Homeລົດຍົນ-ຍານພາຫະນະເຮັດ​ຢ່າງໃດ​ເມື່ອ​ຕ້ອງ​ຈອດ​ລົດ​ຖິ້ມ​ໄວ້​ດົນ​ໆ

ເຮັດ​ຢ່າງໃດ​ເມື່ອ​ຕ້ອງ​ຈອດ​ລົດ​ຖິ້ມ​ໄວ້​ດົນ​ໆ

Published on

ໃນ​ຫລາຍໆເທື່ອ​ທີ່​ເຈົ້າ​ຈະ​ຕ້ອງ​ຈອດ​ລົດ​ຖິ້ມ​ໄວ້​ດົນ​ໆ ຫລາຍ​ອາທິດ ເປັນ​ເດືອນໆ ຫລື​ຫລາຍ​ເດືອນ​ເນື່ອງ​ຈາກ​ເຈົ້າ​ມີ​ເຫດ​ຈຳ​ເປັນ​ເຊັ່ນ ໄປ​ຕ່າງ​ແຂວງ ຕ່າງ​ປະເທດ ຫລື​ບາງ​ເຮືອນ​ມີ​ລົດ​ຫລາຍ​ຄັນ ບາງ​ຄັນ​ຈອດ​ໄວ້​ເສີຍໆ ບໍ່​ຄ່ອຍ​ໄດ້​ໃຊ້​ງານ ຫລື​ບໍ່​ໄດ້​ໃຊ້​ລົດ​ທຸກ​ມື້ ເຊີ່ງ​ແທ້ໆ ແລ້ວ​ການ​ຈອດ​ລົດ​ຖິ້ມ​ໄວ້​ດົນ​ໆ ໂດຍ​ບໍ່​ໄດ້​ໃຊ້​ມັນ​ຈະ​ມີ​ຜົນ​ເສຍ​ກັບ​ລົດ​ເຮົາ​ຢ່າງ​ແນ່ນອນ​ແລະ​ຂ້ອຍໝັ່ນໃຈ​ວ່າ​ຫລາຍໆ ຄົນ​ກໍ​ອາດຈະ​ຍັງ​ບໍ່​ຮູ້​ວ່າ​ມັນ​ມີ​ຜົນ​ເສຍ​ຫລາຍ​ຢ່າງ​ເຊັ່ນ ແບດ​ເຕີ​ລີ່​ເສື່ອມໄວ​ກວ່າ​ອາ​ຍຸ​​ຂອງ​ມັນ ຢາງ​ເສຍ​ຮູບ ຖ້າ​ຈອດ​ຕາກ​ແດດ​ກໍ​ເຮັດໃຫ້​ສີ​ບໍ່ງາມ ​ແລະ ​ອື່ນໆ ອີກ​ຕ່າງໆ ນາໆ

ParkCar-2

ມື້​ນີ້​ກໍ​ເລີຍ​ຈະ​ນຳ​ເອົາ​ວິທີ​ການ​ເບິ່ງແຍງ​ລົດ​ເຮົາ​ໃນ​ຊ່ວງ​ທີ່​ເຮົາ​ຕ້ອງ​ຈອດ​​ຖິ້ມ​ໄວ້​ດົນ​ໆ ເພື່ອ​ປ້ອງ​ກັນ​ບັນຫາ​ຕ່າງໆ ທີ່​​ບອກ​ໄປ​ຂ້າງ​ຕົ້ນ ເຊີ່ງ​ເປັນ​ວິທີ​ທີ່​ບໍ່​ຫຍຸ້ງຍາກ​ເລີຍ ເຮົາ​ມາ​ເບິ່ງ​ກັນ​

ລ້າງ​ລົດ​ໃຫ້​ສະ​ອາດເພື່ອ​ບໍ່​ໃຫ້​ຝຸ່ນ​ແລະ​ສິ່ງ​ສົກກະປົກ​ເກາະ​ຢູ່​ທີ່​ສີ​ລົດ​ດົນ​ເກີນ​ໄປ​ຈົນ​ຍາກ​ທີ່​ຈະ​ລ້າງ​ອອກ ດູດ​ຝຸ່ນ​ພາຍ​ໃນ​ລົດ​ແລະ​ຖອດ​ຊັກ​ພົມ​ປູ​ພື້ນ​ນຳຍິ່ງເປັນການ​ດີ

CarWash

ຈອດ​ລົດ​ໄວ້​ໃນ​ບ່ອນຮົ່ມ ກັນ​ແດດ​ກັນ​ຝົນ​ໄດ້ ແລະ​ຫາ​ຜ້າ​ຄຸມ​ລົດ​ໄວ້ ບໍ່​ຄວນ​ຈອດ​ໃກ້​ສະຖານ​ທີ່​ຊຸ່ມ ​ຫລື​ໃກ້​ຖັງ​ຂີ້ເຫຍື້ອ​ເພາະ​ອາດ​ມີ​ໂອ​ກາດ​ທີ່​ໜູ​ເຂົ້າ​ມາ​ອາໄສ​ຫລື​ເຮັດ​ຮັງຢູ່​ກະ​ໂປງ​ລົດ

ເຕີມ​ລົມ​ຢາງ​ໃຫ້​ແຂງ​ກວ່າ​ປົກກະຕິການ​ຈອດ​ລົດ​ຖິ້ມ​ໄວ້​ດົນ​ໆ ນ້ຳ​ໜັກ​ທີ່​ກົດ​ທັບ​ອາດ​ເຮັດໃຫ້​ຢາງ​ເສຍ​ຮູບ ຄວນ​ເຕີມ​ລົມ​ຢາງ​ໃຫ້​ຫລາຍກວ່າ​ປົກກະຕິ​ເພື່ອ​ໃຫ້​ມີ​ລົມ​ຫລາຍ​ພໍ​ທີ່​ຈະ​ປິ່ນປົວ​ຮູບ​ຊົງ​ຂອງ​ໂຄງ​ສ້າງ​ຢາງ​ໃຫ້ເປັນ​ປົກກະຕິ​ໄດ້​ຫລາຍ​ທີ່ສຸດ ເໝືອນກັບ​ລົດ​ທີ່​ປະກອບ​ສຳເລັດ​ຈາກ​ໂຮງ​ງານ​ແລະ​ຕ້ອງ​ຂົນ​ສົ່ງ​ທາງ​ເຮືອ ໂຮງ​ງານ​ຈະ​ເຕີມ​ລົມ​ຢາງ​ໃຫ້​ແຂງ​ກວ່າ​ປົກກະຕິ​ເພື່ອ​ບໍ່​ໃຫ້​ຢາງ​ເສຍ​ຮູບ ອັດ​ລົມ​ໄປ​ເລີຍ​ທີ່ 50-60 PSI ມັນ​ບໍ່​ລະ​ເບີດ​ດອກ ເວລາ​ຈະ​ໃຊ້​ຄ່ອຍ​ປ່ອຍ​ລົມ​ອອກ​ເທົ່າ​ທີ່ສົມຄວນ

ParkCar-3

ຖອດ​ແບດ​ເຕີ​ລີ່​ອອກເພື່ອ​ບໍ່​ໃຫ້​ແບດ​ໝົດ ເນື່ອງ​ຈາກ​ລົດ​​ຈະ​ຍັງ​ຄົງ​ດຶງ​ໄຟ​ຈາກ​ແບດ​ເຕີ​ລີ່​ຢູ່​ຕະຫລອດ​ເວລາ​ແມ່ນ​ຈະ​ບໍ່​ໄດ້​ຕິດຈັກເຄື່ອງ (ຄວນ​ສຶກ​ສາ​ຂໍ້​ມູນ​ກ່ອນ​ຖອດ​ແບດ​ເຕີ​ລີ່​ອອກ) ມົ່ວ​ບໍ່​ໄດ້​ ມັນ​ຈະ spark ເວລາ​ຖອດ​ກໍ​ເອົາ​ຂົ້ວ​ລົບ​ອອກ​ກ່ອນ​ຕາມ​ດ້ວຍ​ຂົ້ວ​ບວກ ເວລາ​ໃສ່​ໃຫ້​ເອົາ​ຂົ້ວ​ບວກ​ໃສ່​ກ່ອນ​ແລ້ວ​ຕາມ​ດ້ວຍ​ຂົ້ວ​ລົບ ເພື່ອ​ປ້ອງ​ກັນ​ການ spark

ເຊັກ​ລະ​ດັບ​ຂອງ​ແຫລວ​ໃນ​ເຄື່ອງ​ເຊັ່ນ ນ້ຳ​ມັນ​ເຄື່ອງ ນ້ຳ​ໃນ​ໝໍ້​ນ້ຳ ເພື່ອ​ຫລໍ່​ລ້ຽງ​ຊິ້ນ​ສ່ວນ​ຕ່າງໆ ບໍ່​ໃຫ້​ເກີດ​ຂີ້ໝ້ຽງ

ParkCar-1

ຫາ​ຄົນ​ມາເປີດເຄື່ອງໃຫ້​ອາທິດ​ລະ​ເທື່ອ (ຖ້າ​ເປັນ​ໄປ​ໄດ້)ເປີດເຄື່ອງຖິ້ມ​ໄວ້ 10-15 ນາ​ທີ ຫລື​ຕິດ​ເຄື່ອງ​ຍ່າງ​ເບົາ​ສະ​ຫລັບ​ຫຍຽບ​ຄັນ​ເລັ່ງ ແລະ​ຍ່າງ​ໜ້າ​ຖອຍ​ຫລັງ​ເພື່ອ​ປ່ຽນ​ຈຸດ​ສຳ​ຜັດ​ລະຫວ່າງ​ຢາງ​ກັບ​ພື້ນ ກໍລະນີ​ນີ້​ບໍ່​ຕ້ອງ​ຖອດ​ແບດ​ອອກ


ສິ່ງ​ທີ່​ຕ້ອງ​ກວດ​ເຊັກ​ກ່ອນ​ຈະ​ນຳ​ລົດ​ກັບ​ມາ​ໃຊ້​ອີກ

ແບດ​ເຕີ​ລີ່ຫາ​ກຕິດຈັກເຄື່ອງໄດ້​ດີ ຫລື​ຕິດເຄື່ອງເທື່ອດຽວ​ຕິດ​ກໍ​ສະແດງ​ວ່າ​ແບດ​ເຕີ​ລີ່​ຍັງ​ຄົງ​ຢູ່ໃນ​ສະພາບ​ສົມບູນ ແຕ່​ຖ້າ​ເປັນ​ລົດ​ເກົ່າ​ຫລື​ມີ​ບັນຫາ​ໄຟຮົ່ວ​ອາດຈະ​ມີ​ບັນຫາ​ ຕິດເຄື່ອງບໍ່ໄດ້ ອາດ​ຕ້ອງ​ຍູ້ເພື່ອຕິດຈັກລົດ

ລະ​ດັບ​ຂອງ​ແຫລວກ່ອນ​ໃຊ້​ລົດ​ຄວນ​ເປີດ​ຝາ​ກະ​ໂປງ​ເພື່ອ​ກວດ​ເຊັກ​ນ້ຳ​ໃນ​ໝໍ້​ນ້ຳ ລະ​ດັບ​ນ້ຳ​ມັນ​ເຄື່ອງ ນ້ຳ​ມັນ​ ວ່າ​ຢູ່ໃນ​ລະ​ດັບ​ປົກກະຕິ ມີ​ການ​ຮົ່ວ​ຊຶມ​ຫລື​ບໍ່ ຖ້າ​ມີ​ຮອຍ​ຮົ່ວ​ຊຶມ​ຄວນ​ເຂົ້າ​ສູນ​ໄປ​ກວດ​ເຊັກ

ຢາງລົມ​ຢາງ​ທີ່​ເພີ່ມ​ໄວ້​ອາດ​ມີ​ຂາດ​ລົງ​ໄປ​ນຳ​ເລັກນ້ອຍ ປົກກະຕິ​ຢາງ​ຖ້າ​ບໍ່​ໄດ້​ໃຊ້​​ເດືອນ​ໜື່ງ​ອາດ​ລຸດລົງ​ປະມານ 1-2 ແມັດ

ລະບົບ​ໄຟທົດລອງ​ເປີດ​ໄຟ​ໜ້າ ໄຟ​ລ້ຽວ ​ເຮັດວຽກ​ປົກກະຕິ​ບໍ

ຢາງ​ປັດ​ນ້ຳ​ຝົນຄວາມ​ຮ້ອນ​ທີ່​ສະ​ສົມ​ອາດ​ເຮັດໃຫ້​ຢາງ​ເສື່ອມ​ສະພາບ​ຫລື​ເສຍ​ຮູບ​ຊົງ ສະ​ນັ້ນ ຫາກ​ພົບ​ວ່າ​ໃບ​ປັດ​ເສື່ອມ​ສະພາບ ກວາດ​ນ້ຳ​ໄດ້​ບໍ່​ກ້ຽງ​ຄືເກົ່າ ກໍ​ຄົງ​ຕ້ອງ​ປ່ຽນ​ໃໝ່​ສະຖານ​ດຽວ

ເຫັນ​ບໍ​ວ່າ​ບໍ່​ຍາກ​ເລີຍ ສະລະ​ເວລາ​ເບິ່ງແຍງ​ເມື່ອ​ຕ້ອງ​ຈອດ​ຖິ້ມ​ໄວ້ ​ແລະ​ຢ່າ​ລືມ​ກວດ​ເຊັກ​ສະພາບ​ລົດ​ກ່ອນ​ກັບ​ມາ​ຂັບ​ກັນ​ ໃຜ​ມີ​ໄອ​ເດຍ​ອື່ນໆ ທີ່​ນອກ​ເໜືອ​ຈາກ​ນີ້​ກໍ​ເອົາ​ມາ​ແຊລ໌​ກັນ​ໄດ້​ເດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...