spot_img
Homeຂ່າວພາຍ​ໃນເລີ່ມແຂ່ງຂັນກ໊ອຟ ອາຊຽນ ພີຈີເອທົວ ລາຍການຫຼວງພະບາງ ລາວ ໂອເພັນ ຄັ້ງທີ 2

ເລີ່ມແຂ່ງຂັນກ໊ອຟ ອາຊຽນ ພີຈີເອທົວ ລາຍການຫຼວງພະບາງ ລາວ ໂອເພັນ ຄັ້ງທີ 2

Published on

images

ການ​ແຂ່ງ​ຂັນ​​ກ໊ອຟ ອາ​ຊຽນ ພີ​ຈີ​ເອ​ທົວ (ASEAN PGA Tour) ລາຍການ​ຫຼວງ​ພະ​ບາງ ລາວ ໂອ​ເພັນ ຄັ້ງ​ທີ 2 (Luangprabang Laos Open) ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມ​ກີ​ລາກ໊ອຟ​ຫຼວງ​ພະ​ບາງ ບ້ານ​ຫ້ວຍ​ພາຍ ແຕ່​ວັນ​ທີ 23-27 ເມສາ​ນີ້ ເພື່ອ​ຊິງ​ເງິນ​ລາງວັນ​ລວມ 1 ແສນ​ກວ່າ​ໂດ​ລາ​ສະຫະລັດ ໂດຍ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ຂອງ​ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທ່ານ ​ດຣ. ຄຳ​ແພງ ໄຊ​ສົມ​ແພງ ເຈົ້າແຂວງ​ຫຼວງ​ພະ​ບາງ ແລະ ມີ​ນັກກີລາ​ຈາກ​ໄທ ມາ​ເລ​ເຊຍ ສິງກະໂປ ອົດ​ສະ​ຕຣາ​ລີ ແລະ ລາວ ກວ່າ 100 ຄົນ​ເຂົ້າ​ຮ່ວມ.

ໃນ​ມື້​ທຳ​ອິດ​ເປັນ​ການ​ແຂ່ງຂັນ​ຂອງ (Pro-Am) ຫຼື Professor Amateur ຊຶ່ງ​ແຂ່ງຂັນ​ລະຫວ່າງ​ນັກ​​ກ໊ອຟ​ອາຊີບ​ກັບ​ນັກ​​ກ໊ອຟ​ສະໝັກ​ຫຼິ້ນ​ຂອງ​ບັນດາ​ຜູ້​ຈັດ ແລະ ຜູ້​ສະໜັບສະໜູນ ເພື່ອ​ເປີດ​ໂອກາດ​ໃຫ້​ນັກ​​ກ໊ອຟ​ສະໝັກ​ຫຼິ້ນ ໄດ້​ຖອດ​ຖອນ​ບົດຮຽນ​ກັບ​ນັກ​​ກ໊ອຟ​ອາຊີບ ທັງ​ເປັນ​ການ​ສ້າງ​ໂອກາດ​ໃຫ້​ນັກ​​ກ໊ອຟ​ອາຊີບ ໄດ້​ທົດ​ສອບ​ສະ​ໜາມ​​ກ໊ອຟ​ຕື່ມ​ອີກ ສ່ວນ​ການ​ແຂ່ງຂັນ​ຂອງ​ນັກ​​ກ໊ອຟ​ອາຊີບ ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 24-27 ເມສາ​ນີ້ ໂດຍ​ມີ 12 ລາຍການ ເພື່ອ​ຊິງ​ເງິນ​ລາງວັນ​ລວມ 1 ແສນ​ກວ່າ​ໂດ​ລາ​ສະຫະລັດ ເຊິ່ງ​ລາງວັນ​ທີ 1 ຈະ​ໄດ້​ຮັບ​ຂັນ ພ້ອມ​ເງິນສົດ 16 ພັນ​ກວ່າ​ໂດ​ລາ​ສະຫະລັດ ທີ 2 ໄດ້​ຮັບ 11 ພັນ​ກວ່າ​ໂດ​ລາ​ສະຫະລັດ ທີ 3 ໄດ້​ຮັບ 6 ພັນ​ກວ່າ​ໂດ​ລາ​ສະຫະລັດ ແລະ ຍັງ​ມີ​ລາງວັນ​ຕ່າງໆ​ຕື່ມ​ອີກ​ລວມ 50 ລາງວັນ.

ການ​ແຂ່ງ​ຂັນ​​ກ໊ອຟ​ຫຼວງ​ພະ​ບາງ ລາວ ໂອ​ເພັນ ເທື່ອ​ນີ້ ເປັນ​ລາຍການ​ທີ 3 ຂອງ​ການ​ແຂ່ງ​ຂັນ​​ກ໊ອຟ ອາ​ຊຽນ ພີ​ຈີ​ເອ​ທົວ ຊຶ່ງ​ລາຍການ​ທຳ​ອິດ​ຊື່ວ່າ: ສິງ​ອີສານ ໂອ​ເພັນ ທີ່​ຈັດ​ຂຶ້ນ​ແຕ່​ວັນ​ທີ 14-17 ກຸມພາ​ຜ່ານ​ມາ ຢູ່​ປະເທດ​ໄທ ລາຍການ​ທີ 2 ຊື່ວ່າ: ສິງ​ພັດ​ທະ​ຍາ ແຕ່​ວັນ​ທີ 18-21 ເມສາ​ນີ້ ຢູ່​ປະເທດ​ໄທ ສ່ວນ​ລາຍການ​ທີ 4 ຊື່ວ່າ ພີ​ຈີ​ເອັມ-ອາ​ຊຽນ ອາ​ຟາ​ໂມ​ຊາ ມາດ​ສະ​ເຕີ (PGM-ASEAN A’Famosa Master) ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 8-11 ພຶດສະພາ​ນີ້ ຢູ່​ມາ​ເລ​ເຊຍ ພ້ອມ​ນີ້​ຍັງ​ມີ​ອີກ 8 ລາຍການ​ຕື່ມ​ອີກ ທີ່​ຈະ​ແຂ່ງຂັນ​ໃຫ້​ສຳເລັດ​ໃນ​ປີ​ນີ້ ເພື່ອ​ເປີດ​ໂອກາດ​ໃຫ້​ນັກ​ກີ​ລາກ໊ອຟ​ອາຊີບ​ລະດັບ​ອາ​ຊຽນ ໄດ້​ສະ​ສົມ​ຄະແນນ​ໃຫ້​ແກ່​ຕົນ​ເອງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...