spot_img
Homeລົດຍົນ-ຍານພາຫະນະລົງ​ດິນ​ນ້ຳ​ມັນ​ລົດ ມີ​ປະໂຫຍດ​ຕໍ່​ສີ​ລົດ​ຢ່າງໃດ​ກັບ​ເລື່ອງ​ທີ່​ຫລາຍ​ຄົນ​ບໍ່​ຮູ້

ລົງ​ດິນ​ນ້ຳ​ມັນ​ລົດ ມີ​ປະໂຫຍດ​ຕໍ່​ສີ​ລົດ​ຢ່າງໃດ​ກັບ​ເລື່ອງ​ທີ່​ຫລາຍ​ຄົນ​ບໍ່​ຮູ້

Published on

ດິນ​ນ້ຳ​ມັນ​ທີ່​ໃຊ້​ເຮັດ​ຄວາມ​ສະ​ອາດ​ລົດ​ນັ້ນ​ມີ​ແບ່ງ​ຕາມ​ຊະນິດ​ສີ​ລົດ​ດ້ວຍ​ເຊັ່ນ​ກັນ

ໃນ​ມື້​ນີ້​ທາງ​ທີມ​ງານ​ກໍ​ຈະ​ພາ​ສາວົກຄັນຮັກລົດ​ໄປ​ພົບ​ກັບ​ເລື່ອງ​ຂອງການ​ຮັກສາ​ລົດ​ສຸດ​ທີ່​ຮັກ​ຂອງ​ເຮົາ ເຊີ່ງໃນ​ມື້​ນີ້​ເຮົາ​ຈະ​ພາ​ໄປ​ພົບ​ກັບ​ເລື່ອງ​ຂອງການ​ລົງ​ດິນ​ນ້ຳ​ມັນ ນັ້ນ​ວ່າ​ມີ​ປະໂຫຍດ​ຢ່າງໃດ

http://s3.boxzaracing.com/news/04/m6/
ດິນ​ນ້ຳ​ມັນ​ຊ່ວຍ​ກຳຈັດ​ຄາບ​ສົກກະປົກ​ໄດ້​ດີ​

ເຮົາອາດຈະ​ເຄີຍ​ໄດ້ຍິນ​ໃນ​ເລື່ອງ​ຂອງການ​ລົງ​ດິນ​ນ້ຳ​ມັນ​ລົດ​  ອາດຈະ​ເຄີຍ​ໄດ້ຍິນ​ກັນ​ມາ​ບໍ່​ຫລາຍ​ກໍ​ນ້ອຍ ແຕ່​ເຄີຍ​ຮູ້​ຫຼືບໍ່ວ່າ​ມີ​ປະໂຫຍດ​ຢ່າງໃດ​ຊ່ວຍ​ໃນ​ເລື່ອງ​ໃດ ເຊີ່ງ​ ​ດິນ​ນ້ຳ​ມັນ​ນີ້​ຫຼື​ທີ່​ເອີ້ນ​ກັນ​ວ່າ  Scrub Clay ແທ້ ໆ​ແລ້ວ​ຄື​ສິ່ງ​ທີ່​ຊ່ວຍ​ເຮົາ​ເຮັດ​ຄວາມ​ສະ​ອາດ​ຄາບ​ສິ່ງ​ສົກກະປົກ​ຕ່າງໆ ເຊີ່ງ​ດິນ​ນ້ຳ​ມັນ​ທີ່​ເຮົາ​ໃຊ້​ຈະ​ຖືກ​ຜະລິດ​ມາ​ເພື່ອ​ໃຊ້ເຮັດ​ຄວາມ​ສະ​ອາດ​ລົດ​ ໂດຍ​ຈະ​ມີ​ສ່ວນ​ປະສົມ​ມາ​ຈາກ​ວັດ​ຖຸ​ດິບ​ຈຳ​ພວກ  Elastic ແລະ  Resin Compound  ໂດຍ​ຈະ​ເປັນ​ວັດ​ຖຸ​ດິບ​ທຳມະຊາດ ກັບ​ວັດ​ຖຸ​ດິບ​ສັງ​ເຄາະ ຄວາມ​ແຕກ​ລະຫວ່າງ​ດິນ​ນ້ຳ​ມັນ​ທີ່​ໃຊ້​ສຳລັບ​ລົດ ແລະ​ດິນ​ນ້ຳ​ມັນ​ທົ່ວ​ໄປ​ນັ້ນ​ບໍ່​ແຕກ​ຕ່າງ​ກັນ​ຫລາຍ​ແຕ່​ດິນ​ນ້ຳ​ມັນ​ທີ່​ໃຊ້​ສຳລັບ​ລົດ​ຈະ​ມີ​ສ່ວນ​ປະສົມ​ຂອງ  Elastic ເຂົ້າ​ມາ​ຫລາຍ​ຂຶ້ນ ເພື່ອ​ເຮັດໃຫ້​ດຶງ​ຄາບ​ສົກກະປົກ​ແລະ​ທົນ​ທານ​ຫລາຍ​ຂຶ້ນ ໂດຍ​ດິນ​ນ້ຳ​ມັນ​ຈະ​ມີ​ການ​ແບ່ງ​ເກດ​ດັ່ງ​ນີ້

Medium Grade
ເປັນ​ດິນ​ນ້ຳ​ມັນ​ທີ່​ມີ​ຄຸນນະພາບ​ທົ່ວ​ໄປ ເຊີ່ງ​ສາມາດ​ໃຊ້​ສຳລັບ​ດຶງ​ຄາບ​ສົກກະປົກ​ຕ່າງໆ ໄດ້​ຢ່າງ​ສະ​ອາດ ແລະ​ຍັງ​ສາມາດ​ເຮັດ​ຄວາມ​ສະ​ອາດ​ຄາບ Wax ​ອອກ​ໄດ້
http://s3.boxzaracing.com/news/04/m6/
Fine Grade
ສຳລັບ​ດິນ​ນ້ຳ​ມັນ​ປະ​ເພດ​ນີ້​ຈະ​ມີ​ຂັ້ນ​ຕອນ​ການ​ຜະລິດ​ທີ່​ເຮັດໃຫ້​ດິນ​ນ້ຳ​ມັນ​ສາມາດ​ດຶງ​ຄາບ​ສິ່ງ​ສົກກະປົກ​ອອກ​ມາ​ໄດ້​ຢ່າງ​ໝົດ​ຈົດ ແລະ​ຊ່ວຍ​ໃຫ້​ພື້ນ​ຜິວ​ຫລັງ​ໃຊ້​ນັ້ນ​ມີ​ຄວາມ​ເງົາງາມ​ຂຶ້ນ​ຕື່ມອີກ
ກ່ອນ​ລົງWax ຄວນ​ໃຊ້​ດິນ​ນ້ຳ​ມັນ​ເຮັດ​ຄວາມ​ສະ​ອາດ​ເພື່ອ​ກຳຈັດ​ຄາບ​ສົກກະປົກ

http://s3.boxzaracing.com/news/04/m6/

ສ່ວນການ​ລົງ​ດິນ​ນ້ຳ​ມັນຫລາຍ​ທ່ານ​ອາດຈະ​ສົງ​ໄສ​ວ່າ​ລົງ​ເພື່ອ​ຫຍັງ ຊ່ວຍ​ໃນ​ເລື່ອງ​ໃດ​ນຳ ເຊີ່ງ​ປະໂຫຍດ​ໃນ​ການ​ລົງ​ດິນ​ນ້ຳ​ມັນ​ນັ້ນ​ມີ​ດັ່ງ​ນີ້

  • ໃຊ້​ໃນ​ເລື່ອງ​ຂອງ​ການ​ກຳຈັດ​ຄາບ​ສົກກະປົກ​ຝັງ​ແໜ້ນ ພວກ​ຄາບ​ລະ​ອອງ​ສີ ຄາບ​ຂີ້ນ​ກ ຢາງ​ໄມ້ ແລະ​ຄາບ​ຝຸ່ນ​ທີ່​ລ້າງ​ບໍ່​ອອກ
  • ໃວ້​ສຳລັບ​ປັບ​ສະພາບ​ພື້ນ​ຜິວ ໃຫ້​ສະ​ອາດ​ກ່ອນທີ່ຈະ​ກໍ່ການ​ລົງ Wax
  • ຫາ​ກລົງດິນ​ນ້ຳ​ມັນ​ເດືອນ​ລະ 1 ເທື່ອ ຈະ​ຊ່ວຍ​ໃຫ້​ປ້ອງ​ກັນ​ຄາບ​ສົກກະປົກ​ທີ່​ຈະ​ມາ​ທຳລາຍ​ຊັ້ນ​ແລກ​ເກີລ໌
  • ຫລັງ​ຈາກ​ລົງ​ດິນ​ນ້ຳ​ມັນ​ແລ້ວ​ຄວນ​ທີ່​ຈະ​ລົງ Wax ທຸກ​ເທື່ອ​ຈະໃຫ້​ສີ​ລົດ​ນັ້ນ​ມີ​ຄວາມ​ເງົາ​ງາ​ຫລາຍ​ຂຶ້ນ
    ດິນ​ນ້ຳ​ມັນ​ທີ່​ໃຊ້​ກັບ​ລົດ​ນັ້ນ​ມີ​ລັກສະນະ​ດຽວ​ກັບ​ດິນ​ນ້ຳ​ມັນ​ທົ່ວ​ໄປ
    ສາວົກຄົນຮັກ​ລົດ​ທັງ​ຫລາຍ​ຄືຊິໄດ້​ຮູ້​ກັນ​ແລ້ວ​ວ່າການ​ລົງ​ດິນ​ນ້ຳ​ມັນ​ລົດ ນັ້ນ​ມີ​ປະໂຫຍດ​ຢ່າງໃດ ຊ່ວຍ​ໃນ​ເລື່ອງ​ໃດ​ນຳ​ເຊີ່ງ​ການ​ລົງ​ດິນ​ນ້ຳ​ມັນ​ລົດ ຫາກ​ເຮົາ​ມີ​ການເຮັດ​ຢ່າງ​ເປັນ​ປະຈຳ​ຈະ​ເຮັດໃຫ້​ລົດ​ເຮົາ​ສະ​ອາດ​ເງົາ​ງາມ​ຢ່າງ​ແນ່ນອນ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...