spot_img
Homeຂ່າວພາຍ​ໃນນາ­ຍົກ­ລັດ­ຖະ­ມົນ­ຕີ ຕ້ອນ­ຮັບປະ­ທານ​ສະ­ພາ​ໂອ​ແລມ​ປິກ​ອາ­ຊີ

ນາ­ຍົກ­ລັດ­ຖະ­ມົນ­ຕີ ຕ້ອນ­ຮັບປະ­ທານ​ສະ­ພາ​ໂອ​ແລມ​ປິກ​ອາ­ຊີ

Published on

ນາ­ຍົກ­ລັດ­ຖະ­ມົນ­ຕີ ຕ້ອນ­ຮັບປະ­ທານ​ສະ­ພາ​ໂອ​ແລມ​ປິກ​ອາ­ຊີ

 

ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ​ແຫ່ງ ສປປ ລາວ ໄດ້​ຕ້ອນ­ຮັບ​ການ​ເຂົ້າຢ້ຽມ​ຂ່ຳ­ນັບ​ຂອງທ່ານ Sheikh Ahmad Al Fahad Al Sabah ອະ­ດີດ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ ແຫ່ງ ​ກູ​ເວດ ປະ­ທານ​ສະ­ມາ­ຄົມ​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ກູເວດ ທັງ​ເປັນ​ປະ­ທານ​ໂອ​ແລມ​ປິກ​ອາ­ຊີ ໃນ​ວັນ​ທີ 29 ເມ­ສາ 2013 ທີ່​ຫ້ອງ​ວ່າ­ການ​ລັດ­ຖະ­ບານ ເນື່ອງ​ໃນ​ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ໃນ​ລະ­ຫວ່າງ​ວັນ​ທີ 28-29 ເມ­ສາ 2013 ນີ້.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ໃຫ້­ການ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາ­ຄາ​ສູງ​ຕໍ່​ການຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ຊຶ່ງ​ເປັນ​ການ​ປະ­ກອບ­ສ່ວນ​ໃນ​ການ​ເພີ່ມ​ພູນ​ຄູນສ້າງ ແລະ ເປັນ​ຂີດ​ໝາຍ​ສຳ­ຄັນໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມືລະ­ຫວ່າງປະ­ຊາ­ຊົນ​ທັງ​ສອງ​ຊາດ ກໍ​ຄື​ສອງ​ປະ­ເທດ ລາວ-ກູ​ເວດ ໂດຍ​ສະ­ເພາະໃນ​ຂົງ­ເຂດ​ວຽກງານ​ກີ­ລາ​ໂອ​ແລມ​ປິກ​ຂອງ​ສອງ​ປະ­ເທດ ​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

ໃນ​ວັນ​ດຽວ​ກັນ​ນີ້ ທີ່​ໂຮງ­ແຮມ​ລາວພລາ​ຊາ ປະ­ທານ​ໂອ​ແລມ​ປິກ​ອາ­ຊີ ພ້ອມ​ຄະ­ນະ ຍັງໄດ້​ເຂົ້າ​ຢ້ຽມ​ຂ່ຳ­ນັບທ່ານ ດຣ.ພັນ​ຄຳ ວິ­ພາ​ວັນ ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ​ສຶກ​ສາ​ທິການ ແລະ ກີ­ລາ ປະ­ທານ​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ລາວ ໃນ​ການ​ຢ້ຽມ­ຢາມ​ຄັ້ງ​ນີ້​ທັງ​ສອງ​ຝ່າຍໄດ້​ມີ​ການ​ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ທາງ​ດ້ານ​ກີ­ລາ​ຂອງ​ສອງ​ປະ­ເທດ ໂດຍສະ­ເພາະໃນ​ຂະ­ແໜງ­ການ​ກີ­ລາ​ໂອ​ແລມ​ປິກ ເພື່ອ​ເຮັດ​ໃຫ້​ວົງ​ການ​ກີ­ລາ​ໃນ​ຂົງ­ເຂດ​ອາ­ຊີ​ມີ​ການ​ພັດ­ທະ­ນາ​ໃຫ້​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂຶ້ນ​ເລື້ອຍໆ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...