spot_img
Homeລົດຍົນ-ຍານພາຫະນະລົດ​ສີ​ຂາວ​ເບິ່ງແຍງ​ບໍ່​ຢາກ​ຢ່າງ​ທີ່​ຄິດ

ລົດ​ສີ​ຂາວ​ເບິ່ງແຍງ​ບໍ່​ຢາກ​ຢ່າງ​ທີ່​ຄິດ

Published on

ຖ້າ​ຈະ​ເວົ້າ​ເຖິງ​ລົດ​ສີ​ຂາວ ດຽວ​ນີ້​ລົດ​ສີ​ຂາວ​ເປັນ​ສີ​ຍອດ​ນິຍົມ​ໃນ​ເຮືອນ​ເຮົາ​ໄປ​ແລ້​ວ ແລະ​ຂ້ອຍກໍ​ແປກ​ໃຈ​ຫລາຍ​​ວ່າ​ເປັນຫຍັງ​ຄົນ​ໃນ​ປະຈຸບັນ​ຈຶ່ງ​ຫັນ​ມາ​ນິຍົມ​ລົດ​ສີ​ຂາວ​ກັນ​ຫລາຍ​ຂຶ້ນ​ທັງ​ ໆ ທີ່​ໃນ​ອະ​ດີດ​ນັ້ນ​ເປັນ​ລົດ​ທີ່​ຂາຍ​ບໍ່​ອອກ​ປານໃດ ອາດຈະ​ເປັນ​ເພາະ​ເຊນ​ມັນ​ປ່ຽນ​ໄປ ແລະ​ຄ້າຍ​ລົດ​ທີ່​ນຳ​ເຊນ​ນີ້​ໃຫ້​ເກີດ​ຂຶ້ນ​ກໍ​ຄົງ​ໜີ​ບໍ່​ພົ້ນ Honda ແຫລ່ະ​ທ່ານ

WashWhiteCar-1

ຖ້າ​ຄິດ​ທີ່​ຈະ​ຮັກ​ການ​ໃຊ້​ລົດ​ສີ​ຂາວ ເຮົາ​ກໍ​ຕ້ອງ​ເບິ່ງແຍງ​ໃຫ້​ສີ​ມັນ​ເບິ່ງ​ຂາວ​ຕະຫລອດ​ເວລາ ບໍ່ແມ່ນ​ວ່າ​ໃຊ້​ໄປ​ໃຊ້​ຫລາຍ​ລາຍ​ເປັນ​ສີ​ເຫລືອງ​ເຊີ່ງ​ແທນ​ທີ່​ຈະ​ເບິ່ງ​ຂາວງາມ​ ມື້​ນີ້​ເລີຍ​ນຳ​ເອົາ​ວິທີ​ການ​ເບິ່ງແຍງ​ລົດ​ສີ​ຂາວ​ທີ່​ຄິດວ່າ​ຈະ​ເຮັດໃຫ້​ລົດ​ສີ​ຂາວ​ຂອງ​ເຈົ້າ​ເປັນ​ສີ​ຂາວ​ຕະຫລອດ​ໄປ ຄືມີ​ວິທີ​ເບິ່ງແຍງ​ແນວໃດ​ແດ່

  1. ຫລີກ​ລ້ຽງ​ການ​ຈອດ​ລົດ​ຕາກ​ແດດ

ສີ​ຂາວ​ຈະ​ເສື່ອມ​ສະພາບ​ໄດ້​ຢ່າງ​ວ່ອງໄວ ຫາກ​ໄດ້ຮັບ​ແສງ​ແດດ​ເປັນ​ເວລາ​ດົນ​ ໆ ເຮັດໃຫ້​ເກີດ​ຄາບ​ໝອງ ເຫລືອງ ໄດ້​ໄວ​ກວ່າ​ສີ​ອື່ນ ໆ ທາງ​ທີ່​ດີ​ຄວນ​ຫາ​ທີ່​ຈອດ​ລົດ​ໃນ​ຮົ່ມ​ ຫລື​ທີ່​ເຮັດວຽກ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກະທົບ​ກັບ​ແສງ​ແດດ​ໂດຍ​ກົງ ເຊີ່ງ​ຖື​ເປັນ​ວິທີ​ທີ່​ດີ​ທີ່ສຸດ​ທີ່​ຊ່ວຍ​ໃຫ້​ລົດ​ບໍ່​ໝອງ​ໄວ

  1. ລ້າງ​ລົດ​ຢ່າງ​ນ້ອຍ​ອາທິດ​ລະ 1 ເທື່ອ

ແທ້ໆ ແລ້ວ​ຂໍ້​ນີ້​ສຳຄັນ​ກັບ​ທຸກ​ສີ ເນື່ອງ​ຈາກ​ຈະ​ເປັນ​ການ​ຊ່ວຍ​ລ້າງ​ຄາບ​ສົກກະປົກ​ຕ່າງ ໆ ເຊັ່ນ ຂີ້​ນົກ, ຂີ້ຕົມ, ຄາບ​ນ້ຳ​ມັນ ແລະ​ອື່ນໆ​ອອກ​ໄປ ກ່ອນທີ່ຈະ​ເຮັດ​ອັນຕະລາຍ​ຕໍ່​ຊັ້ນ​ຜິວ​ສີ ແຕ່​ສຳລັບ​ລົດ​ສີ​ຂາວ​ນັ້ນ ຄວນ​ແຍກ​ຟອງ​ນ້ຳ​ອອກ​ເປັນ 2 ສ່ວນ ຄື ຟອງ​ນ້ຳ​ສຳລັບ​ລ້າງ​ຕົວ​ຖັງ​ສ່ວນ​ເທິງ​ແລະ​ຕົວ​ຖັງ​ສ່ວນ​ລຸມ ເນື່ອງ​ຈາກ​ສ່ວນ​ລຸມ​ຂອງ​ລົດ​ສົກກະປົກ​ກວ່າ​ຫລາຍ ການ​ໃຊ້​ຟອງ​ນ້ຳ​ຮ່ວມ​ກັນ​ຈະ​ເຮັດໃຫ້​ເກີດ​ຄາບ​ຈາງໆ​ເທິງ​ຕົວ​ຖັງ​ໄດ້ ເຊີ່ງ​ລົດ​ສີ​ຂາວ​ຈະ​ເຫັນ​ໄດ້​ແຈ້ງ​ກວ່າ​ສີ​ອື່ນ

WashWhiteCar-2

 

  1. ເຊັດ​ລົດ​ໃຫ້​ແຫ້ງ​ແລະ​ສະ​ອາດ

ເມື່ອ​ລ້າງ​ສຳເລັດ​ແລ້ວ ບໍ່​ຄວນ​ປ່ອຍ​ໃຫ້​ລົດ​ແຫ້ງ​ເອງ ທາງ​ທີ່​ດີ​ຄວນ​ໃຊ້​ຜ້າ​ໄມ​ໂຄ​ໄຟ​ເບີ ​ຫລື ​ຜ້າ​ຊາ​ມົວສຳລັບ​ເຊັດ​ລົດ​ໂດຍ​ສະເພາະ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຮອຍ ແລະ​ຕ້ອງ​ໝັ່ນໃຈ​ວ່າ​ເຊັດ​ຈົນ​ແຫ້ງ​ທຸກ​ຈຸດ ເພາະ​ຕົວ​ຖັງ​ສີ​ຂາວ​ຈະ​ເຫັນ​ຄາບ​ນ້ຳ​ໄດ້​ຍາກ ອາດ​ເຮັດ​ໃຫ້ເປັນ​ຮອຍ​ດ່າງ​ໄດ້

  1. ເຄືອບ​ສີ​ລົດ​ເປັນ​ປະຈຳ

ຄວນ​ໃຫ້​ນ້ຳ​ຢາ​ເຄືອບ​ສີ​ລົດ​ເປັນ​ປະຈຳ​ຢ່າງ​ນ້ອຍ​ເດືອນ​ລະ 1 ເທື່ອ ເພື່ອ​ຊ່ວຍ​ໃຫ້​ຜິວ​ລົດ​ເກີດ​ຟິມ​ບາງໆ ເຄືອບ​ເອົາ​ໄວ້ ຊ່ວຍ​ຊະ​ລໍ​ການ​ເກີດ​ຄາບ​ເຫລືອງ ແລະ​ທີ່​ສຳຄັນ​ຄວນ​ລ້ຽງ​ນ້ຳ​ຢາ​ເຄືອບ​ທີ່​ມີ​ສ່ວນ​ປະສົມ​ຂອງ ‘ຄາ​ນູ​ບ້າ’ ເນື່ອງ​ຈາກ​ຈະ​ຍິ່ງ​ເປັນ​ການເຮັດໃຫ້​ລົດ​ເຫລືອງ​ໄວ​ກວ່າ​ປົກກະຕິ

  1. ໃຊ້​ດິນ​ນ້ຳ​ມັນ​ລ້າງ​ລົດ

ການ​ໃຊ້​ດິນ​ນ້ຳ​ມັນ​ລ້າງ​ລົດ ຖື​ເປັນ​ວິທີ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ເພີ່ມ​ຂຶ້ນ​ຢ່າງ​ຫລາຍ ເນື່ອງ​ຈາກ​ສາມາດ​ດຶງ​ຄາບ​ສົກກະປົກ​ອອກຈາກ​ຕົວ​ລົດ​ໄດ້​ເປັນ​ຢ່າງ​ດີ ແລະ​ຈະ​ຊ່ວຍ​ໃຫ້​ຄືນ​ຄວາມ​ເງົາ​ງາມ​ຂອງ​ສີ​ລົດ​ກັບ​ມາ​ໄດ້​ອີກ​ດ້ວຍ

CarWash

ບໍ່​ໄດ້​ຍາກ​ເກີນ​ໄປ​ທີ່​ຈະ​ເຮັດ​ແມ່ນບໍ່ ຖ້າ​ເຮັດ​ໄດ້​ຢ່າງ​ທີ່​ກ່າວ​ໄວ້​ດ້ານ​ເທິງ ຮັບຮອງ​ວ່າ​ສີ​ຂາວ​ຈະ​ເບິ່ງ​ຂາວ​ໂອ​ໂມ່​ສົດ​ໃສ​ໄດ້​ດົນ​ແນ່ນອນ​ ແລະ​ທີ່​ສຳຄັນ​ ວິທີ​ການ​ດ້ານ​ເທິງ​ສາມາດ​ໃຊ້​ໄດ້​ກັບ​ທຸກ​ສີ​​ບໍ່​ໄດ້​ຈຳ​ກັດ​ສະເພາະ​ສີ​ຂາວ​ເທົ່າ​ນັ້ນ

 

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...