spot_img
Homeຂ່າວການສຶກສາສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງໃໝ່

ສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງໃໝ່

Published on

education+law

ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ (ສະບັບ​ປັບປຸງ), ​ໄດ້​ຖືກ​ນໍາ​ເຂົ້າ​ພິຈາລະນາ ​ແລະ ຮັບຮອງ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໃນ​ຕອນເຊົ້າມື້ວັນ​ທີ 16 ກໍລະກົດນີ້, ເຊິ່ງກົດໝາຍດັ່ງກ່າວປະກອບມີ 15 ພາກ, 10 ໝວດ ແລະ 97 ມາດຕາ, ໃນນັ້ນ ມາດຕາປັບປຸງໃໝ່ມີ 56 ມາດຕາ, ເພີ່ມເຂົ້າໃໝ່ 37 ມາດຕາ, 2 ພາກ ແລະ ຮັກສາໄວ້ຄືເກົ່າ 4 ມາດຕາ ແລະ ໃນບ່າຍຂອງມື້ດຽວກັນ ກໍໄດ້ມີການນຳສະເໜີທາບທາມຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດສະບັບປັບປຸງນຳ​ອີກ.

ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ດຣ. ພັນ​ຄໍາ ວິພາ​ວັນ ໄດ້​ຂຶ້ນ​ສະ​ເໜີ​ຕໍ່​ທີ່​ປະຊຸມວ່າ: ກົດໝາຍວ່າດ້ວຍການສຶກສາສະບັບປັດຈຸບັນນີ້ ໄດ້ຖືກຮັບຮອງ ແລະ ປະກາດນຳໃຊ້ແຕ່ປີ 2007 ເພື່ອເປັນ ບ່ອນອ້າງອີງເຂົ້າໃນການເຄື່ອນໄຫວວຽກງານການສຶກສາຕ່າງໆ, ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງ ກ່າວ ເຫັນວ່າ ການສຶກສາຢູ່ລາວເຮົາມີການພັດທະນາຫັນປ່ຽນຢ່າງເປັນຮູບປະທຳຫລາຍຂຶ້ນ ເປັນຕົ້ນລະບົບການສຶກ ສາສາຍມັນໄດ້ ເພີ່ມຈາກ 11 ປີຄື: ລະບົບ 5+3+3 ມາເປັນ 12 ປີຄື: ລະບົບ 5+4+3 ແລະ ອື່ນໆ, ການດຳເນີນເປົ້າ ໝາຍວຽກງານ ການສຶກສາແຫ່ງຊາດ ກໍຄືເປົ້າໝາຍສະຫັດສະວັດດ້ານການພັດທະນາປີ 2015, ເຊິ່ງເປົ້າໝາຍດັ່ງກ່າວ ໄດ້ຊີ້ບອກໃຫ້ເຫັນຕົວເລກທີ່ບັນລຸຄາດໝາຍ ແລະ ລື່ນຄາດໝາຍ.

ປັດຈຸບັນທຸກບາງແຂວງໃນທົ່ວປະເທດສາມາດປະກາດຈົບຊັ້ນປະຖົມສຶກສາແລ້ວ ແລະກຽມຈັດພິທີປະກາດ ຈົບຊັ້ນປະຖົມບຳລຸງພ້ອມກັນທົ່ວປະເທດໃນວັນທີ 28 ສິງຫາ 2015 ນີ້. ພ້ອມກັນນີ້ ຍັງມີບາງແຂວງສາ ມາດປະກາດ ຈົບຊັ້ນມັດທະຍົມຕອນຕົ້ນໄດ້ແລ້ວ ເປັນຕົ້ນແຂວງໄຊຍະບູລີ, ຊຽງຂວາງ ແລະ ແຂວງອື່ນໆກໍກຽມປະກາດເຊັ່ນດຽວ ກັນ.

ເຖິງຢ່າງໃດກໍຕາມ, ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດສັງຄົມຂອງປະເທດ ເຮົາ ກໍຍັງມີອີກຫລາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂຢ່າງຈິງຈັງ. ດັ່ງນັ້ນ ຈຶ່ງມີຄວາມຈຳເປັນໃນການຮັບຮອງ ແລະ ປະກາດໃຊ້ກົດໝາຍສະບັບປັບປຸງໃໝ່ນີ້ ເພື່ອເຮັດໃຫ້ການສຶກສາລາວເຮົາສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່, ສາມາດເຊື່ອມໂຍງເຂົ້າເປັນເສດຖະກິດອາຊຽນ ແລະ ສາກົນຕາມທິດພັດທະນາແບບຍືນຍົງ ເພື່ອສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນດ້ານການ ສຶກສາໃນການຜັນຂະຫຍາຍນະໂຍບາຍພັດທະນາວຽກງານດັ່ງກ່າວໃຫ້ໄດ້ມາດຕະຖານມີຄຸນນະພາບດີ, ມີຄວາມຍືນຍົງແນໃສ່ການພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດ, ມີຄວາມຮູ້ຄວາມສາມາດ, ມີວິຊາຊີບ, ມີຄວາມຊໍານານງານ, ມີສຸຂະພາບພະລານາໄມ, ຮູ້ຮັກສາ ແລະ ສົ່ງເສີມສິລະປະວັນທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດໄວ້, ພ້ອມທັງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລເທື່ອລະກ້າວ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...