະ​ບໍ່​ປັບ​ປ່ຽນ​ການ​ດົມ​ຂອງ​ພວກ​ເຂົາ​ເລີຍ

Rozenkrantz ເຕືອນ​ວ່າ ການ​ທົດສອບ​ຍັງ​ຕ້ອງ​ການ​ງານ​ວິ​ໄຈ​ອີກ “ສິ່ງ​ທີ່​ເຮົາ​ເຮັດ​ໄປ​ຕອນ​ນີ້​ນັ້ນ​ເປັນ​ແຕ່​ການ​ພິສູດ​ຮູ້​ຄວາມ​ຄິດ​ຂອງ​ພວກ​ເຮົາ” ນາງ​ກ່າວ “ພວກ​ເຮົາ​ຍັງ​ຢູ່​ອີກ​ໄກ​ມາ​ທີ່​ຈະ​ອ້າງ​ໄດ້​ວ່າ​ພວກ​ເຮົາ​ສາມາດ​ໃຊ້​ມັນ​ເປັນ​ເຄື່ອງ​ມື​ໃນ​ການ​ພິຈາລະນາ”

Martin ບໍ່​ເຫັນ​ດ້ວຍ​ກັບ​ງານ​ວິ​ໄຈ​ນີ້ “ການສຶກສາ​ບໍ່​ໄດ້​ກໍ່ການ​ກວດ​ສອບ​ເດັກໆ​ຢ່າງ​ໃກ້​ຊິດ​ຫລາຍ​ພໍ” ພວກເຂົາ​ກ່າວ ແລະ​ນັກ​ວິ​ໄຈ​ບໍ່​ໄດ້​ກວດ​ສອບ​ວ່າ​ເດັກໆ​ນັ້ນ​ມີ​ການ​ຮັບ​ຮູ້​ກິ່ນ​ທີ່​ດີ​ຫລື​ບໍ່​ໃນ​ຕອນ​ເລີ່ມ​ຕົ້ນ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...