spot_img
Homeຂ່າວຕ່າງປະເທດປາກິິດສະຖານ ສ້າງເສັ້ນທາງ ທໍ່ສົ່ງອາຍແກັສ ຈາກ ຈີນ

ປາກິິດສະຖານ ສ້າງເສັ້ນທາງ ທໍ່ສົ່ງອາຍແກັສ ຈາກ ຈີນ

Published on

400bvbv

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 20 ​ເດືອນ​ກໍລະກົດ, ​ເຈົ້າ​ໜ້າ​ທ່ີ ປາ​ກິດ​ສະຖານ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້ ​ເລີ່​ມຜັນ​ຂະ​ຫຍາຍ ກໍ່ສ້າງ​ເສັ້ນທາງ​ທໍ່​ສົ່ງ​ ນຳ​ເຂົ້າອາຍ​ແກັສ​ແຫລວ ທຳ​ມະ​ຊາດ(LNG) ຈາກ​ຈີນ.

ທ່ານ ຊາ​ຮີດ ຄາ​ຊານ ​​ເອັບ​ບາ​ຊີ ລັດຖະມົນຕີ​ ວ່າ​ກາ​ນ ກະຊວງ​ນ້ຳມັນ ​ແລະ ຊັບພະຍາກອນ ທຳ​ມະຊາດ ປາ​ກິດ​ສະຖານ ​ໃຫ້​ສຳພາດ ​ຕໍ່​ສື່​ມວນ​ຊ​ົນ, ​ໂຄງການ​ດັ່ງກ່າວ ຈະ​ຜັນ​ຂະຫຍາຍ ​ຢ່າງ​ເປັນ​ທາງ​ການ ​ໃນ​ເດືອນ ຕຸລາ​ນີ້ ຊຶ່ງ​ຄ່າ​ໃຊ້​ຈ່າຍ 85% ​ແມ່ນ​ຈີນ​ຈະ​​​ສະໜັບສະໜູນ ​ແລະ ຄາດ​ວ່າ ຈະ​ສຳ​ເລັດ ​ໃນ​ປີ 2018. ​​

ທ່ານ ຊາ​ຮີດ ກ່າວ​ວ່າ ການ​ນຳ​ເຂົ້າ LNG ຈາກ​ຈີນ ຈະ​ຊ່ວຍ​ປາ​ກິດ​ສະຖານ ​​ຮັບ​ມື​ກັບ ວິ​ກິດ​ການ ​ດ້ານພະລັງງານ ເມື່ອ​​ມີຄວາມ​ຕ້ອງການນຳ​ເຂົ້າ​ ອາຍ​​ແກັສ 50% ​ຂອງຄວາມຕ້ອງການ ພະລັງງານ ຂອງປະເທດນີ້. ຄາດ​ວ່າ ​ໃນ​ອະນາຄົດ, ​ໂຄງການ​ນີ້ ຈະ​ເຊື່ອມຈອດ ​ແລະ ກາຍ​ເປັນ​ເສັ້ນທາງ​ທໍ່​ສົ່ງ​ອາຍ​ແກັສ ຈາກ​ອີຣານ ​ເຖິງ ປາ​ກິດ​ສະຖານ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...