ຈົນເຖິງມື້ນີ້ ທົ່ວໂລກຍັງຄົງລຸ້ນລະທຶກ ປະຕິບັດການລ່າໂຕລາຊາຢາເສບຕິດ ໂຈອາຄິນ ກຸຊມັນ ຫຼື ເອລ ຊາໂປ ທີ່ລອດອຸມຸງແຫກຄຸກຄວາມໝັ້ນຄົງສູງ ຂອງແມັກຊິໂກແບບເໜືອຟ້າ ຕັ້ງແຕ່ວັນທີ 11 ກໍລະກົດ ທີ່ຜ່ານມາ ຫຼ້າສຸດສຳນັກງານປະທານາທິບໍດີ ບາຣັກ ໂອບາມາ ຂອງສະຫະລັດຯ ປະກາດຕັ້ງລາງວັນນຳຈັບ ເອລ ຊາໂປ ອີກ 5 ລ້ານໂດລ່າ ຈາກຄະດີຄ້າຢາເສບຕິດໃນ 7 ລັດ ຂອງສະຫະລັດຯ
ເອລ ຊາໂປ ມີຊື່ເຕັມວ່າ ໂຈອາຄິນ ກຸຊມັນ ໂລຣ່າ ຄົນແມັກຊິໂກ ອາຍຸ 58 ປີ ເປັນຫົວໜ້າແກ໊ງຄ້າຢາເສບຕິດ ຊິນາລົວ ເຊິ່ງຕັ້ງຂຶ້ນຕາມຖິ່ນອາໄສ ໃນລັດຊິນາລົວ ຂອງແມັກຊິໂກ ເກີດໃນຊົນນະບົດ ການສຶກສາຈົບພຽງ ປ3 ເລິ່ມຄ້າຢາຕັ້ງແຕ່ອາຍຸ 15 ປີ ຊີວິດພົວພັນກັບຢາເສບຕິດ ໄດ້ຮັບການຈັດອັນດັບຈາກວາລະສານ ຊື່ດັງລະດັບໂລກຄື ຟອບ ຂອງສະຫະລັດວ່າ ເປັນພໍ່ຄ້າຢາເສບຕິດ ທີ່ມີອິດທິພົນຫຼາຍທີ່ສຸດໃນໂລກ ໂດຍໃນປີ 2013 ທີ່ຜ່ານມາ ເອລ ຊາໂປ ຖືກຈັດອັນດັບໃຫ້ເປັນບຸກຄົນ ທີ່ຊົງອິດທິພົນຂອງໂລກອັນດັບທີ 67 ເຖິງແມ່ນວ່າກະໂຕຂອງລາວ ຈະຍັງຕິດຄຸກຢູ່ກໍຕາມ.
ສ່ວນຄວາມລ່ຳລວຍບໍ່ຕ້ອງເວົ້າເຖິງ ຟອບ ປະເມີນໃນປີ 2012 ວ່າ ແກ໊ງຊິນາລົວ ຂອງເຂົາມີລາຍໄດ້ຕໍ່ປີຫຼາຍກວ່າ 3,000 ລ້ານ ໂດລ່າ ທີ່ມາຂອງລາຍໄດ້ສ່ວນຫຼາຍແມ່ນ ໄດ້ມາຈາກການຄ້າຢາເສບຕິດເກືອບທັງໝົດ ໂດຍເຊື່ອວ່າ 25% ຂອງລາຍໄດ້ ມາຈາກການຄ້າຢາເສບຕິດໃນສະຫະລັດຯ ໂດຍເປັນເຈົ້າຂອງອຸມຸງລັບໃຕ້ດິນ ເພື່ອຄ້າຢາເສບຕິດສຸດຊົ່ວຊາຍແດນ ແມັກຊິໂກ-ສະຫະລັດຯ ເຖິງ 62 ແຫ່ງ ຈົນກະທັ່ງຖືກອອກໝາຍຈັບໃນ 7 ລັດຂອງສະຫະລັດຯ.
ນີ້ຍັງບໍ່ນັບເມືອງໃຫຍ່ໆຄືຊິຄາໂກ ທີ່ປະກາດໃຫ້ ເອລ ຊາໂປ ເປັນສັດຕູອັນດັບ 1 ເປັນຕຳແໜ່ງດຽວກັບຕຳນານ ເຈົ້າພໍ່ລະດັບໂລກຢື ລັລ ຊາໂປນ ເພາະຂົນໂຄເຄນໄປຂາຍໃນຊິຄາໂກ ເດືອນລະ ປະມານ 2,000 ກິໂລ ສ່ວນຄວາມໂຫດຫ້ຽມບໍ່ເປັນຮອງໃຜ ເນື່ອງຈາກເຄີຍສັ່ງລົງໂທດລູກນ້ອງ ດ້ວຍການໃຊ້ຈັກສະຕິນຕັດຄໍ ເປັນຂ່າວສະຫຍອງຂວັນໄປທົ່ວອາເມລິກາ.
ເຖິງແມ່ນມື້ນີ້ ຍັງບໍ່ມີໃຜຮູ້ວ່າ ເອລ ຊາໂປ ລ່ອງຫົນຫາຍໂຕໄປຢູ່ໃສ ໄດ້ພາກັນຈັບຈ້ອງໄປທີ່ ອິວານ ກຸຊມັນ ລູກຊາຍຂອງເຂົາ ເຊິ່ງລະເມີດກົດເຫຼັກຂອງມາເຟຍ ຫຼື ໂອເມີຕາ ທີ່ແປວ່າ ກົດແຫ່ງຄວາມງຽບ ດ້ວຍການໂພສຕ໌ ຮູບພາບຊີວິດຫຼູຫຼາລົງໃນໂຊຊຽວມີເດຍ ແລະນີ້ຄືຮູບພາບຫຼູຫຼາບ້າບ້ອງຂອງຄອບຄົວ ເອລ ຊາໂປ.
ເລື່ອງລາວເຈົ້າພໍ່ ເອລ ຊາໂປ ຍັງບໍ່ຈົບ ຄົງຈະຕ້ອງໄດ້ຕິດຕາມພາລະກິດ ປະຕິບັດການລ່າໂຕລາຊາຢາເສບຕິດ ຜູ້ນີ້ຕໍ່ໄປຈົນກວ່າຈະສິ້ນສຸດລົງ ຢ່າລືມຕິດຕາມຢ່າງໃກ້ຊິດ.
ຂອບໃຈ: Forbes, Dailymail , IBtimes, Motherboard, Bestgore ແລະ KIITDOO