ສະບາຍດີລັນຕາ ເພງຫວານສະທ້ານຮັກ ສາວລາວ-ບ່າວໄທ

0
2276

ສະບາຍດີລັນຕາ ເພງຫວານສະທ້ານຮັກ ສາວລາວ-ບ່າວໄທ

ເກາະລັນຕາ ເປັນອຳເພີໜຶ່ງຂອງ ຈັງວັດກະບີ່ ມີປະຊາກອນປະມານ 35,000 ຄົນ ດ້ວຍໄລຍະທາງທີ່ຫ່າງໄກຈາກແຜ່ນດິນ ເກາະລັນຕາຈຶ່ງຍັງຄົງຄວາມສວຍງາມ ຂອງຫາດຊາຍແລະນ້ຳທະເລສະອາດ ອີກທັງຍັງມີຊີວິດຂອງຊາວເກາະດັ້ງເດີມ ທີ່ມີທັ້ງລາວໄທພຸດ ຊາວໄທຈີນ ຊາວໄທມຸລິມ ແລະຊາວໄທໃໝ່(ຊາວເລ) ອາໄສຢູ່ຮ່ວມກັນຢ່າງສັນຕິ ປະສານກັບຄວາມຈະເລີນທາງດ້ານຫົວເກາະ ແຖວທ່າເຮືອແລະຫາດຊາຍຝັ່ງຕາເວັນຕົກ ເຊິ່ງຄຶກຄື້ນດ້ວຍນັກທ່ອງທ່ຽວ ການໄປຢ້ຽມຢາມເກາະລັນຕາຈຶ່ງໄດ້ ທ່ອງທ່ຽວຫຼາຍບັນຍາກາດໃນບ່ອນດຽວກັນ.

ເນື້ອໃນຂອງເພງພັນລະນາເຖິງ ຮູບພາບຄື້ນທະເລອັນສວຍງາມ ສົ່ງສຽງຂ້າມຂອບຟ້າມາຍັງແຄມແມ່ນ້ຳຂອງ ຍາມຄ່ຳແລງ ຟັງແລ້ວນຶກເຫັນພາບຄວາມສວຍງາມ ໃນສະຖານທີ່ສອງແຫ່ງ (ເກາະລັນຕາແລະແຄມຂອງຍາມແລງ).

ເພງສະບາຍດີລັນຕາ ໃຊ້ພາສາລີລາສັບທີ່ສວຍງາມ ມີພາສາລາວປົນຢູ່ຕອນໜຶ່ງ ເນື້ອໃນບົ່ງບອກເຖິງບ່າວໄທຜູ້ໜຶ່ງ ທີ່ເກາະລັນຕາ ຄິດເຖິງສາວລາວທີ່ແຄມຝັ່ງຂອງ ອັນຊວນໃຫ້ຜູ້ຂຽນຈິນຕະນາການ ໄປວ່າ ເພງນີ້ ໜ້າຈະຖືກປະດິດແຕ່ງຂຶ້ນ ຈາກຊີວິດຈິງຂອງຫ້ວງຫົວໃຈຊາຍຜູ້ໜຶ່ງ ທີ່ຫຼົງໃຫຼໃນມົນສະເໜ່ຂອງສາວລາວວຽງຈັນ ອັນປະກອບດ້ວຍຮູບຮ່າງໜ້າຕາ ທີ່ສວຍງາມ, ກິລິຍາມາລະຍາດອັນອ່ອນນ້ອມ, ຮອຍຍິ້ມ ແລະຄວາມຈິງໃຈ ອັນເປັນເອກະລັກຂອງສາວລາວ.ຫຼ້າສຸດ ທີມຜູ້ສ້າງໄດ້ມີການຖ່າຍທຳວິດີໂອປະກອບ ດ້ວຍສີສັນບັນຍາກາດທີ່ສວຍງາມ ສື່ໃຫ້ເຫັນຄວາມງາມຂອງທຳມະຊາດ ສິລະປະວັດທະນະທຳ ທັງສອງຊາດລາວ-ໄທ ເວົ້າໄດ້ວ່າຕ້ອງໃຊ້ທີມຜູ້ສ້າງລົງພື້ນທີ່ເຖິງສອງແຫ່ງ ໃນສອງປະເທດກັນເລີຍ.

ບົດເພງສະບາຍດີລັນຕານີ້ ຄົງເປັນເພງໜຶ່ງທີ່ສາມາດ ສ້າງສັນຄວາມສວຍງາມ ແຫ່ງການພົວພັນແບບສະໜິດແໜ້ນ ຂອງສາວລາວ-ບ່າວໄທ ກໍຄື ຮັດແໜ້ນມູນເຊື້ອສາມັກຄີຕໍ່ກັນ ກ້າວເຂົ້າສູ່ສະມາຄົມ ເສດຖະກິດອາຊ່ຽນພ້ອມກັນ ຢ່າງກົມກຽວ.

ບົດຂ່າວໂດຍ ບ່າວຊຽງ
ທີ່ມາ Youtube

—————————-
“สะบายดีลันตา” เพลงที่ฟังแล้วจะทำให้คุณเพิ่มความคิดถึง ถึงคนที่คุณรัก
เพลงนี้ใช้ทีมงานถ่ายทำกันถึง 2 ประเทศ 2 Location ทั้งประเทศลาวและประเทศไทย และได้พี่อาร์ท วงHISO มาดูแลเรื่องดนตรีอย่างละเอียดทุกขั้นตอน
—————————————-­———————
MUSIC VIDEO by SPACEBAR STUDIO
Tel.089-727-2711
LINE ID : friend152
Facebook : sattayaphon
E-mail : spacebarstudio152@gmail.com