spot_img
Homeລົດຍົນ-ຍານພາຫະນະຫຼາຍທາງເລືອກຕົວຊ່ວຍ...ເມື່ອລົດຂອງເຈົ້າຢາງຮົ່ວ

ຫຼາຍທາງເລືອກຕົວຊ່ວຍ…ເມື່ອລົດຂອງເຈົ້າຢາງຮົ່ວ

Published on

ຢາງ​ລົດ​ນັບ​ວ່າ​ເປັນ​ຊິ້ນ​ສ່ວນ​ສຳຄັນ​ຢ່າງ​ໜຶ່ງ​ໃນ​ລົດ​ ໂດຍ​ສະເພາະ​ຢ່າງ​ຍິ່ງ ເມື່ອ​ຢາງ​ເຮັດ​ຫນ້າທີ່​ຮອງ​ຮັບ​ນ້ຳ​ໜັກ​ແລະ​ສຳ​ຜັດ​ພື້ນ​ຖະໜົນ​ທີ່​ຊ່ວຍ​ໃຫ້​ການ​ຂັບ​ຂີ່​ອ່ອນ​ສະບາຍ​ແລະ​ປອດ​ໄພ​ໃນຍາມເດີນ​ທາງ.. ປັນ​ຫາ ໜຶ່ງ​ຂອງ​ຢາງ​ໃນ​ປະຈຸບັນ​ທີ່​ເປັນ​ຢາງ​ແບບ​ໃຊ້​ແຮງ​ດັນ​ລົມ​ນັ້ນ ຄື​ມັນ​ມີ​ຄວາມ​ເປາະ​ບາງ​ຕໍ່​ວັດ​ຖຸ​ທີ່​ແຫລມ​ຄົມ​ຕັ້ງ​ແຕ່​ຫິນ​ໄປ​ຈົນ​ເຖິງ​ເສດ​ຕະປູ ທີ່​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຢາງ​ຈົນ​ອາດຈະ​ເຮັດໃຫ້​ເຈົ້າ​ບໍ່​ສາມາດ​ເດິນທາງ​ຕໍ່ໄປ​ໄດ້

ບັນຫາ​ຢາງ​ແຕກ​ນັ້ນ ນັບ​ເປັນ​ບັນຫາ​ສຳຄັນ​ຫລາຍ​ໃນ​ຂັ້ນ​ຕົ້ນໆ ​ທີ່​ບໍ່​ມີ​ໃຜ​ຢາກ​ເກີດຂື້ນ ໂດຍ​ສະເພາະ​ເມື່ອ​ທາງ​ອອກ​ດຽວ​ອາດ​ຄື​ການ​ປ່ຽນ​ຢາງ​ໄປ​ໃຊ້​ຢາງ​ອະ​ໄຫລ່​ສຳຮອງ ແຕ່​ດ້ວຍ​ເທກ​ໂນ​ໂລ​ຍີ​ທີ່​ກ້າວ​ລ້ຳ​ຂອງ​ໂລກ​ມື້​ນີ້ ບາງ​ທີ​ຢາງ​ແຕກ​ອາດ​ກາຍ​ເປັນ​ເລື່ອງ​ຈິ໊​ບໆ ທີ່​ບໍ່​ຕ້ອງ​ກັງ​ວົນ​ໃຈ ແລະ​ຍັງ​ເຮັດໃຫ້​ເຈົ້າ​ແລະ​ລົດ​ປອດ​ໄພ​ຈາກ​ກຸ່ມ​ຄົນ​ບໍ່​ຫວັງດີ

1.Mini Air compressor.. ສູບ​ລົມ​ຕໍ່​ຊີວິດ ໄປ​ໄດ້​ອີກ​

ຢ່າງ​ທີ່​ເຮົາ​ກ່າວ​ໄປ​ວ່າ​ຢາງ​ລົດ​ປະຈຸບັນ​ນັ້ນ​ເປັນ​ຢາງ​ອັດ​ລົມ ດັ່ງ​ນັ້ນ​ຂໍ້​ສຳຄັນ​ຂອງ​ການ​ຂັບ​ຂີ່​ນັ້ນ​ຢູ່​ທີ່​ລົມ​ໃນ​ຢາງ ຫາກ​ເມື່ອໃດ​ກໍ​ຕາມ​ທີ່​ລົມ​ຫົ່ວ​ຢາງ​ຂອງ​ເຈົ້າ​ຈະ​ແບນ​​ທັນທີ ເຊີ່ງ​ຂໍ້​ສຳຄັນ​ໃນ​ການ​ຕໍ່​ເວລາ​ຄື​ເຮັດໃຫ້​ຢາງ​ມີ​ລົມ​ແລະ​ແຂງ​ຕົວ​ພໍ​ທີ່​ຈະ​ເດິນທາງ​ຕໍ່ໄປ​ໄດ້

ຕາມ​ປົກກະຕິ​ແລ້ວ​ເຮົາ​ສູບ​ລົມ​ບາງ​ໂດຍ​ອາໄສ​ເຄື່ອງ​ປ້ຳ​ລົມ​ເປັນ​ຫລັກ ແຕ່​ປະຈຸບັນ​ມີ​ການ​ພັດທະນາ​ປ້ຳ​ລົມ​ໃຫ້​ມີ​ຂະໜາດ​ນ້ອຍ​ຈົນ​ພໍ​ທີ່​ຈະ​ພົກ​ພາ​ໄດ້​ແຖມ​ລາ​ຄາ​ກໍ​ບໍ່​ສູງຫລາຍ​ສາມາດ​ຫາ​ຊື້​ໄດ້​ໃນ​ລາ​ຄາ 250.000ກີບ ແລ້ວ​ແຕ່​ຍີ່​ຫໍ້ ເຊີ່ງ​ໃນ​ກໍລະນີ​ທີ່​ເຈົ້າ​ເກີດ​ຢາງ​ແຕກ​ກາງ​ທາງ​ກໍ​ສູບ​ລົມ​ຊົ່ວ​ຄາວ​ແລ້ວ​ໄປ​ຕໍ່ເຊຶ່ງ​ຫາກ​ອາການ​ບໍ່​ໜັກ​ຫລາຍ ເຈົ້າ​ຈະ​ສາມາດ​ຂັບ​ໄດ້​ໄກ​ເຖິງ 20 ກິ​ໂລ​ເມດ ທີ່​ໜ້າ​ພຽງ​ພໍ​ຈະ​ພົບກັບຊ່າງ​ຜູ້​ຊຳ​ນານ​ການ​ເລື່ອງ​ຢາງ ແຕ່​ກໍ​ຄວນ​ຂັບ​ຊ້າ​ໆ ໄປ​ເລື່ອຍໆ ແລະ​ຢ່າ​ລືມ​ເປີດ​ໄຟ​ສຸກ​ເສີນແດ່

 

  1. Tire Puncture Sealant ສະ​ເປມະຫັດສະຈັນ​ຊ່ວຍ​ເຈົ້າ​ໄດ້

ທຸກ​ມື້​ນີ້​ບັນຫາ​ເລື່ອງ​ຢາງ​ຮົ່ວ​ເບິ່ງ​ຈະ​ງ່າຍ​ກວ່າ​ທີ່​ຄິດ ແລະ​ຖ້າ​ເຈົ້າ​ຍ່າງ​ຕາມ​ພະແນກ​ປະ​ດັບ​ເລື້ອຍໆ​ຄົງ​ຈະ​ເຄີຍ​ພົບກັບ​ເປ​ຊີນ​ຢາງ ຫລື Tyre Weld ທີ່​ອາດຈະ​ເບິ່ງ​ໄຮ້​ຄ່າ​ລາ​ຄາ​ແພງ ແຕ່​ເມື່ອ​ຢາງ​ແຕກ ເຈົ້າ​ອາດຈະ​ຄິດ​ຢາກ​ໄດ້​ມັນ​ມາ​ໃຊ້​ກໍ​ເປັນໄດ້

ເພາະ​ຂໍ​ພຽງ​ແຄ່​ມີສະ​ເປໂຕນີ້ ເຈົ້າ​ກໍ​ສາມາດ​ຈະ​ໄປ​ຕໍ່​ໄດ້​ໂດຍ​ນ້ຳ​ຢາ​ມະຫັດສະຈັນ​ທີ່​ວ່າ​ນີ້​​ມັນ​ຄື​ໂຟມ​ປະ​ຢາງ​ຊະນິດ​ພິ​ເສດ ທີ່​ພຽງ​ສຽບ​ແລະປ່ອຍລົມ​ເຂົ້າໄປ​ໃນ​ຢາງ ແລະ​ມັນ​ກໍ​ຈະ​ໄປ​ຈັບ​ຕົວ​ອຸດ​ຮອຍ​ລົ່ວ​ທີ່ເກິດຂື້ນ​ທີ່​ໜ້າ​ຢາງ ເຮັດໃຫ້​ແຮງ​ດັນ​ລົມ​ໃນ​ຢາງ​ຄົງ​ທີ່ ແຕ່​ເຈົ້າ​ກໍ​ຍັງ​ຈຳ​ເປັນ​ຕ້ອງ​ຫາ​ປ້ຳ​ເພື່ອ​ເຕີມ​ລົມ​ຢາງ ຊຶ່ງ​ວິທີ​ນີ້​ຄ່ອນ​ຂ້າງ​ສະ​ດວກ​ມາກ ແຕ່​ເພື່ອ​ການ​ຕາບ​ຢາງ​ທີ່​ຖືກ​ຕ້ອງ​ກໍ​ຍັງ​ຕ້ອງ​ໄປ​ຮ້ານ​ຢາງ​ຢູ່ດີ

 

3.Run Flat Tire ... ອອບ​ຊັ່ນ​ນີ້​ແພງ ແຕ່​ໝັ່ນໃຈ​ໄດ້​ແນ່ນ​ອນ

ເທກ​ໂນ​ໂລ​ຍີ​ຂອງ​ຢາງ Run-flat tire ນັ້ນ​ມີ​ການ​ແນະ​ນຳ​ຫລາຍ​​ແລ້ວ ແລະ​​ຖືກ​ຕິດ​ຕັ້ງ​ໃນ​ກຸ່ມ​ລົດ​ສຸດຫລູ​ ແຕ່​ກັບ​ບໍ່​ໄດ້ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ໃຊ້​ທົ່ວ​ໄປ​ ດ້ວຍ​ລາ​ຄາ​ທີ່​ແພງ ແຕ່​ເທກ​ໂນ​ໂລ​ຍີ​ຊັ້ນ​ສູງ​ນີ້ ກໍ​ຊ່ວຍ​ໃຫ້​ໄປ​ໄດ້​ໄກ​ເຖິງ 90 ກິ​ໂລ​ແມັດເປັນ​ຢ່າງ​ນ້ອຍ​ທັງ​ທີ່​ມີ​ປັນ​ຫາ ແລະ​ມີ​ການ​ທົດສອບ​ໃນ​ຕ່າງ​ປະເທດ​ວ່າ​ສາມາດ​ໄປ​ໄດ້​ໄກ​ເຖິງ 320 ກິ​ໂລ​ເມດລ ແຕ່​ໂດຍ​ສ່ວນຫລາຍ​ຈະ​ແນະ​ນຳ​ບໍ່​ໃຫ້​ຂັບ​ໄກ​ເກີນ 160 ກິ​ໂລ​ແມັດ

 

ຢ່າງໃດ​ກໍ​ດີທັງ 3 ທາງ ເລືອກ​ສຳລັບ​ນັກ​ຂັບ​ຍຸກ​ໃໝ່​ນັ້ນ ບໍ່​ສາມາດ​ຊ່ວຍ​ເຈົ້າ​ໄດ້​ຫາກ​ພົບ​ວ່າ​ອາການ​ຢາງ​ຮົ່ວ​ຂອງ​ເຈົ້າ​ເກີດ​ຈາກ​ຄວາມ​ເສຍ​ຫາຍ​ທີ່​ແກ້ມ​ຢາງ ເຊີ່ງ​ຕາມ​ປົກກະຕິ​ມີ​ໂອ​ກາດ​ນ້ອຍ​ຫລາຍ​ທີ່​ຈະ​ພົບ​ບັນຫາ​ດັ່ງ​ກ່າວ ແຕ່​ເອົາ​ເປັນ​ວ່າ​ຖ້າ​ເຈົ້າ​ບໍ່​ໄດ້​ບຸກ​ປ່າ​ຕະ​ລຸຍ​ທົ່ງ​ຫຍັງ​ຫລາຍ ທາງ​ເລືອກ​ທີ່​ວ່າ​ນີ້​ກໍ​ໜ້າ​ຈະພໍ​ຊ່ວຍ​ເຈົ້າ​ບໍ່​ຕ້ອງ​ເໜື່ອຍ​ໄດ້

 

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...