spot_img
Homeລົດຍົນ-ຍານພາຫະນະຂັບລົດໃຫ້ປອດໄພໃນໜ້າຝົນ

ຂັບລົດໃຫ້ປອດໄພໃນໜ້າຝົນ

Published on

ເຂົ້າ​ໜ້າ​ຝົນ​ກັນ​ແລ້ວ​ຝົນ​ຕົກ​ເກືອບ​ທຸກ​ມື້ ອີກ​ເລື່ອງ​ໜຶ່ງ​ທີ່​ຄວນ​ຄຳ​ນຶງ​ເຖິງ​ຄື ການ​ກວດ​ເຊັກ ລົດ​ທີ່​ຮັກ​ຂອງ​ເຮົາ ໃຫ້​ພ້ອມ​ຮັບ​ໜ້າ​ຝົນ ເພື່ອ​ຄວາມ​ປອດ​ໄພ ໃນ​ການ​ຂັບ​ຂີ່​ຊ່ວງ​ໜ້າ​ຝົນ ລອງ​ມາ​ເບິ່ງ​ກັນ​​​ວ່າ​ໃນ​ໜ້າ​ຝົນ​ແບບນີ້ ເຮົາ​ຈະ​ກຽມ​ຄວາມ​ພ້ອມ​ຢ່າງໃດ​ໃຫ້​ປອດ​ໄພ​ເຖິງ​ທີ່​ໝາຍ​ແບບ​ຫາຍ​ຫ່ວງ

ຖ້າຫາກ​ຝົນ​ຕົກ​ໜັກ ບໍ່​ຄວນ​ເປີດ​ໄຟ​ສຸກ​ເສີນ ໃນ​ກໍລະນີ​ທີ່​ຝົນ​ຕົກ​ໜັກ ບໍ່​ສົມຄວນ​ທີ່​ຈະ​ເປີດ​ໄຟ​ສຸກ​ເສີນ ເນື່ອງ​ຈາກ​ໄຟ​ສຸກ​ເສີນ​ມີ​ໄວ້​ເພື່ອ​ກໍລະນີ​ສຸກ​ເສີນ​ເທົ່າ​ນັ້ນ ແລະ​ຈະ​ເຮັດໃຫ້​ແຍກ​ບໍ່​ອອກ​ຫາກ​ມີ​ລົດ​ທີ່​ໄດ້ຮັບ​ອຸປະຕິເຫດ ເປີດ​ໄຟ​ສຸກ​ເສີນ​ແລະ​ຈອດ​​ຂ້າງ​ທາງ ລວມ​ທັງ​ຈະ​ບໍ່​ສາມາດ​ໃຫ້​ສັນ​ຍານ​ເມື່ອ​ຕ້ອງ​ການ​ປ່ຽນ​ເລນ ເຮັດໃຫ້ ເກີດ​ອຸປະຕິເຫດ​ໄດ້​ງ່າຍ​ຈາກ​​ລົດ​ທີ່​ຕາມ​ມາ​ດ້ານ​ຫລັງ ຄາດ​ເດົາ​ທິດ​ທາງ​ຂອງ​ລົດ​ບໍ່​ໄດ້

ไฟฉุกเฉิน

ກວດ​ສະພາບ​ຢາງ​ໃຫ້​ພ້ອມ ໝັ່ນ​ກວດ​ສະພາບ​ຢາງ​ກ່ອນ​ໃຊ້​ງານ​ສະເໝີ ແລະ​ແນ່​ໃຈ​ວ່າ​ເຈົ້າ​ໄດ້​ເຮັດ​ຕາມ​ຂັ້ນ​ຕອນ​ໃນ​ການ​ບຳ​ລຸງ​ຮັກສາ​ດັ່ງ​ຕໍ່ໄປ​ນີ້ ເຕີມ​ລົມ​ຢາງ​ໃຫ້​ເໝາະ​ສົມ ຕາມ​ຂໍ້​ແນະ​ນຳ​ຂອງ​ບໍລິສັດ​ຜະລິດ​ລົດ​ ເຊີ່ງ​ສ່ວນ​ຫລາຍ​ຈະ​ມີສະ​ຕິກ​ເກີ​ຂໍ້​ມູນ​ແນະ​ນຳ​ຄວາມ​ດັນ​ລົມ​ຢາງ​ຕິດ​ໄວ້​ບໍລິເວນ ຂອບ​ປະ​ຕູແລະ​ຢູ່ໃນ​ຄູ່​ມື​ປະຈຳ​ລົດ ຂະໜາດ​ຄວາມ​ດັນ​ລົມ​ຢາງ​ທີ່​ຢູ່​ເທິງ​ຢາງ​ເປັນ​ຕົວ​ເລກ​ທີ່​ບອກ​ຄວາມ​ສາມາດ​ໃນ​ການ​ຮັບ​ແຮງ​ດັນ​ສູງ​ສຸດ​ຂອງ​ຢາງ​ເສັ້ນ​ນັ້ນໆ ບໍ່​ໄດ້​ເປັນ​ແຮງ​ດັນ​ລົມ​ທີ່​ເໝາະ​ສົມ​ໃນ​ການ​ໃຊ້​ງານ ເຈົ້າ​ຄວນ​ກວດ​ແຮງ​ດັນ​ລົມ​ຢາງ​ຢ່າງ​ນ້ອຍ​ເດືອນ​ລະ​ເທື່ອ​ກວດ​ຄວາມ​ເລິກ​ດອກ​ຢາງ ຄວາມ​ເລິກ​ເໝາະ​ສົມ​ຂອງ​ດອກ​ຢາງ​ທີ່​ເຫລືອຢູ່​ເປັນ​ຕົວ​ປ້ອງ​ກັນ​ການ​ມື່ນ ຂອງຖະໜົນ

DriveInRain-1

ຂັບ​ໃຫ້​ຊ້າລົງ ເມື່ອ​ຝົນ​ຕົກ ສິ່ງ​ສົກກະປົກ​ແລະ​ນ້ຳ​ມັນ ເທິງ​ຖະໜົນ​ຈະ​ລວມ​ຕົວ​ກັນ​ເຮັດໃຫ້​ຖະໜົນ​ມື່ນ​ເຮັດໃຫ້​ລົດ​ເກີດ​ການ​ໄຖ​​ໄດ້ ທາງ​ທີ່​ດີ​ທີ່ສຸດ​ໃນ​ການ​ຫລີກ​ລ້ຽງ​ການ​ມື່ນໄຫລ ຄື ການ​ຂັບ​ຂີ່​ໃຫ້​ຊ້າລົງ ການ​ຂັບ​ຂີ່​ທີ່​ຊ້າ​ລົງ​ເຮັດໃຫ້​ດອກ​ຢາງ​ສາມາດ​ສຳ​ຜັດ​ຖະໜົນ​ໄດ້​ຫລາຍ​ຂຶ້ນ ເຮັດໃຫ້​ການ​ເກາະ​ຖະໜົນ​ດີ​ຂຶ້ນ

ຖິ້ມ​ໄລ​ຍະ​ຫ່າງ​ຈາກ​ລົດ​ຄັນ​ໜ້າ ຄວນ​ຖິ້ມ​ໄລ​ຍະ​ຫ່າງ​ຈາກ​ລົດ​ຄັນ​ໜ້າ​ພໍ​ສົມຄວນ ເນື່ອງ​ຈາກ​ໃນ​ສະພາ​ວະ​ອາ​ກາດ ທີ່​ບໍ່​ປົກກະຕິ​ອາດຈະ​ເກີດ​ອຸບັດເຫດ​ໄດ້​ຕະຫລອດ​ເວລາ ການ​ຖິ້ມ​ໄລ​ຍະ​ຫ່າງ​ຈາກ​ຄັນ​ໜ້າ​ຈະ​ສາມາດ​ເຮັດໃຫ້​ເຮົາ​ກຽມ​ພ້ອມ​ສຳລັບ​ເຫດການ​ທີ່​ບໍ່​ຄາດ​ຄິດ​ໄດ້​ສະເໝີ

ກຽມ​ການ​ສຳລັບ​ການເດິນທາງ ການ​ຂັບ​ຂີ່​ເທິງ​ຖະໜົນ​ປຽກ​ຕ້ອງ​ການ​ການ​ຄວບ​ຄຸມ​ຢ່າງ​ນຸ່ມ​ນວນ​ບໍ່​ກະ​ແທກ​ ໃນ​ການ​ບັງຄັບ​ລ້ຽວ ການ​ເລັ່ງ ແລະ ການ​ເບ​ຣກ ເມື່ອ​ເຈົ້າ​ຂັບ​ລົດ​ໃນ​ມື້​ຝົນ​ຕົກ ເກີບ​ອາດຈະ​ປຽກ​ແລະ​ມື່ນ​ອອກຈາກ​ແປ້ນ​ຄັນ​ເລັ່ງ ຫລື​ເບ​ຣກ​ໄດ້​ງ່າຍ ໃຫ້​ເຊັດ​ພື້ນ​ເກີບ​ກັບ​ພົມ​ຮອງ​ພື້ນ​ໃນ​ລົດ​ກ່ອນຕິດຈັກລົດ​ ຜູ້​ຂັບ​ລົດ​ທຸກ​ຄົນ​ຄວນ​ກວດ​ໄຟ​ໜ້າ ໄຟ​ທ້າຍ ໄຟ​ເບ​ຣກ ແລະ ໄຟ​ລ້ຽວ​ວ່າ​ສາມາດ ເຮັດວຽກ​ໄດ້​ຕາມ​ປົກກະຕິ ເມື່ອ​ຖະໜົນ​ປຽກ​ໄລ​ຍະ​ເບ​ຣກ​ຈະ​ເພີ່ມ​ເປັນ 3 ເທົ່າ ຈາກ​ຖະໜົນ​ແຫ້ງ ດັ່ງ​ນັ້ນ​ໃນ​ການ​ຂັບ​ຂີ່​ຈະ​ຕ້ອງ​ເວັ້ນ​ໄລ​ຍະ​ຫ່າງ​ຈາກ​ຄັນ​ໜ້າ​ໃຫ້​ຫລາຍ​ຂຶ້ນ

ຮຽນ​ຮູ້​ວ່າ​ຈະ​ຫລີກ​ລ້ຽງ​ແລະ​ຮັບມື​ກັບ​ການ​ເຫີນ​ນ້ຳ​ໄດ້​ຢ່າງໃດ ການ​ເຫີນ​ນ້ຳ​ເກີດ​ຂຶ້ນ​ເມື່ອ​ປະລິມານ​ນ້ຳ​ທີ່​ຢູ່​ທີ່​ໜ້າ​ຢາງ​ລວມ​ຕົວ​ກັນ​ຫລາຍກວ່າ​ປະລິມານ​ນ້ຳ​ທີ່​ຢາງ​ສາມາດ​ໄລ່​ອອກ​ໄປ​ໄດ້ ແຮງ​ດັນ​ຂອງ​ນ້ຳ​ເຮັດໃຫ້​ຢາງ​ຍົກ​ຕົວ​ສູງ​ຂຶ້ນ​ຈາກ​ພື້ນ​ຖະໜົນ ແລະ​ໄຖ​​ຢູ່​ເທິງ​ຟິມ​ບາງໆ ຂອງ​ນ້ຳ​ທີ່​ຢູ່​ລະຫວ່າງ​ຢາງ​ກັບ​ຖະໜົນ ດັ່ງ​ນັ້ນ​ການ​ພົບກັບ​ແອ່ງ​ນ້ຳ​ຕາມ​ຖະໜົນ​ອາດຈະ​ເກີດ​ຂຶ້ນ​ໄດ້​ທຸກ​ເມື່ອ ຄວນ​ກຽມ​ພ້ອມ​ໂດຍ​ການ​ຂັບ​ຂີ່​ທັງ​ສອງ​ມື​ແລະ​ປະ​ຄອງ​ພວງ​ມາ​ໄລ​ໃຫ້​ຫມັ້ນຄົງ​ເມື່ອ​ຄາດ​ເດົາ​ວ່າ​ຈະ​ພົບກັບ​ແອ່ງ​ນ້ຳ ເພາະ​ການ​ເຫີນ​ນ້ຳ​ຈະ​ເຮັດໃຫ້​ລົດ​ສະ​ບັດ​ແລະ​ອາດຈະ​ປ່ຽນ​ທິດ​ທາງ ໄດ້​ງ່າຍ

ขับรถหน้าฝน

ຖ້າ​ຝົນ​ຕົກ​ໜັກ​ຫລາຍ​ໃຫ້​ຢຸດ​ລົດ ກໍລະນີ​ຝົນ​ຕົກ​ໜັກ​ຫລາຍ​ໆ ໃບ​ປັດ​ນ້ຳ​ຝົນ​ຈະ​ບໍ່​ສາມາດ​ປັດ​ນ້ຳ​ອອກ​ໄດ້​ທັນ ຖ້າ​ຝົນ​ຕົກ​ໜັກ​ຈົນ​ເບີ່ງ​ທາງ​ບໍ່​ແຈ້ງ​ຫລື​ເບີ່ງລົດ​ຄັນ​ອື່ນ​ບໍ່​ແຈ້ງ​ໃນ​ໄລ​ຍະ​ຫ່າງ​ທີ່​ປອດ​ໄພ ໃຫ້​ຈອດ​ລົດ​ໃນ​ບໍລິເວນ​ທີ່​ປອດ​ໄພ ຈົນ​ຝົນ​ເບົາລົງ ຫລື ຢຸດ ກໍລະນີ​ທີ່​ຕ້ອງ​ຈອດ​ຂ້າງ​ທາງ ໃຫ້​ຈອດ​ລົດ​ຫ່າງ​ຈາກ​ຖະໜົນ​ໃຫ້​ຫລາຍ​ທີ່ສຸດ ແລະ​ເປີດ​ໄຟ​ສຸກ​ເສີນ​ໄວ້​ ເພື່ອ​ເຕືອນ​ໃຫ້​ລົດ​ທີ່​ວແລ່ນມາ​ຮູ້​ວ່າ​ມີ​ລົດ​ຈອດ​ຢູ່ ຝົນ​ທີ່​ຕົກ​ໃນ​ຕອນທຳອິດ ຖະໜົນ​ຈະ​ມື່ນ​ທີ່ສຸດ ເຮັດໃຫ້ ການ​ຂັບ​ຂີ່​ຍາກ​ທີ່ສຸດ​ເພາະ​ຂີ້ຕົມ ແລະ​ນ້ຳ​ມັນ​ທີ່​ຢູ່​ເທິງ​ພື້ນ​ຜິວ​ຈະ​ລວມ​ຕົວ​ກັບ​ນ້ຳ​ຝົນ ກາຍ​ເປັນ​ຊັ້ນ​ຜິວ​ມື່ນໆ ເທິງ​ພື້ນ​ຖະໜົນ ດັ່ງ​ນັ້ນ​ເຈົ້າ​ຕ້ອງ​ເພີ່ມ​ຄວາມ​ລະ​ມັດ​ລະ​ວັງ​ຢ່າງ​ຫລາຍ​ໃນ​ໄລຍະ​ທີ່​ຝົນ​ຕົກ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...