ທັບນັກກິລາຈາກມະຫາວິທະຍາໄລແຫ່ງຊາດ ສ ເກົາຫຼີ ເຈົ້າພາບສ້າງປະຫວັດສາດເປັນເຈົ້າຫຼຽນຄຳ ກິລາມະຫາວິທະຍາໄລໂລກເປັນຄັ້ງທຳອິດ, ຫຼັງຄວ້າມາໄດ້ທັງໝົດ 47 ຫຼຽນຄຳ, 32 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 108 ຫຼຽນ ຢູ່ອັນດັບ 1 ຂອງຕາຕະລາງ, ກ່ອນສົ່ງທຸງຕໍ່ໃຫ້ກັບໄຕ້ຫວັນຮັບໜ້າທີ່ເປັນເຈົ້າພາບຄັ້ງຕໍ່ໄປໃນອີກ 2 ປີຕໍ່ໜ້າ.
ໃນຕອນຄ່ຳ ຂອງວັນທີ 14 ກໍລະກົດ ຜ່ານມາງານມະຫາກຳກິລາມະຫາວິທະຍາໄລໂລກ (ມ ໂລກ) ຄັ້ງທີ 28 ໄດ້ປິດສາກລົງຢ່າງເປັນທາງການທີ່ສະໜາມກວາງຈູ ເວິລຄັບ ໃນນະຄອນກວາງຈູ ສ ເກົາຫຼີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂຄຼດ ຫຼຸຍ ກັລລຽງ ປະທານສະຫະພັນກິລາມະຫາວິທະຍາໄລໂລກ (ຟີຊູ). ໃນພິທີປິດ ສ ເກົາຫຼີ ເຈົ້າພາບຈັດການສະແດງ 2 ຊຸດໃຫຍ່ ຄື: “ຄວາມຊົງຈຳຂອງພວກເຮົາ” ເຊິ່ງສື່ໃຫ້ເຫັນເຖິງການດຳລົງຊີວິດຂອງນັກກິລາແຕ່ລະຊາດ ຕະຫຼອດໄລຍະເວລາຂອງການແຂ່ງຂັນ, ປຽບເໝືອນແສງສະຫວ່າງທີ່ທຸກຄົນຕ່າງຮ່ວມກັນແບ່ງປັນ ແລະ ສ່ອງແສງສະຫວ່າງໄປບໍ່ມີມື້ສິ້ນສຸດ ກ່ອນທີ່ທ່ານ ຮວາງ ຊິກ ປະທານຄະນະກຳມະກການຈັດການແຂ່ງຂັນ ຄັ້ງທີ 28 ຈະມອບທຸງຕໍ່ໃຫ້ກັບທ່ານ ໂຄະ ເຫວິນເຈີ ເຈົ້າຄອງນະຄອນໄທເປຂອງໄຕ້ຫວັນ ເຈົ້າພາບ ຄັ້ງຕໍ່ໄປ ແລະ ປິດທ້າຍດ້ວຍການສະແດງຊຸດທີ 2 ຄື: “ແສງສະຫວ່າງຂອງ ມື້ອື່ນ” ສື່ໃຫ້ເຫັນເຖິງພະລັງຂອງເຍົາວະຊົນທີ່ຂະຫຍາຍໄປທົ່ວໂລກ ພ້ອມທັງເປັນການອຳ ລາການແຂ່ງຂັນໃນຄັ້ງນີ້ ແລະ ເລີ່ມຕົ້ນນັບຖອຍຫຼັງສຳລັບ ການແຂ່ງຂັນຄັ້ງຕໍ່ໄປ.
ທັງນີ້, ໄຕ້ຫວັນ ເຈົ້າພາບ ກິລາມະຫາວິທະຍາໄລໂລກຄັ້ງທີ 29 ເຊິ່ງຈະຈັດຂຶ້ນໃນອີກ 2 ປີຕໍ່ໜ້າ ໄດ້ປະກາດວັນເວລາຂອງການແຂ່ງຂັນ ແລະ ປະເພດ ກິລາອອກມາເປັນທີ່ຮຽຍຮ້ອບແລ້ວ ໂດຍຈະເລີ່ມທຳການແຂ່ງຂັນລະຫວ່າງວັນທີ 19-30 ສິງຫາ 2017 ໃນຈຳນວນ 19 ປະເພດກິລາ ໄດ້ແກ່ ກິລາທາງນ້ຳ (ລອຍນ້ຳ, ເຕັ້ນລະບຳ ໃຕ້ນ້ຳ, ໂປໂລ ແລະ ໂດດ ນ້ຳ), ຍິມນາສຕິກ, ແລ່ນ- ລານ, ບານບ້ວງ, ຟັນດາບ, ຢູໂດ, ປິ່ງປ່ອງ, ເທຄວັນໂດ, ຍິງທະນູ, ດອກປີກໄກ່, ບານສົ່ງ, ເຕະບານ, ເບສ ບອລ, ຍົກນ້ຳໜັກ, ໂຣລເລີ ສະປອດ, ວູຊູ, ກ໊ອຟ ແລະ ເທັນນິສ.
ສະຫຼຸບອັນດັບຫຼຽນລາງວັນ 10 ອັນດັບທຳອິດ ໃນກິລາມະຫາວິທະຍາໄລໂລກ ຄັ້ງທີ 28 ມີດັ່ງນີ້:
– ອັນດັບ 1 ສ ເກົາຫຼີ ເຈົ້າພາບ ຍາດມາໄດ້ 47 ຫຼຽນ ຄຳ, 32 ຫຼຽນເງິນ ແລະ 29ຫຼຽນທອງ
– ອັນດັບ 2: ຣັດເຊຍ ມີ 34 ຫຼຽນຄຳ, 39 ຫຼຽນເງິນ ແລະ 49 ຫຼຽນທອງ
– ອັນດັບ: 3: ສປ ຈີນ ມີ 34 ຫຼຽນຄຳ, 22 ຫຼຽນເງິນ ແລະ 16 ຫຼຽນ ທອງ
– ອັນດັບ 4: ຍີ່ປຸ່ນ ມີ 25 ຫຼຽນຄຳ, 25 ຫຼຽນເງິນ ແລະ 35 ຫຼຽນທອງ
– ອັນດັບ 5: ສະຫະລັດອາເມຣິກາ ມີ 20ຫຼຽນຄຳ, 15 ຫຼຽນເງິນ ແລະ 18 ຫຼຽນທອງ
– ອັນດັບ 6: ຝຣັ່ງ ມີ 13 ຫຼຽນຄຳ, 9 ຫຼຽນ ເງິນ ແລະ 8 ຫຼຽນທອງ
– ອັນ ດັບ 7: ອິຕາລີ ມີ 11 ຫຼຽນຄຳ, 15 ຫຼຽນເງິນ ແລະ 17 ຫຼຽນ ທອງ
– ອັນດັບ 8: ຢູເຄຣນ ມີ 8 ຫຼຽນຄຳ, 17 ຫຼຽນເງິນ ແລະ 6 ຫຼຽນທອງ
– ອັນ ດັບ 9 ອິຣ່ານ ມີ 7 ຫຼຽນຄຳ, 2 ຫຼຽນເງິນ ແລະ 6 ຫຼຽນທອງ ແລະ ອັນ ດັບ 10 ໄຕ້ຫວັນ ມີ 6 ຫຼຽນ ຄຳ, 12 ຫຼຽນເງິນ ແລະ 18 ຫຼຽນທອງ