Homeວິທະຍາສາດ-ວິທະຍາການຍີ່ປຸ່ນເປີດໂຕໂຮງແຮມທີ່ມີຫຸ່ນຍົນຖ້າບໍລິການ ແຫ່ງທຳອິດຂອງໂລກ

ຍີ່ປຸ່ນເປີດໂຕໂຮງແຮມທີ່ມີຫຸ່ນຍົນຖ້າບໍລິການ ແຫ່ງທຳອິດຂອງໂລກ

Published on

ໂຮງ​ແຮມ​ແຫ່ງ​ໜື່ງຢູ່​ຍີ່​ປຸ່ນ​ກຽມ​ເປີດ​ໂຕວ​ຫຸ່ນ​ຍົນພະ​ນັກ​ງານ​ຕ້ອນ​ຮັບ ເຊີ່ງ​ມີ​ທັງ​ຫຸ່ນ​ຍົນພະ​ນັກ​ງານ​ສາວ​ງາມ ຫຸ່ນ​ຍົນໄດ​ໂນ​ເສົາ ຫຸ່ນ​ຍົນຕ໌​ຂົນ​ກະ​ເປ໋າ ແລະ​ ຫຸ່ນ​ຍົນຂະໜາດນ້ອຍ​ຖ້າ​ໃຫ້​ບໍລິການ​ໃນ​ຫ້ອງ​ພັກ

ຄລິບຈາກ Thai PBS

ໂຮງ​ແຮມ​ເຮນ​ນະ​ ຫຼື “ໂຮງ​ແຮມ​ປະ​ຫຼາດ” ມີ​ຈຸດ​ຂາຍ​ຢູ່​ທີ່​ການ​ໃຊ້​ພະ​ນັກ​ງານ​ຫຸ່ນ​ຍົນເບິ່ງແຍງ​ຜູ້​ເຂົ້າ​ພັກ ນອກ​ຈາກ​ຫຸ່ນ​ຍົນ​ພະ​ນັກ​ງານ​ສາວ​ງາມ​ແລ້ວ ຍັງມີ​ຫຸ່ນ​ຍົນໄດ​ໂນ​ເສົາ ເຮັດ​ຫນ້າທີ່​ຕ້ອນ​ຮັບ ໂດຍ​ຫຸ່ນ​ຍົນສາມາດ​ເວົ້າ​ໄດ້​ເຖິງ 4 ພາສາ ຍີ່​ປຸ່ນ ອັງ​ກິດ ຈີນ​ແລະ ​ເກົາ​ຫຼີ  ຫຸ່ນ​ຍົນ​ພະ​ນັກ​ງານ​ຕ້ອນ​ຮັບ​ສາວ​ງາມ​ທັກ​ທາຍ​ແຂກ​ທີ່​ເຂົ້າ​ພັກ​ໃນ​ໂຮງ​ແຮມ​ເຮນ​ນະ​ດ້ວຍ​ສຽງທີ່ອ່ອນ​ຫວານ​ພ້ອມ​ກັບ​ຮອຍ​ຍິ້ມ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ​ຜູ້​ທີ່​ມາ​ເຂົ້າ​ພັກ

ເມື່ອ​ລົງ​ຊື່​ເຂົ້າ​ພັກ​ທີ່​ໂຮງ​ແຮມ​ແລ້ວ ກໍ​ຈະ​ມີ​ຫຸ່ນ​ຍົນນຳ​ກະ​ເປົ໋າ​ໄປ​ສົ່ງ​ໃຫ້​ເຖິງ​ຫ້ອງ​ພັກໂດຍ​ຜູ້​ເຂົ້າ​ພັກ​ບໍ່​ຕ້ອງ​ຖື​ຄີກາດຈ໌ ​ຫຼື ກະ​ແຈ​ຫ້ອງ ເພາະ​ບ່ອນນີ້​ຈະ​ໃຊ້​ລະບົບ​ສະ​ແກນ​ໃບ​ໜ້າ​ເພື່ອ​ເປີດ​ປະຕູ

ນອກ​ຈາກນີ້ ພາຍ​ໃນ​ຫ້ອງ​ພັກ​ຍັງມີ​ຫຸ່ນ​ຍົນ​ໂຕນ້ອຍ​ຮູບ​ຮ່າງຄ້າຍ​ດອກ​ທິວ​ລິບ ເຮັດ​ຫນ້າທີ່​ຮັບ​ຄຳ​ສັ່ງ​ຂອງ​ຜູ້​ເຂົ້າ​ພັກ​ແລະ​ປັບ​ແສ​ງສະ​ວ່າງ ສ່ວນ​ອຸນຫະພູມ​ໃນ​ຫ້ອງ​ກໍ​ແສ​ນສະ​ບາຍ ເພາະ​ມີ​ລະບົບ​ກວດ​ຈັບ​ອຸນຫະພູມ​ຮ່າງກາຍ​ແລະ​ປັບ​ອຸນຫະພູມ​ໃຫ້​ເໝາະ​ສົມ ເພື່ອ​ໃຫ້​ຜູ້​ເຂົ້າ​ພັກ​ຮູ້ສຶກ​ຜ່ອນ​ຄາຍ​ຫຼາຍ​ທີ່​ສຸດ

ທ່ານຮິ​ເດ​ໂອະ ຊາ​ວາດະ ຜູ້​ບໍລິຫານ​ບໍລິສັດ​ນຳ​ທ່ຽວ​ລາ​ຄາ​ຍ່ອມ​ເຍົາ “ເອດ​ໄອ​ເອສ” ບອກ​ວ່າ ເຖິງວ່າ​ຫຸ່ນ​ຍົນ​ບໍ່​ສາມາດ​ແທນ​ທີ່​ຄົນ​ໄດ້ ແຕ່​ກໍ​ມີ​ຄວາມ​ສຸ​ພາບ​ແລະ​ເປັນ​ມິດ​ບໍ່​ຕ່າງ​ກັນ ໂດຍ​ລາ​ຄາ​ທີ່​ພັກ​ຢູ່ໃນ​ລາ​ຄາ​ທີ່​ສະບາຍ​ກະ​ເປົ໋າ​ພຽງແຕ່​ຄືນ​ລະ 450.000 ກີບເທົ່າ​ນັ້ນ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...