spot_img
Homeຂ່າວພາຍ​ໃນລາວ ສົ່ງອອກສິນຄ້າ ຫຼາຍກວ່າ 2.4 ຕື້ໂດລາ ແຕ່ວ່າ ຍັງຂາດດຸນ ການຄ້າຢູ່

ລາວ ສົ່ງອອກສິນຄ້າ ຫຼາຍກວ່າ 2.4 ຕື້ໂດລາ ແຕ່ວ່າ ຍັງຂາດດຸນ ການຄ້າຢູ່

Published on

ການສົ່ງອອກສິນຄ້າຂອງ ລາວ ມີມູນຄ່າຫຼາຍກວ່າ 2,400 ລ້ານໂດລາໃນໄລຍະ 9 ເດືອນຂອງແຜນການປີ 2014-2015 ຫາກແຕ່ວ່າກໍຍັງເສຍປຽບດຸນການຄ້າ ຄິດເປັນມູນຄ່າລວມຫຼາຍກວ່າ 1,300 ລ້ານໂດລາ.

ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າການຄ້າຕ່າງປະເທດຂອງລາວ ໃນໄລຍະນັບແຕ່ເດືອນຕຸລາ 2014 ເຖິງເດືອນ ມິຖຸນາ 2015 ຫຼື ໄລຍະ 9 ເດືອນທີ່ຜ່ານມາຂອງແຜນການປີ 2014 ຫາ 2015 ນີ້ມີມູນຄ່າລວມເຖິງ 6,171.63 ລ້ານໂດລາ ຫາກແຕ່ວ່າລາວ ຍັງຕົກເປັນຝ່າຍທີ່ເສຍປຽບດຸນການຄ້າຢູ່ເລື້ອຍມາ ເນື່ອງຈາກວ່າລາວ ໄດ້ສົ່ງອອກສິນຄ້າໃນມູນຄ່າລວມ 2,401.91 ລ້ານໂດລາ ແລະ ນຳເຂົ້າສິນຄ້າໃນມູນຄ່າລວມເຖິງ 3,769.72 ລ້ານໂດລາ ຊຶ່ງກໍເຮັດໃຫ້ລາວ ຂາດດຸນການຄ້າໃນມູນຄ່າລວມເຖິງ 1,367.81 ລ້ານໂດລາ ແລະ ປະເທດທີ່ໄດ້ປຽບດຸນການຄ້າຕໍ່ລາວ ຫຼາຍທີ່ສຸດກໍຄືປະເທດໄທ.

ທາງດ້ານກະຊວງການຄ້າຂອງໄທ ກໍໄດ້ຄາດໝາຍວ່າການຄ້າລະຫວ່າງ ໄທ ກັບ ລາວ ຈະມີມູນຄ່າລວມຫຼາຍກວ່າ 5,770 ລ້ານໂດລາໃນຕະຫຼອດປີ 2015 ເີ່ຊງໃນນີ້ຈະເປັນການສົ່ງສິນຄ້າ ໄທ ໄປຫາ ລາວ ໃນມູນຄ່າລວມຫຼາຍກວ່າ 4,460 ລ້ານໂດຍເພີ່ມຂຶ້ນເຖິງ 10.6 ເປີເຊັນ ເມື່ອທຽບກັບປີ 2014 ແລະ ໄທ ກໍຈະນຳເຂົ້າສິນຄ້າຈາກລາວ ໃນມູນຄ່າລວມ 1,310 ລ້ານໂດລາ ໂດຍຫຼຸດລົງຫຼາຍກວ່າ 7 ເປີເຊັນ ເມື່ອທຽບກັບປີ 2014 ທີ່ຜ່ານມາ ເີ່ຊງຈະເຮັດໃຫ້ໄທໄດ້ປຽບດຸນການຄ້າຕໍ່ລາວ ຫຼາຍກວ່າ 3,150 ລ້ານໂດລາ.

ຍິ່ງໄປກວ່ານັ້ນທາງການໄທ ກໍຍັງຄາດໝາຍດ້ວຍວ່າຈະໄດ້ປຽບດຸນການຄ້າຕໍ່ລາວ ເພີ່ມຂຶ້ນເປັນ 5,000 ລ້ານໃນປີ 2017 ເີ່ຊງກໍເປັນຜົນຈາກການຕົກລົງລະຫວ່າງກະຊວງການຄ້າຂອງໄທ ກັບກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ທີ່ຈະເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ເຖິງ 8,000 ລ້ານໃນປີ 2017 ດັ່ງກ່າວ ໂດຍໃນນີ້ກໍຄາດໝາຍວ່າຈະເປັນການສົ່ງສິນຄ້າ ໄທ ໄປຫາ ລາວ ໃນມູນຄ່າເຖິງ 6,500 ລ້ານໂດລາ ໃນຂະນະທີ່ໄທ ກໍຈະນຳເຂົ້າສິນຄ້າຈາກລາວ ໃນມູນຄ່າລວມພຽງ 1,500 ລ້ານເທົ່ານັ້ນ.

ທາງດ້ານທ່ານ ທະນະໂຊດ ໂຊນບຸນສັກ ຮອງປະທານຫໍການຄ້າຈັງຫວັດ ມຸກດາຫານ ກໍເຊື່ອໝັ້ນວ່າ ມີຄວາມເປັນໄປໄດ້ສູງທີ່ມູນຄ່າການຄ້າລະຫວ່າງ ໄທ ກັບ ລາວ ຈະເພີ່ມຂຶ້ນໄດ້ຕາມການຕົກລົງດັ່ງກ່າວ ດັ່ງທີ່ທ່ານໄດ້ອະທິບາຍເຖິງສະພາວະການຄ້າລະຫວ່າງແຂວງ ສະຫວັນນະເຂດ ກັບຈັງຫວັດ ມຸກດາຫານວ່າ
“ເມື່ອກ່ອນເຮົາບໍ່ມີສະພານ ມູນຄ່າການຄ້າຂາຍຊາຍແດນເຮົາແຕ່ 2 ໝື່ນກວ່າລ້ານ ແຕ່ພໍເຮົາມີສະພານ ມູນຄ່າການຄ້າຊາຍແດນເຮົາເຕີບໂຕເຖິງ ແສນລ້ານບາດ ສະແດງວ່າຈິກຊໍ ທີ່ສຳຄັນທີ່ສຸດກໍຄືອົງປະກອບຂອງໂຄງສ້າງພື້ນຖານຕ່າງໆ ຢ່າງເຊັ່ນສະໜາມບິນ ຫຼື ສະຖານີລົດໄຟກໍມີແຜນການຢູ່ແລ້ວ ສິ່ງທີ່ເຮົາມີຄວາມຈຳເປັນຈະຕ້ອງສ້າງ ກໍຄືເລື່ອງຂອງສະຖານີຂົນສົ່ງສິນຄ້າໃຫຍ່ແລ້ວກໍແລ້ວເລື່ອງຂອງສະຖານີຂົນສົ່ງຜູ້ໂດຍສານນາໆຊາດແຫ່ງທີ 2.”
ການຕົກລົງທີ່ຈະເພີ່ມມູນຄ່າການຄ້າໃຫ້ເຖິງ 8,000 ລ້ານພາຍໃນປີ 2017 ໄດ້ມີຂຶ້ນໃນໂອກາດການປະຊຸມແຜນຄວາມຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ ກັບກະຊວງການຂອງ ໄທ ຄັ້ງທີ 6 ຢູ່ທີ່ບາງກອກ ເມື່ອບໍ່ດົນນານມານີ້ ໂດຍການເປັນປະທານຮ່ວມກັນລະຫວ່າງ ທ່ານ ນາງ ເຂັມມະນີ ພົນເສນາ ກັບ ພົນເອກ ສັດໄຊ ສາຣິພັນຍະ.

ໂດຍການຕົກລົງດັ່ງກ່າວນີ້ຖືເປັນມູນຄ່າການຄ້າທີ່ເພີ່ມຂຶ້ນເຖິງ 150 ເປີເຊັນຈາກປີ 2014 ທີ່ ລາວ ແລະ ໄທ ມີມູນຄ່າການຄ້າລະຫວ່າງກັນຫຼາຍກວ່າ 5,443 ລ້ານໂດລາ ຊຶ່ງແບ່ງເປັນການນຳເຂົ້າສິນຄ້າ ໄທ ໂດຍ ລາວ ຊຶ່ງເຮັດໃຫ້ລາວ ເປັນຝ່າຍເສຍປຽບດຸນການຄ້າຕໍ່ ໄທ ມູນຄ່າລວມເຖິງ 2,621.99 ລ້ານໂດລາ.

ສຳລັບໃນໄລຍະແຜນການປະຈຳປີ 2014 ຫາ 2015 ນີ້ທາງການ ລາວ ໄດ້ວາງຄາດໝາຍການຄ້າຕ່າງປະເທດໄວ້ໃນມູນຄ່າລວມເຖິງ 8,868 ລ້ານໂດລາ ໂດຍແບ່ງເປັນການສົ່ງອອກໃນມູນຄ່າ 4,168 ລ້ານ ແລະ ນຳເຂົ້າໃນມູນຄ່າລວມບໍ່ເກີນ 4,700 ລ້ານໂດລາ ຊຶ່ງກໍຄົງຈະເປັນໄປບໍ່ໄດ້ແລ້ວ.

EAF21934-6924-48E7-90AB-8B18D84A26E5_w640_r1_s

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...