spot_img
Homeຂ່າວພາຍ​ໃນບໍ່ຄຳ-ທອງເຊໂປນ ຊ່ວຍຟື້ນຟູເທດສະບານ ແຂວງສະຫວັນນະເຂດ ຫຼັງພາຍຸພັດເສຍຫາຍ

ບໍ່ຄຳ-ທອງເຊໂປນ ຊ່ວຍຟື້ນຟູເທດສະບານ ແຂວງສະຫວັນນະເຂດ ຫຼັງພາຍຸພັດເສຍຫາຍ

Published on

ບໍ່ຄຳ-ທອງເຊໂປນ ຊ່ວຍຟື້ນຟູເທດສະບານ ແຂວງສະຫວັນນະເຂດ ຫຼັງພາຍຸພັດເສຍຫາຍ

 

MMG LXML ເຊ​ໂປນ ແມ່ນ​ບໍລິສັດ​ຂຸດ​ຄົ້ນ ແລະ ຜະລິດ​ແຮ່​ຄຳ-ທອງ ຢູ່​ແຂວງ​ສະຫວັນ​ນະ​ເຂດ ໄດ້​ມອບ​ເງິນ​ຈຳນວນ 80ລ້ານ​ກີບ (ປະມານ 10.000ໂດ​ລາ​ສະຫະລັດ) ເພື່ອ​ຊ່ວຍ​ໃນ​ການ​ສ້ອມແປງ ຟື້ນ​ຟູ​ຄວາມ​ເສຍ​ຫາຍ ໃນ​ເຂດ​ເທດສະບານ​ແຂວງ​ສະຫວັນ​ນະ​ເຂດ ຍ້ອນ​ຖືກ​ພາຍຸ​ລະດູ​ຮ້ອນ​ພັດ​ຢ່າງ​ຮຸນ​ແຮງ ໃນ​ວັນ​ທີ 22ມີນາ​ທີ່​ຜ່ານ​ມາ.

ເຖິງ​ແມ່ນ​ວ່າ​ບໍ່​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ບາດເຈັບ ຫຼື ເສຍ​ຊີວິດ​ໃດໆ​ກໍ​ຕາມ ແຕ່​ພາຍຸ​ກໍ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເຮືອນ​ຊານ ແລະ ຕຶກ​ອາຄານ​ສະຖານທີ່​ຕ່າງໆ​ຈຳນວນ​ຫຼາຍ​ກວ່າ​ຮ້ອຍ​ຫຼັງຄາ ແລະ ລວມ​ທັງ​ສະໜາມ​ບິນ​ອີກ​ດ້ວຍ.

ບັນດາ​ອຳນາດ​ການ​ປົກຄອງ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ສ້ອມແປງ​ບັນດາ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳເປັນ​ທາງ​ດ້ານ​ການ​ສື່ສານ ແລະ ພະລັງງານ​ໄຟຟ້າ ເພື່ອ​ຮັບປະກັນ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ ສາມາດ​ນຳ​ໃຊ້​ໄດ້​ເປັນ​ປົກກະຕິ.

“ບໍລິສັດ MMG ມີ​ຄວາມ​ມຸ້ງ​ໝັ້ນ​ໃນ​ການ​ແບ່ງປັນ​ຜົນ​ປະໂຫຍດ​ຈາກ​ການ​ດຳເນີນ​ໂຄງການ​ບໍ່​ຄຳ-ທອງ​ເຊ​ໂປນ​ຂອງ​ພວກ​ເຮົາ ເຊິ່ງ​ລວມ​ເຖິງ​ການ​ຊ່ວຍເຫຼືອ​ບັນດາ​ຊຸມ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ ຫຼື ໄພ​ນ້ຳ​ຖ້ວມ” ກ່າວ​ໂດຍ​ທ່ານ ສະໝານ ອະ​ເນ​ກາ ຜູ້​ບໍລິຫານ MMG LXML ເຊ​ໂປນ

ນອກ​ນັ້ນ ທາງ​ບໍລິສັດ​ຍັງ​ໄດ້​ໃຫ້ການ​ຊ່ວຍເຫຼືອ​ທາງ​ກົງ​ໃຫ້​ແກ່​ບັນດາ​ຊຸມ​ຊົນ​ທ້ອງຖິ່ນ ໂດຍ​ຜ່ານ​ບັນດາ​ກິດຈະກຳ​ການ​ພັດທະນາ​ຕ່າງໆ​ຂອງ​ກອງ​ທຶນ​ພັດທະນາ​ຊຸມ​ຊົນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...