spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄຟ​ໄໝ້​ເຮືອນ​ປະຊາຊົນ ຢູ່​ບ້ານ​ປາກ​ທ້າງ ​ເສຍ​ຫາຍໝົດ​ຫລັງ

ໄຟ​ໄໝ້​ເຮືອນ​ປະຊາຊົນ ຢູ່​ບ້ານ​ປາກ​ທ້າງ ​ເສຍ​ຫາຍໝົດ​ຫລັງ

Published on

fire+burning.jpg666

ຫົວໜ້າ​ພະ​ແນ​ກມອດ​ໄຟ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະມານ 19:30 ​ໂມງ​ຂອງ​ວັນ​ທີ 19 ກໍລະ​ກົດ​ນີ້, ​​ໄດ້​ຮັບ​ແຈ້ງຈາກ​ພົນລະ​ເມືອງ​ດີ​ວ່າ ເກີດ​ອັກຄີ​ໄພ​ໄຟ​ໄໝ້​ເຮືອນປະຊາຊົນ ຢູ່​ເຂດ​ບ້ານ​ປາກ​ທ້າງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງຈັນ ​ເຈົ້າ​ໜ້າ​ທີ່​ມອດ​ໄຟກໍ​ໄດ້​ຮີບ​ຮ້ອນນຳ​ລົດ​ນ້ຳ​ຈຳນວນ 2 ຄັນ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຈຳນວນ​ໜຶ່ງ ​ລົງ​ຊ່ວຍ​ດັບ​ມອດ​ໄຟ​ທີ່​ກຳລັງ​ໄໝ້​ເຮືອ​ນປະຊາຊົນ ​ແລະ ຄວບ​ຄຸມ​ເພີງ​ບໍ່​ໃຫ້​ລາມ​ໄປ​ເຮືອນ​ປະຊາຊົນ​ທີ່ຢູ່​ໃກ້​ຄຽງ ຜ່ານ​ໄປ​ກວ່າ 1 ຊົ່ວ​ໂມງ ຈຶ່ງ​ສາມາດ​ດັບ​ມອດ​ໄຟ​ໄດ້.

ຜ່ານ​ການ​ສືບສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່ ຈຶ່ງ​ຮູ້​ວ່າ: ​ເຮືອນ​ຫລັງ​ດັ່ງກ່າວ​ເປັນ​ເຮືອນ​ 2 ຊັ້ນ ລຸ່ມກໍ່ ​ເທິງ​ໄມ້ ມຸງ​ດ້ວຍ​ສັງກະສີ ​ເຈົ້າ​​ຂອງ​​ເຮືອນ​ຊື່ ທ້າວ ວີ​ນັດ ອາຍຸ 29 ປີ ກຳມະກອນ ຢູ່​ບ້ານ​ປາກ​ທ້າງ ໜ່ວຍ 9 ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ, ອັກຄີ​​ໄພ​ດັ່ງກ່າວໄດ້​ເຮັດ​ໃຫ້​​ເຮືອນ​ຂອງ​ທ້າວ ​ວີ​ນັດ ​ໃໝ້ໝົດ​ກ້ຽງ, ສ່ວນສາ​ເຫດ​ແມ່ນ​ເກີດ​ຈາກ​ໄຟ​ຊ໋ອດຢູ່​ຊັ້ນ 2 ຂອງ​ເຮືອນ ຈາກ​ນັ້ນ ​ຈຶ່ງ​ເກີດ​ໄຟ​ໄໝ້ສາຍ​ໄຟ ​ແລ້ວ​ລາມ​ໄປ​ທົ່ວ​ເຮືອນລວມມູນ​ຄ່າ​ເສຍ​ຫາຍປະມານ 100 ລ້າ​ນກີບ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...