spot_img
Homeວິທະຍາສາດ-ວິທະຍາການເທກ​ໂນ​ໂລ​ຍີ​ຊີວະ​ພາບ​ໃໝ່​ທີ່​ຈະ​ເຮັດໃຫ້​ການ​ສີດ​ວັກ​ຊີນ​ນັ້ນ​ບໍ່​ເຈັບ​ອີກ​ຕໍ່ໄປ

ເທກ​ໂນ​ໂລ​ຍີ​ຊີວະ​ພາບ​ໃໝ່​ທີ່​ຈະ​ເຮັດໃຫ້​ການ​ສີດ​ວັກ​ຊີນ​ນັ້ນ​ບໍ່​ເຈັບ​ອີກ​ຕໍ່ໄປ

Published on

http://www.vcharkarn.com/media/images/

ສ່ວນ​ທີ່​ຮ້າຍແຮງ​ທີ່ສຸດ​ຂອງ​ການ​ຮັບ​ວັກ​ຊີນ​ກໍ​ຄື​ການ​ສີດ​ຢາ ເຊີ່ງ​ບໍ່​ວ່າ​ຈະ​ເປັນ​ໃຜ​ຫລື​ເກັ່ງ​ມາ​ຈາກ​ໃສ​ກໍ​ຕາມ​ເຮົາ​ກໍ​ບໍ່​ສາມາດ​ທີ່​ຈະ​ປະຕິເສດ​ໄດ້​ວ່າ​ມັນ​ກໍ​ຍັງ​ເຈັບ​ແລະ​ເປັນ​ເລື່ອງ​ທີ່​ໜ້າ​ລຳ​ຄານ​ຢູ່​ດີ ແຕ່​ໃນ​ຕອນ​ນີ້​ກຸ່ມ​ນັກ​ວິ​ໄຈ​ກຸ່ມ​ໜຶ່ງ​ຈາກ​ປະເທດ​ຍີ່​ປຸ່ນ​ໄດ້​ກໍ່ການ​ທົດສອບ “ເຂັມ​ລະ​ລາຍ​ໄດ້” ທີ່​ແທ້ໆ​ແລ້ວ​ເປັນ​ແຜ່ນ​ແປະ​ທີ່​ຂາດ​ຄວາມ​ເຈັບ​ປວດ​ໃດໆ​ແລະ​ໃຊ້​ງານ​ງ່າຍ​ພຽງ​ແຕ່​ແປະ​ລົງ​ໄປ​ທີ່​ແຂນ​ເທົ່າ​ນັ້ນ ແຖມ​ຍັງ​ໃຊ້​ງານ​ໄດ້​ຜົນ​ອີກ​ດ້ວຍ

http://www.vcharkarn.com/media/images/

ຮູບ​ພາບ​ດ້ານ​ລຸມ​ນີ້​ສະແດງ​ເຖິງ​ເທກ​ໂນ​ໂລ​ຍີ​ເຂັມ​ລະ​ລາຍ​ໄດ້​ທີ່​ຖືກ​ເອີ້ນວ່າ MicroHyala ກ່ອນ​ແລະ​ຫລັງ​ທີ່​ມັນ​ຈະ​ກໍ່ການ​ສົ່ງ​ວັກ​ຊີນ​ທີ່​ບັນ​ຈຸ​ໄວ້​ເຂົ້າ​ສູ່​ຮ່າງກາຍ ເຊີ່ງ​ໃນ​ຕອນ​ທຳອິດນັ້ນ​ເຂັມ​ທັງ​ໝົດ​ກໍ​ຈະ​ຕັ້ງ​ຊື່ (ຢ່າ​ລືມ​ວ່າ​ພາບ​ນັ້ນ​ໄດ້​ຖືກ​ຂະຫຍາຍ​ໃຫຍ່​ຂຶ້ນ​ຢ່າງ​ຫລາຍ) ແລະ​ພາຍ​ຫລັງ​ຈາກ​ການ “ສີດ” ວັກ​ຊີນ​ນັ້ນ​ແຜນ​ແປະ​ນີ້​ກໍ​ຈະ​ລຽບ​ສະນິດ ເຊີ່ງ​ເຂັມ​ທັງ​ໝົດ​ກໍ​ຈະ​ຫາຍ​ເມື່ອ​ມັນ​ພົບ​ກັບ​ນ້ຳ​ໃນ​ເຊວຜິວ​ຫນັງ​ຂອງ​ເຮົາ ແຖມ​ເຮົາ​ຍັງ​ໄດ້ຮັບ​ວັກ​ຊີນ​ໂດຍ​ທີ່​ບໍ່​ຮູ້ສຶກ​ເຈັບ​ເລີຍ​ແມ່ນແຕ່​ຫນ້ອຍດຽວ​ອີກ​ດ້ວຍ ເຊີ່ງ​ທາງ​ກຸ່ມ​ນັກ​ວິ​ໄຈ​ໄດ້​ພົບ​ວ່າ​ເວລາ​ທີ່​ພວກ​ພວກເຂົາ​ໃຊ້​ແຜນແປະ MicroHyala ເພື່ອ​ໃຫ້​ວັກ​ຊີນ​ນັ້ນ​ມັນ​ໄດ້​ປະ​ສິດ​ທິ​ພາບ​ເທົ່າ​ກັບ​ການ​ໃຊ້​ເຂັມ​ສີດ​ຢາ​ອີກດ້ວຍ

ນອກ​ຈາກ​ນັ້ນ ນີ້​ກໍ​ຍັງ​ບໍ່ແມ່ນ​ໜຶ່ງ​ໃນ​ເທກ​ໂນ​ໂລ​ຍີ​ອັນ​ໄກ​ໂພ້ນ​ທີ່​ອາດຈະ​ມາ​ເຖິງ​ຈັກ​ມື້​ໃນ​ອີກ​ສິບ​ປີ​ຂ້າງ​ໜ້າ​ດ້ວຍ​ເພາະ​ແພດ​ຫລາຍໆ​ຄົນ​ກໍ​ໄດ້​ເລີ່ມ​ກໍ່ການ​ທົດສອບ​ແຜນແ​ປະ​ວັກ​ຊີນ​ກັບ​ຄົນ​ແລ້ວ ເຊີ່ງ​ຜົນ​ລັບ​ທີ່​ອອກ​ມາ​ນັ້ນ​ກໍ​ດີ​ຫລາຍ ແຜ່ນ​ແປະ​ຈະ​ຖິ້ມ​ຮອຍ​ແດງ​ໄວ້​ປະ​ມານ 2-3 ມື້​ແລ້ວ​ຈາກ​ນັ້ນ​ກໍ​ຈະ​ຫາຍ​ໄປ ນອກ​ຈາກ​ນັ້ນ​ແລ້ວ ມັນ​ຍັງ​ສາມາດ​ໃຊ້​ງານ​ໄດ້​ເລີຍ​ໂດຍ​ບໍ່​ຕ້ອງ​ເຂົ້າ​ຮັບ​ການ​ຝຶກ​ສອນ​ກ່ອນ​ອີກ​ດ້ວຍ ໂດຍ Shinsaku Nakagawa ຜູ້​ຊ່ຽວຊານ​ດ້ານ​ເທກ​ໂນ​ໂລ​ຍີ​ຊີວະ​ພາບ ເຊີ່ງ​ເປັນ​ໜຶ່ງ​ໃນ​ເຈົ້າ​ຂອງ​ງານ​ວິ​ໄຈ​ເທື່ອ​ນີ້​ຈາກ Osaka University ໄດ້​ກ່າວ​ໄວ້​ວ່າ​ຂໍ້​ດີ​ດັ່ງ​ກ່າວ​ຈະ​ເຮັດໃຫ້ MicroHyala ນັ້ນ “ມີ​ປະ​ສິດ​ທິ​ຜົນ​ເປັນ​ພິເສດ​ໃນ​ການ​ສະໜັບສະໜູນ​ການ​ໃຫ້​ວັກ​ຊີນ​ໃນ​ປະເທດ​ທີ່​ກຳ​ລັງ​ພັດທະນາ”

ເຊີ່ງ​ນອກ​ຈາກ​ຈະ​ເປັນ​ເລື່ອງ​ຈິງ​ແລ້ວ ແຜ່ນແ​ປະ​ຕົວ​ນີ້​ກໍ​ຍັງ​ເຮັດ​ໃຫ້ເປັນ​ເລື່ອງ​ງ່າຍ​ຂຶ້ນ​ສຳລັບ​ພວກ​ເຮົາ​ທຸກ​ຄົົນທີ່​ຈະ​ຕ້ອງ​ໄດ້ຮັບ​ວັກ​ຊີນ​ບໍ່​ວ່າ​ຈະ​ອາ​ຍຸ​ເທົ່າ​ໃດກໍ​ຕາມ​ ນັບ​ເປັນ​ເລື່ອງ​ໜ້າ​ຍິນ​ດີ​ທີ່​ໃນ​ອະນາຄົດ​ພວກ​ເຮົາ​ຈະ​ສາມາດ​ຮັບ​ວັກ​ຊີນ​ໂດຍ​ບໍ່​ຕ້ອງ​ຮູ້ສຶກ​ເຈັບ​ໄດ້​ອີກ​ຕໍ່ໄປ​ແລ້ວ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...