Homeຂ່າວພາຍ​ໃນການຍ້າຍທີມຂອງລາວພຣີເມຍລີກໃນລະດູການນີ້

ການຍ້າຍທີມຂອງລາວພຣີເມຍລີກໃນລະດູການນີ້

Published on

ໃນການແຂ່ງຂັນລາວພຣີເມຍລີກ ຕະຫຼາດການຊື້ຂ້າຍນັກເຕະປິດລົງໃນວັນທີ 23 ກໍລະກົດ 2015 ນີ້ເຊີ່ງມີນັກເຕະຈາກຫຼາຍສະໂມສອນທີ່ຍ້າຍ ແລະ ໄດ້ນັກເຕະໃໝ່ຈາກຕ່າງປະເທດດັ່ງນີ້:
1. ສະໂມສອນ ລາວໂຕໂຢຕ້າ ເສີມນັກເຕະ 4 ຄົນ
– Renshi yamaguchi ກອງກາງຊາວ ຢີ່ປຸ່ນ ຍ້າຍມາຈາກ ສະໂມສອນ Houngang united ໃນທີມ S League ຂອງປະເທດ ສິງກະໂປ
– ສິນນະລອນ ສີຫາລາດ ກອງຫລັງ ທີມຊາດລາວຊີເກມຄັ້ງທີ 28 ຍ້າຍມາຈາກ ສະໂມສອນ ກະຊວງ ປ້ອງກັນຄວາມສະຫງົບ .
– SOUMA IDRISSA ກອງຫນ້າ ຊາວກີນີ ຍ້າຍມາຈາກສະໂມສອນ ສະຫວັນ ເອັຟຊີ
– ສາຍຊົນ ຂຸນຊໍານານ ກອງຫລັງ ຍ້າຍມາຈາກ ສະໂມສອນ ກະຊວງ ປ້ອງກັນຄວາມສະຫງົບ .
2. ສະໂມສອນ ເອັສເຮັສບີ ວຽງຈັນ ເສີມນັກເຕະ 2 ຄົນ
– IVAN FRANCA ກອງຫນ້າ ຊາວ ບຣາຊິລ
– ITUBU GUELOR IMBEM ກອງຫນ້າ ຊາວ ກົງໂກ
3. ສະໂມສອນ ລ້ານຊ້າງ ຢູໄນເຕັດ ເສີມນັກເຕະ 7 ຄົນ
– ພອນສັກ ປະທັບຕາ ກອງກາງ
– ມະໂນລົມ ພົມສຸວັນ ກອງກາງ ປີກຊ້າຍ
– ອຸໄລ ສີປະເສີດ ກອງກາງ
– GONZALO VASQUEZ ກອງຫນ້າ 27 ປີ ຊາວ ຊີລີ
– NUNEZ ກອງກາງ
– RAMON ກອງຫລັງ
– ຄຳແພງ ໄຊຍະວຸດທິ ກອງຫນ້າ
4. ສະໂມສອນ ໄຟຟ້າລາວ ເສີມນັກເຕະ 1 ຄົນ
– PAULO HELBER ກອງກາງ ຊາວ ຕີມໍ ເລສເຕ

10407973_1626928994191286_7993309460426681003_n

ຂອບໃຈຂ່າວ ແລະ ພາບຈາກ: ສຕລ

ບົດຄວາມຫຼ້າສຸດ

ລາວ-ຣັດເຊຍ ສືບຕໍ່ຮ່ວມື ໃຫ້ປະກົດຜົນເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ-ການຄ້າ.

ໃນວັນທີ 21 ກໍລະກົດ2026, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ ນະຄອນຫຼວງມະນິລາ, ສາທາລະນະລັດ ຟິລິບປິນ, ທ່ານ...

ສະກຸດຊີ່ທີ່ບໍ່ໄດ້ມາດຕະຖານ ສ່ຽງເປັນອັນຕະລາຍຕໍ່ສຸຂະພາບໄດ້

ສະກຸດຊີ່ (Squishy) ແມ່ນເຄື່ອງຫຼິ້ນທີ່ມີສຳຜັດນຸ້ມ ເຮັດມາຈາກໂຟມໂພລີຍູຣີເທນ (Polyurethane) ມີຄຸນສົມບັດພິເສດຄືເມື່ອບີບແລ້ວ ຈະຄ່ອຍໆຄືນຮູບກັບມາຢ່າງຊ້າໆ. ໂດຍສະກຸດຊີ່ສ່ວນຫຼາຍຈະມີຮູບຮ່າງຮຽນແບບເຂົ້າໜົມ ຫຼື ໝາກໄມ້ ແລະ ມີກິ່ນຫອມ ເຊິ່ງກຳລັງເປັນເຄື່ອງຫຼິ້ນທີ່ໄດ້ຮັບຄວາມນິຍົມໃນຊ່ວງນີ້.  ພ້ອມດຽວກັນນັ້ນ, ກໍໄດ້ມີຜູ້ປົກຄອງອອກມາເວົ້າກ່ຽວກັບ...

ສານປະຊາຊົນ ແຂວງອັດຕະປື ຕັດສິນ 9 ຈຳເລີຍ ຂໍ້ຫາລະເມີດລະບຽບການຄຸ້ມຄອງເງີນຕາຕ່າງປະເທດ, ດໍາເນີນທຸລະກິດບໍຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ.

ໃນວັນທີ 16 ກໍລະກົດ 2026 ຜ່ານມາ, ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ພິຈາລະນາຕັດສີນ ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20...

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...