Homeວິທະຍາສາດ-ວິທະຍາການໃຊ້ “ຫູ​ຟັງ” ລະ​ວັງ “ຫູ​ໜວກ” !!!!!

ໃຊ້ “ຫູ​ຟັງ” ລະ​ວັງ “ຫູ​ໜວກ” !!!!!

Published on

http://www.matichon.co.th/news-photo/matichon/2015/06/

ການ​ສູນ​ເສຍ​ການ​ໄດ້ຍິນ​ບໍ່ແມ່ນ​ພະຍາດ​ຮ້າຍ​ທີ່​ຄຸກ​ຄາມ​ຕໍ່​ຊີວິດ ແຕ່​ສ້າງ​ບັນຫາ​ໃຫ້​ກັບ​ການ​ໃຊ້​ຊີວິດ​ປະຈຳວັນ​ຂອງ​ທຸກ​ຄົນ​ບໍ່​ນ້ອຍ ແລະ ​ແມ່ນ​ຈະ​ບໍ່​ມີສະ​ຖິ​ຕິ​ລະ​ບຸ​ຊັດເຈນ ແຕ່​ຜູ້​ຊ່ຽວຊານ​ຫລາຍ​ຄົນ​ເຊື່ອ​ວ່າ​ຮູບ​ແບບ​ການ​ໃຊ້​ຊີວິດ​ສະໄໝ​ໃໝ່ ຢ່າງ​ເຊັ່ນ​ການ​ໃຊ້​ຫູ​ຟັງ​ເພື່ອ​ຟັງ​ເພງ​ຫລື​ເບິ່ງໜັງ​ຜ່ານ​ອຸປະກອນ​ໂມ​ບາຍ​ເປັນ​ເວລາ​ດົນ​ໆ ເລື່ອຍ​ໄປ​ຈົນ​ເຖິງ​ສຽງ​ຕ່າງໆ ຮອບ​ຕົວ​ເຮົາ​ທີ່​ດັງ​ຫລາຍ​ຂຶ້ນ​ເລື່ອຍ​ໆ ອາດ​ສົ່ງ​ຜົນ​ໃຫ້​ເກີດ​ພາ​ວະ​ການ​ສູນ​ເສຍ​ການ​ໄດ້ຍິນ​ອັນ​ເກີດ​ຈາກ​ສຽງ (ເອັນ​ໄອ​ເອດ​ແອນ) ໄດ້​ໃນ​ຊ່ວງ​ອາ​ຍຸ​ນ້ອຍ​ກວ່າ​ທີ່​ຄວນ​ຈະ​ເປັນ

ສາສະ​ດາ​ຈານຍ໌ ຈິນລ໌ ກຸ​ນວານດ໌ ນັກ​ໂສດ​ສຳ​ຜັດ​ວິທະຍາ (ອໍ​ດິ​ໂອ​ໂລ​ຈິດຕ໌) ຈາກ​ສູນ​ການ​ແພດ​ມະຫາ​ວິທະຍາ​ໄລ​ແວນ​ເດີລ໌​ບິນທ໌ ໃນ​ເມືອງ​ແນດ​ວິນລ໌ ລັດ​ເທນ​ເນດ​ຊີ ສະ​ຫາລັດ​ອະ​ເມ​ລິ​ກາ ບອກວ່າ​ຄົນ​ສ່ວນ​ໃຫຍ່​ບໍ່​ສຳນຶກວ່າ​ສະພາບ​ແວດ​ລ້ອມ​ໃນ​ຊີວິດ​ຍຸກ​ໃໝ່​ດັງ​ຫລາຍ​ເກີນ​ໄປ​ຈົນ​ເປັນ​ອັນຕະລາຍ​ຕໍ່​ຫູ​ຂອງ​ຕົວ​ເອງ​ ສະພາບ​ແວດ​ລ້ອມ​ເກົ່າໆ ທີ່​ເຮົາ​ໄດ້ຍິນ​ສຽງ​ພຽງ​ເພື່ອ​ສົນ​ທະ​ນາ​ນັ້ນ​ບໍ່​ມີ​ອີກ​ຕໍ່ໄປ​ແລ້ວ ທັງ​ການ​ໃສ່​ຫູ​ຟັງ​ເພື່ອ​ຮັບ​ຟັງ​ສຽງ​ເປັນ​ການ​ສ່ວນ​ຕົວ, ການ​ເບິ່ງຄອນເສີດ, ສະພາບ​ແວດ​ລ້ອມ​ໃນເທັກ, ໂຮງໜັງ ລ້ວນ​ດັງ​ຫລາຍ​ແລະ​ເປັນ​ສິ່ງ​ທີ່​ເຮົາ​ພົບພໍ້ເປັນ​ປະຈຳ​ໃນ​ຊີວິດ​ປະຈຳວັນ

ກຸ​ນວານດ໌​ຊີ້​ວ່າ ການ​ໄດ້ຍິນ​ສຽງ​ດັງ​ຫລາຍ​ໆ ເປັນ​ໄລ​ຍະ​ເວລາ​ດົນ​ຍິ່ງ​ເພີ່ມ​ຄວາມ​ສ່ຽງ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ໄດ້ຍິນ​ໃຫ້​ກັບ​ທຸກ​ຄົນ​ບໍ່​ວ່າ​ຈະ​ຢູ່ໃນ​ອາ​ຍຸ​ໃດ ແລະ​ມີ​ເຫດຜົນ​ພໍ​ທີ່​ຈະ​ບອກ​ໄດ້​ວ່າ ຜູ້​ຄົນ​ໃນ​ຍຸກ​ປະຈຸບັນ​ມີ​ບັນຫາ​ເອັນ​ໄອ​ເອດ​ແອນ​ເກີດ​ຂຶ້ນ​ໃນ​​ອາ​ຍຸ​ນ້ອຍ​ກວ່າ ຈາກ​ສາ​ເຫດ​ທັງ​ສະພາບ​ແວດ​ລ້ອມ​ໃນ​ການເຮັດວຽກງານ​ແລະ​ການ​ພັກ​ຜ່ອນ​ຫຍ່ອນ​ໃຈ

ເອັນ​ໄອ​ເອດ​ແອນ​ເປັນ​ພາ​ວະ​ຄ່ອຍ​ໆ ສູນ​ເສຍ​ຄວາມ​ສາມາດ​ໃນ​ການ​ໄດ້ຍິນ​ລົງ​ໄປ​ເລື່ອຍ​ໆ ປົກກະຕິ​ຈະ​ເກີດ​ຂຶ້ນ​ເມື່ອ​ອາ​ຍຸ​ເພີ່ມ​ຫລາຍ​ຂຶ້ນ ແຕ່​ການ​ໄດ້ຮັບ​ຟັງ​ສຽງ​ດັງ​ຫລາຍ​ໆ ຕັ້ງ​ແຕ່​ອາ​ຍຸ​ຍັງ​ນ້ອຍ ສາມາດ​ກໍ່​ໃຫ້​ເກີດ​ພະຍາດ​ນີ້​ໄດ້ ເຊີ່ງ​ຈະ​ຮ້າຍກວ່າເກົ່າ​ຫລາຍ​ຂຶ້ນ​ເມື່ອ​ອາ​ຍຸ​ສູງ​ຂຶ້ນ​ໃນ​ອະນາຄົດ

ສະ​ຖາ​ບັນ​ເພື່ອ​ຄວາມ​ປອດ​ໄພ​ໃນ​ງານ​ອາ​ຊີບ​ແຫ່ງ​ຊາດ (ເອັນ​ໄອ​ໂອ​ເອດ​ເອດ) ແລະ​ສະມາຄົມ​ເພື່ອ​ສຸຂະພາບ​ແລະ​ຄວາມ​ປອດ​ໄພ​ໃນ​ງານ​ອາ​ຊີບ (ໂອ​ເອດ​ເອດ​ເອ) ຂອງສະ​ຫາລັດ​ອະ​ເມ​ລິ​ກາ ກຳນົດ​ຄ່າ​ມາດຕະຖານ​ຂອງ​ສຽງ​ທີ່​ເຮົາ​ໄດ້ຍິນ​ແລ້ວ​ຍັງ​ປອດ​ໄພ​ເອົາ​ໄວ້​ທີ່​ລະ​ດັບ 85 ເດ​ຊິ​ເບນ ເຊີ່ງ​ດັ່ງ​ເທົາ​ໆ ກັບ​ສຽງ​ການ​ຈະລາຈອນ​ເທິງ​ທ້ອງ​ຖະໜົນ​ທີ່​ເຮົາ​ໄດ້ຍິນ​ເມື່ອ​ນັ່ງ​ຢູ່​ພາຍ​ໃນ​ລົດ ການ​ໄດ້ຍິນ​ສຽງ​ທີ່​ດັ່ງ​ກວ່າ​ລະ​ດັບ​ດັ່ງ​ກ່າວ ກໍ່​ຄວາມ​ສ່ຽງ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ໄດ້ຍິນ​ເມື່ອ​ເວລາ​ຜ່ານ​ໄປ​ດົນ​ໆ

kkk

ການ​ໃຊ້​ຫູ​ຟັງ​ເພື່ອ​ຟັງ​ເພງ​ຈາກ​ອຸປະກອນ​ຕ່າງໆ ສາມາດ​ໃຫ້​ສຽງ​ໄດ້​ສູງ​ເຖິງ 120 ເດ​ຊິ​ເບນ ທັງ​ນີ້​ຈາກ​ການສຶກສາ​ຂອງ​ນັກ​ວິ​ຊາ​ການ​ຈາກ​ມະຫາ​ວິທະຍາ​ໄລ​ເລດ​ເຕີລ໌ ປະເທດ​ອັງ​ກິດ ເຊີ່ງ​ເປັນ​ລະ​ດັບ​ສຽງ​ທີ່​ເປັນ​ອັນຕະລາຍ​ຢ່າງ​ຫລາຍ ເພາະ​ສຽງ​ໃນ​ລະ​ດັບ​ເກີນ​ກວ່າ 110 ເດ​ຊິ​ເບນ​ຂຶ້ນ​ໄປ ສາມາດ​ເຮັດໃຫ້ “ເຍື່ອ​ໄມ​ອີ​ລິນ” ຈີກ​ຫລຸດ​ອອກຈາກ​ເຊວ​ປະສາດ ເຊີ່ງ​ຈະ​ຕັດ​ຂາດ​ການ​ສົ່ງ​ສັນ​ຍານ​ໄຟ​ຟ້າ​ຈາກ​ຫູ​ໄປ​ຍັງ​ສະຫມອງ​ໄດ້​ທັນ​ທີ ໃນ​ກໍລະນີ​ນີ້​ການ​ສູນ​ເສຍ​ການ​ໄດ້ຍິນ​ຈະ​ເກີດ​ຂຶ້ນ​ຢ່າງ​ຮຸນແຣງ​ແລະ​ບໍ່​ສາມາດ​ຟື້ນ​ຟູ​ໄດ້​ອີກ​ຕໍ່ໄປ

ເຄື່ອງ​ໃຊ້​ໄຟ​ຟ້າ​ທີ່​ມີ​ສຽງ​ດັງ​ອາດ​ດັງ​ໄດ້​ເຖິງ 90 ເດ​ຊິ​ເບນ ຢ່າງ​ເຊັ່ນ ​ຄອນ​ເສີດ​ອາດ​ມີ​ສຽງ​ດັງ​​ເຖິງ 105 ເດ​ຊິ​ເບນ ການ​ເປີດ​ວິທະຍຸ​ໃນ​ລົດ​ດັງ​ຫລາຍ​ ອາດ​ເຮັດໃຫ້​ລະ​ດັບ​ສຽງ​ສູງ​ຂຶ້ນ​ເຖິງ 120 ເດ​ຊິ​ເບນ ຫລື​ການ​ຍືນ​ຢູ່​ຫ່າງ​ຈາກ​ປືນ​ຂະນະ​ທີ່​ມີ​ການ​ຍິງອອກໄປ 2-3 ແມັດ ຈະ​ໄດ້ຍິນ​ສຽງ​ລະ​ດັບ 140 ເດ​ຊິ​ເບນ ທີ່​ອາດ​ເປັນ​ລະ​ດັບ​ສຽງ​ເລີ່ມ​ຕົ້ນ​ທີ່​ເຮັດໃຫ້​ປວດ​ຫູ​ໄດ້​ສຳລັບ​ບາງ​ຄົນ

ການ​ໄດ້ຍິນ​ສຽງ​ດັງ​ຫລາຍ​ໃນ​ເວລາ​ດົນ​ໆ ບາງເທື່ອ​ອາດ​ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ການ​ໄດ້ຍິນ​ຊົ່ວ​ຄາວ ເຊັ່ນ ຫລັງ​ການ​ເບີ່ງຄອນ​ເສີດ 2-3 ມື້ ເກີດ​ຂຶ້ນ​ຈາກ​ອົງປະກອບ​ທາງ​ເຄ​ມີ​ໃນ​ຫູ​ສ້າງ​ພາ​ວະ​ດັງ​ກ່າວ​ ​ເພື່ອ​ປ້ອງ​ກັນ​ຫູ

ການ​ໄດ້ຍິນ​ຈະ​ກັບ​ຄືນ​ມາ​ໄດ້ ແລະ​ອາດ​ຊ່ວຍ​ໃຫ້​ໄວ​ຂຶ້ນ​ໄດ້​ດ້ວຍ​ການ​ໄປ​ຢູ່ໃນ​ທີ່​ງຽບໆ ເພື່ອ​ຟື້ນ​ຟູ​ຄວາມ​ລະອຽດ​ອ່ອນ​ຂອງ​ຫູ​ອີກ​ເທື່ອ

ຄຳ​ແນະ​ນຳ​ຈາກ​ຜູ້​ຊ່ຽວຊານ​ເພື່ອ​ປ້ອງ​ກັນ​ພາ​ວະ​ຕ່າງໆ ເຫລົ່າ​ນີ້ ຄື​ໃຫ້​ລົດ​ລະ​ດັບ​ຄວາມ​ດັງ​ສູງ​ສຸດ​ຂອງ​ອຸປະກອນ​ທີ່​ໃຊ້​ກັບ​ຫູ​ຟັງ​ຂອງ​ເຮົາ​ລົງ​ຈາກ​ເດີມ​ໃຫ້​ເຫລືອ​ພຽງ 70 ເປີເຊັນ, ໃຊ້​ຫູ​ຟັງ​ແບບ​ຄອບ​ຫູ ແທນ​ສະເບົ້າ

ເມື່ອ​ໄປ​ເບີ່ງຄອນເສີດຄວນ​ນຳ​ອຸປະກອນ​ອຸດ​ຫູ​ຕິດ​ມື​ໄປ​ນຳ ເປັນ​ການ​ປ້ອງ​ກັນ​ໄວ້​ກ່ອນ​ນັ້ນ​ເອງ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...