ສິດທິເດດ ຂັນທະວົງ ເກີດເມື່ອວັນທີ 2 ກັນຍາ 1994, ສູງ 170 ຊັງຕີແມັດ ແລະ ໜັກ 70 ກິໂລກຣາມ ເກີດທີ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນລູກຂອງ ທ້າວ ສີເພັດ ແລະ ນາງ ຄໍາ ມີອ້າຍ 2 ຄົນ ແລະ ລາວເປັນລູກຫຼ້າ, ປັດຈຸບັນຫຼິ້ນໃຫ້ກັບທີມຊາດລາວ ລຸ້ນອາຍຸບໍ່ເກີນ 23 ປີ ເຊິ່ງກ່ອນໜ້ານັ້ນທີ່ເລີ່ມຕົ້ນເສັ້ນທາງນັກເຕະອາຊີບຈາກນັກເຕະເຍົາວະຊົນຂອງທີມຊາດລາວ ແລະ ຄົມມະນາຄົມຂົ່ນສົ່ງໄປສະນີ ແລະ ກໍ່ສ້າງ (ຄຂປກ) ຫຼື ສະໂມສອນ ໂຍທາທິການ (ຊື່ທີມໃນປັດຈຸບັນ) ຈົນກ້າວມາສູ່ນັກເຕະອາຊີບຂອງສະໂມສອນຊັ້ນນໍາຂອງ ລາວພຣີເມຍລີກ ຢ່າງ ລາວໂຕໂຢຕາ ເອຟຊີ.
ໂດຍ ສິດທິເດດ ໃຫ້ສໍາພາດວ່າ: ກ່ອນທີ່ຈະມາຫຼິ້ນບານເຕະນີ້ ແມ່ນຕົນເອງມີຄວາມຮັກໝັກໃນການຫຼິ້ນກີລາເປັນທີ່ສຸດ ໂດຍສະເພາະແມ່ນກີລາບານເຕະ, ຫຼິ້ນຢູ່ຕາມແຖວບ້ານຂອງຕົນເອງ ຕັ້ງແຕ່ຍັງເປັນເດັກນ້ອຍສະໄໝຮຽນປະຖົມ ພາຍໃຕ້ການຊັກຊວນຂອງອ້າຍທີ່ພາໄປເຕະນໍາກັນຕະຫຼອດ ແລະ ໝູ່ເພື່ອນ ຈົນຮອດສະໄໝຮຽນຢູ່ຊັ້ນປະຖົມປີທີ 5 ກໍ່ໄດ້ຫຼິ້ນບານເຕະຢ່າງເອົາຈິງເອົາຈັງ ເຊິ່ງເຄີຍໄດ້ໄປຝຶກຊ້ອມກັບທີມ ລາວມີວຊິກ ເມື່ອປີ 2003 ນໍາອາຈານ ພອນໄຊ ທີ່ປັດຈຸບັນເປັນຜູ້ຊ່ວຍຂອງທີມໄຟຟ້າລາວ ນອກນັ້ນລາວຍັງເກັ່ງໃນກີລາແລ່ນ-ລານ ໃນສະໄໝຮຽນຢູ່ມັດທະຍົມ ສາມາດຍາດໄດ້ຫຼຽນຄໍາຫຼາຍຫຼຽນ ໃນການແຂ່ງຂັນກິລານະຄອນຫຼວງວຽງຈັນ.
ສ່ວນເສັ້ນທາງຂອງໃນລະດັບທີມຊາດຂອງນັກເຕະຄົນດັ່ງກ່າວ ກ້າວຂຶ້ນມາຫຼິ້ນໃນລະດັບທີມຊາດຄັ້ງທໍາອິດໃນລຸ້ນບໍ່ເກີນອາຍຸ 13 ປີ ແລະ ກໍ່ສ້າງຜົນງານໄດ້ດີພໍສົມຄວນຈົນສາມາດຕິດທີມຊາດມາໂດຍຕະຫຼອດລຸ້ນອາຍຸບໍ່ເກີນ 14 ແລະ 16 ເຊິ່ງເຄີຍໄປຮ່ວມການແຂ່ງຂັນບານເຕະເຍົາວະຊົນລະດັບອາຊີທີ່ປະເທດຍີ່ປຸ່ນ ໃນຕອນນັ້ນ. ຕໍ່ຈາກນັ້ນລາວຍັງໄດ້ຕິດທີມຊາດຢູ 19, 22 ແລະ 23 ປີ (ທີມຊາດຊຸດປັດຈຸບັນ) ອີກດ້ວຍ ຂະນະທີ່ເສັ້ນທາງໃນເລີ່ມຕົ້ນໃນລາວລີກ ລາວໄດ້ຫຼິ້ນໃຫ້ກບສະໂມສອນ ຄົມມະນາຄົມຂົ່ນສົ່ງໄປສະນີ ແລະ ກໍ່ສ້າງ (ຄຂປກ) ເມື່ອປີ 2012 ເຊິ່ງປີດັ່ງກ່າວລາວຈະບໍ່ຄ່ອຍມີໂອກາດລົງສະໜາມ ແຕ່ກໍ່ເປັນສ່ວນໜຶ່ງທີ່ເຮັດໃຫ້ຕົ້ນສັງກັດຍາດໄດ້ແຊັມລີກສໍາເລັດ.
ຈົນມາເຖິງປີ 2013 ສິດທິເດດ ໄດ້ໂອກາດລົງສະໜາມໃຫ້ກັບ ໂຍທາທິການ ທີ່ປ່ຽນຈາກ ຄຂປກ ຢ່າງຕໍ່ເນື່ອງ ແລະ ກໍ່ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍິງໄປທັງໝົດ 31 ປະຕູຈາກການລົງສະໜາມພຽງ 14 ນັດເທົ່ານັ້ນ ຄອງດາວຍິງສູງສຸດ ແລະ ເປັນສະຖິຕິທີ່ດີທີ່ສຸດຂອງລາວພຣີເມຍລີກ ໃນປັດຈຸບັນອີກດ້ວຍ. ຕໍ່ຈາກນັ້ນເມື່ອປີ 2014 ລາວໂຕໂຢຕາ ເອຟຊີ ໄດ້ຄວ້າຕົວນັກເຕະຄົນດັ່ງກ່າວໄປຮ່ວມທີມ ແລະ ລາວກໍ່ສາມາດຍິງປະຕູໃຫ້ກັບຕົ້ນສັງກັດເຖິງ 10 ປະຕູເມື່ອລະດູການ 2014 ພ້ອມທັງຍັງເປັນສ່ວນໜຶ່ງທີ່ພາ ລາວໂຕໂຢຕາ ຍາດໄດ້ຮອງແຊັມຂອງລາວພຣີເມຍລີກ 2014 ແລະ LAO FF CUP
ສໍາລັບ ຜົນງານໃນລະດູນີ້ຂອງ ສິດທີເດດ ຍິງໃຫ້ກັບລາວໂຕໂຢຕາ ໄປແລ້ວ 3 ປະຕູໄດ້ແກ່ 2 ປະຕູໃນການແຂ່ງຂັນບານເຕະລາວພຣີເມຍລີກ 2015 ຈາກການລົງສະໜາມ 10 ນັດ ສ່ວນອີກ 1 ປະຕູຍິງໄດ້ໃນການແຂ່ງຂັນບານເຕະ ເອເອຟຊີ ຄັບ 2015 ສ່ວນໃນນາມທີມຊາດ ລຸ້ນອາຍຸບໍ່ເກີນ 23 ປີ ຍິງໄປ 2 ປະຕູການແຂ່ງຂັນບານເຕະ ເອເອຟຊີ ຢູ23 ຮອບຄັດເລຶອກຂອງກຸ່ມ J ເມື່ອເດືອນມີນາທີ່ຜ່ານມາ.