Homeວິທະຍາສາດ-ວິທະຍາການຍ້ອນຫຍັງ ຕາເຄື່ອນໄຫວ ແຕ່ພາບຍັງຊັດເຈນຢູ່?

ຍ້ອນຫຍັງ ຕາເຄື່ອນໄຫວ ແຕ່ພາບຍັງຊັດເຈນຢູ່?

Published on

http://www.vcharkarn.com/media/images/

ນັກ​ວິ​ໄຈ​ຈາກ​ຄະນະ​ແພດ​​ສາດ ມະຫາ​ວິທະຍາ​ໄລ​ແຄ​ລິ​ຟໍ​ເນຍ ຊານ​ດິ​ເອ​ໂກ ແລະ​ສະ​ຖາ​ບັນ​ຊິນ​ລີ​ອາຍ ໄດ້​ຄົ້ນ​ພົບ​ໂມ​ເລ​ກຸນ​ທີ່​ເປັນ​ກາວ​ເຊື່ອມ​ສະຫມອງ​ທີ່​ເຮັດໃຫ້​ພາບ​ທີ່​ເບິ່ງເຫັນ​ນັ້ນ​ຍັງ​ແຈ້ງ​ ແມ່ນ​ວັດ​ຖຸ​ ຫຼື ​ຕາ​ຂອງ​ເຮົາ​ຈະ​ເຄື່ອນ​ໄຫວ​ກໍ​ຕາມ

ນັກ​ວິ​ໄຈ​ຊີ້​ວ່າ ໂປ​ຕີນ Contactin-4 ແລະ amyloid precursor ນັ້ນ​ກໍ່​ໃຫ້​ເກີດ​ຄວາມ​ສະຖຽນ​ຂອງ​ພາບ ໂດຍ​ໄດ້​ເຜີຍແຜ່​ຜົນ​ງານ​ການ​ຄົ້ນ​ພົບ​ນີ້​ໃນ​ວາລະ​ສານ​ວິ​ຊາ​ການ Neuron  ແລ້ວ

“ໃນ​ລະບົບ​ຂອງ​ພາບ​ນັ້ນ ການ​ເຊື່ອມ​ຕໍ່​ລະຫວ່າງ​ຕາ​ແລະ​ສະຫມອງ​ທີ່​ແມ່ນ​ຍຳ​ຈະ​ຊ່ວຍ​ໃນ​ການ​ເບິ່ງເຫັນ​ພາບ​ແລະ​ເຮັດໃຫ້​ໝັ່ນໃຈ​ວ່າ​ພາບ​ນັ້ນ​ແຈ້ງ​ແລະ​ຄົມ” ດຮ. ແອ​ນົດ​ລູວ໌ ຮູ​ເບີລ໌​ແມນ ນັກ​ວິ​ໄຈ​ກ່າວວ່າ

“ເຊັນ​ເຊີ​ໃນ​ຕາ​ນັ້ນ​ສາມາດ​ກວດ​ຈັບ​ການ​ເຄື່ອນ​ໄຫວ​ແລະ​ເຊື່ອມ​ຕໍ່ໄປ​ຍັງ​ສະຫມອງ​ດ້ວຍ​ວິທີ​ທີ່​ຖືກ​ຕ້ອງ​ໄດ້ ເພື່ອ​ເຮັດໃຫ້​ຕາ​ນັ້ນ​ເຄື່ອນ​ໄປ​ຍັງ​ທິດ​ທາງ​ທີ່​ຖືກ​ຕ້ອງ​ໂດຍ​ບໍ່​ເຮັດໃຫ້​ພາບ​ເບີ​ໄດ້ ເຊີ່ງ​ເປັນ​ຫລັກ​ການ​ດຽວ​ກັບ​ເວລາ​ເຮົາ​ຖ່າຍ​ພາບ​ນິ່ງ​ຂອງ​ວັດ​ຖຸ​ທີ່​ກຳ​ລັງ​ເຄື່ອນ​ໄຫວ ຈົນ​ເຖິງ​ຕອນ​ນີ້ ເຮົາ​ຍັງ​ບໍ່​ເຂົ້າໃຈ​ວ່າ​ຕາ​ກັບ​ສະຫມອງ​ຄວບ​ຄຸມ​ການເຮັດວຽກງານ​ນີ້​ໄດ້​ຢ່າງໃດ​ໃນ​ລະ​ດັບ​ໂມ​ເລ​ກຸນ”

ໃນ​ການສຶກສາ​ວ່າ​ຕາ​ແລະ​ສະຫມອງ​ນັ້ນ​ເຮັດວຽກ​ສຳພັນ​ກັນ​ຢ່າງໃດ​ເພື່ອ​ໃຫ້​ໄດ້​ຄວາມ​ສະຖຽນ​ນີ້ ດຮ. ຮູ​ເບີລ໌​ແມນ ແລະ​ທີມ​ງານ​ໄດ້​ສຶກ​ສາ​ໄປ​ທີ່​ກຸ່ມ​ເຊວປະສາດ​ໃນ​ສະຫມອງ​ທີ່​ກໍ່​ໃຫ້​ເກີດ​ວົງ​ຈອນ​ເຊື່ອມ​ຕໍ່​ໃນ​ສະຫມອງ​ບາງ​ແບບ ວິທີ​ການ​ນີ້​ເຮັດໃຫ້​ນັກ​ວິ​ໄຈ​ສາມາດ​ເບິ່ງ​ໄປ​ທີ່​ອົງ​ປະກອບ​ຂອງ​ການ​ເບິ່ງເຫັນ​ພາບ ແລະ​ ສຸດ​ທ້າຍ​ກໍ​ຈະ​ຮູ້​ໄດ້​ວ່າ  ຍີນ​ຕົວ​ໃດ​ທີ່​ເຊວປະສາດ “ເປີດ​ການເຮັດວຽກງານ” ເພື່ອ​ທີ່​ຈະໃຫ້​ເກີດ​ການ​ເຊື່ອມ​ຕົວ​ລະຫວ່າງ​ສະຫມອງ​ກັບ​ຕາ​ທີ່​ຖືກ​ຕ້ອງ

ຈາກ​ການສຶກສາ ນັກ​ວິ​ໄຈ​ພົບ​ວ່າ ໂມ​ເລ​ກຸນ​ໂປ​ຕີນ​ທີ່​ຊື່ Contactin-4 ນັ້ນ​ມີ​ການ​ສະແດງ​ອອກ​ທີ່​ຄ່ອນ​ຂ້າງ​ມີ​ຄວາມ​ສະເພາະ​ເຈາະ​ຈົ່ງ​ກັບ​ການເຮັດໃຫ້​ພາບ​ສະຖຽນ ໂດຍ​ເມື່ອ​ນັກ​ວິ​ໄຈ​ເຮັດໃຫ້​ຍີນ Contactin-4 ປ່ຽນ​ແປງ​ໄປ​ດ້ວຍ​ການ​ຕັດ​ຕໍ່​ພັນ​ທຸ​ກຳ ວົງ​ຈົນ​ກໍ​ບໍ່​ສາມາດ​ເຮັດວຽກ​ໄດ້​ຢ່າງ​ປົກກະຕິ​ ແລະ​ ເຊວ​ເບິ່ງເຫັນ​ພາບ​ກໍ​ບໍ່​ໄດ້​ເຮັດວຽກ​ໄດ້​ຢ່າງ​ປົກກະຕິ​ໃນ​ສະຫມອງ ໃນ​ທາງ​ກົງ​ກັນ​ຂ້າມ ເມື່ອ​ເຕີມ Contactin-4 ເຂົ້າໄປ​ໃນ​ເຊວທີ່​ປົກກະຕິ​ບໍ່​ໄດ້​ມີ​ການສ້າງ ໂປ​ຕີນ​ທີ່​ເພີ່ມ​ຂຶ້ນ​ມາ​ນີ້​ກໍ​ເຮັດໃຫ້​ເຊວ​ສ້າງ​ວົງ​ຈົນ​ເພື່ອ​ໃຫ້​ສະຫມອງ​ກັບ​ຕາ​ເຊື່ອມ​ຕໍ່​ກັນ​ໄດ້​ສະຖຽນ

ຈາກ​ການ​ຄົ້ນ​ພົບ​ເຫລົ່າ​ນີ້ ດຮ. ຮູ​ເບີລ໌​ແມນ​ ໄດ້​ຕັ້ງ​ສົມມຸດຖານ​ວ່າ ໜ້າ​ຈະ​ມີ​ຍີນ​ບາງ​ກຸ່ມ​ທີ່​ເຮັດໃຫ້​ເຊວປະສາດ​ທີ່​ຖືກ​ຕ້ອງ​ສ້າງ​ວົງ​ຈົນ​ທີ່​ຖືກ​ຕ້ອງ​ໄດ້ ແລະ​ຍີນ​ເຫລົ່າ​ນີ້​ກໍ​ໜ້າ​ຈະ​ມີ​ຄວາມ​ສຳຄັນ​ຕໍ່​ການ​ຮັບ​ຮູ້​ພາບ​ທີ່​ຖືກ​ຕ້ອງ

“ຫ້ອງ​ປະຕິບັດການ​ວິ​ໄຈ​ຂອງ​ເຮົາ​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ສ້າງ​ການ​ເຊື່ອມ​ຕໍ່​ແລະ​ສ້າງ​ວົງ​ຈົນ​ໃໝ່​ທີ່​ເສຍ​ໄປ​ຈາກ​ການ​ບາດ​ເຈັບ​ ຫຼື ​ພະຍາດ​ຮ້າຍ ໃຫ້​ກັບ​ມາ​ເຮັດວຽກ​ໄດ້​ອີກ​ເທື່ອ” ດຮ. ຮູ​ເບີລ໌​ແມນ​ກ່າວ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...