Homeວິທະຍາສາດ-ວິທະຍາການນັກ​ວິ​ໄຈ​ສະ​ຫາລັດ ພັດທະນາ​ສາ​ຫລ່າຍ​ທະ​ເລ​ພັນ​ໃຫ່ມ ລົດຊາດ​ຄືກັບ "ເບຄອນ" ຄຸນຄ່າ​ຄືກັບ "ຜັກ"

ນັກ​ວິ​ໄຈ​ສະ​ຫາລັດ ພັດທະນາ​ສາ​ຫລ່າຍ​ທະ​ເລ​ພັນ​ໃຫ່ມ ລົດຊາດ​ຄືກັບ “ເບຄອນ” ຄຸນຄ່າ​ຄືກັບ “ຜັກ”

Published on

bacon-seaweed01

ນັກ​ວິ​ໄຈ​ມະຫາ​ວິທະຍາ​ໄລ​ແຫ່ງ​ລັດ​ໂອ​ເລກ​ອນ ສະ​ຫາລັດອາເມລິກາ​ຈົດ​ສິດ​ທິ​ບັດ​ສາ​ຫລ່າຍ​ທະ​ເລ​ສີ​ແດງ “Dulse” ເຊີ່ງ​ເກີດ​ຈາກ​ການ​ພັດທະນາ​ສາຍ​ພັນ​ຈົນ​ໄດ້​ລົດ​ຊາດ​ຄ້າຍ​ເບຄອນ ແຕ່​ໃຫ້​ຄຸນຄ່າ​ໂພຊະນາ​ການ​ເຊັ່ນ​ດຽວ​ກັບ​ຜັກ ຄາດ​ຈະ​ໄດ້ຮັບ​ຄວາມ​ນິຍົມ​ແລະ​ກາຍ​ເປັນ​ວັດ​ຖຸ​ດິບ​ຫລັກ​ໃນ​ຮ້ານ​ອາ​ຫານ

ເວັບ​ໄຊ​ອິນ​ດິ​ເພນ​ເດນ​ລາຍ​ງານ​ວ່າ ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ແຫ່ງ​ລັດ​ໂອ​ເລກ​ອນ ສະ​ຫາລັດ ໄດ້​ພັດທະນາ​ສາຍ​ພັນ​ແລະ​ກໍ່ການ​ຈົດ​ສິດ​ທິ​ບັດ​​ສາ​ຫລ່າຍ​ທະ​ເລ​ສີ​ແດງ​ພັນ​ໃຫ່ມ “Dulse” ທີ່​ໃຫ້​ລົດ​ຊາດຄືກັບ​ໝູ​ເບ​ຄອນ​ແຕ່​ກັບ​ມີ​ຄຸນຄ່າ​ທາງ​ໂພດຊະ​ນາ​ການ​ເຊັ່ນ​ດຽວ​ກັບ​ຜັກ

ສາ​ຫລ່າຍ​ສີ​ແດງ Dulse ມີ​ລັກສະນະ​ຄ້າຍຄືກັບ​ຜັກ​ກາດ​ຫອມ​ສີ​ແດງ​ໂປ່ງ​ແສງ ແລະ​ເຕັມ​ໄປ​ດ້ວຍ​ແຮ່ທາດ ວິ​ຕາ​ມິນ ແລະ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ເຊັ່ນ​ດຽວ​ກັບ​ຜັກ​ຄະ​ນ້າ ຄຸນສົມບັດ​ອີກ​ຂໍ້​ໜຶ່ງ​ຄື​ຈະເລີນ​ເຕີບໂຕ​ໄດ້​ໄວ ອິນ​ດິ​ເພນ​ເດນລາຍ​ງານ​ເທິງ​ເວັບ​ໄຊເມື່ອວັນທີ່ 16 ທີ່ຜ່ານມານີ້

ກ່ອນ​ໜ້າ​ນີ້​ຜູ້​ຜະລິດ​ອາຫານ​ມັກ​ນຳ​ສາ​ຫລ່າຍ​ທະ​ເລ​ສີ​ແດງ​ມາ​ບົດ​ເປັນ​ຜົງ​ສຳລັບ​ປະ​ກອບອາ​ຫານ ແຕ່​ຄິດ ແລງ​ດອນ ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ແຫ່ງ​ລັດ​ໂອ​ເລ​ກອນ​ໄດ້​ພັດທະນາ​ສາ​ຫລ່າຍ​ສາຍ​ພັນ​ນີ້​ໃຫ້​ເໝົາະ ກັບ​ການ​ຮັບປະທານ​ເປັນ​ຊິ້ນ

ຄິດ​ບອກ​ວ່າ ຜູ້​ບໍ​ລິ​ໂພກ​ໃນ​ຍຸ​ໂລບ​ມັກ​ໂຮຍ​ໜ້າ​ອາຫານ​ດ້ວຍ​ຊິ້ນ​ເບ​ຄອນ​ທອດ​ກອບ​ຂະໜາດ​ນ້ອຍ​ເພື່ອ​ເພີ່ມ​ລົດຊາດ ແຕ່​ຄົງ​ດີກວ່າ​ຫາກ​ນຳ​ສາ​ຫລ່າຍ​ທະ​ເສ​ສີ​ແດງ​ລົດຊາດ​ເບ​ຄອນ​ມາ​ປຸງ​ແທນ​ເພື່ອ​ໂພຊະນາ​ການ​ທີ່​ດີ​ຂຶ້ນ ຢ່າງໃດ​ກໍດີ ສາ​ຫລ່າຍ​ສີ​ແດງ Dulse ຈະໃຫ້​ລົດ​ຊາດ​ເບ​ຄອນ​ຫອມແຊບ​ເມື່ອ​ຜ່ານ​ການ​ທົດລອງ

ດ້ວຍ​ລົດ​ຊາດ​ທີ່​ແປກ​ກວ່າ​ສາ​ຫລ່າຍ​ທົ່ວ​ໄປ​ແລະ​ການ​ເຕີບໂຕ​ທີ່​ແພ່​ຂະຫຍາຍ​ໄດ້​ຢ່າງວ່ອງໄວ ຄື​ໃຊ້​ເວລາ​ພຽງແຕ່ 1 ອາທິດສາ​ຫລ່າຍ​ສີ​ແດງ Dulse ທີ່​ປູກ​ໃນ​ລະບົບ​ໝຸນ​ວຽນ​ນ້ຳ​ຈະໃຫ້​ນ້ຳ​ຫນັກ 20-30 ໂລ ອາດ​ເຮັດໃຫ້​ສາ​ຫລ່າຍ Dulse ກາຍ​ເປັນ​ວັດ​ຖຸ​ດິບ​ຫລັກ​ໃນ​ຮ້ານ​ອາ​ຫານ

“ໃນ​ທາ​ງທິດສະດີ ມີ​ຄວາມ​ເປັນ​ໄປ​ໄດ້​​ທີ່​ຈະ​ສ້າງ​ອຸດສາຫະກຳ​ເພື່ອ​ຜະລິດ​ສາ​ຫລ່າຍ​ລົດ​ຊາດເບ​ຄອນ​ຕາມ​ແນວຊາຍ​ຝັ່ງ​ໃນ​ພາກ​ຕະເວັນ​ອອກ​ຂອງ​ລັດ​ໂອ​ເລກ​ອນ ເພາະ​ການ​ເຕີບໂຕ​ຂອງ​ສາ​ຫລ່າຍ​ອາໄສ​ພຽງແຕ່​ນ້ຳ​ທະ​ເລ​ແລະ​ແສງ​ແດດ” ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ແຫ່ງ​ລັດ​ໂອ​ເລກ​ອນ ກ່າວ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...