Homeລົດຍົນ-ຍານພາຫະນະ9 ວິທີເບີ່ງແຍງລົດໃຫ້ເງົາງາມຢ່າງສະໝ່ຳສະເໝີ

9 ວິທີເບີ່ງແຍງລົດໃຫ້ເງົາງາມຢ່າງສະໝ່ຳສະເໝີ

Published on

ຄົນສ່ວນ​ໃຫຍ່​ມັກ​ຈະ​ຕັດ​ສິນ​ໃຈ​ຊື້​ລົດ​ດ້ວຍ​ເຫດຜົນ​ຂອງ​ລາ​ຄາ​ຍິ່ງ​ໃນ​ຍຸກ​ທີ່​ສະພາ​ວະ​ເສດຖະກິດທີ່ບໍ່​ແນ່ນ​ອນສ່ວນ​ເຫດຜົນ​ຂໍ້​ຕໍ່​ມາ​ຄື​ປະໂຫຍດ​ໃຊ້​ສອຍແລະ​ອັດຕາ​ກາ​ນບໍລິ​ໂພກ​ນ້ຳ​ມັນ​ຂອງ​ເຄື່ອງ​ຍົນຕ໌ ນ້ອຍ​ຄົນ​ທີ່​ຈະ​ຄິດເຖິງ​ການ​ບຳ​ລຸງ​ຮັກສາ​ເຄື່ອງ​ຍົນຕ໌​ຫຼັງ​ຈາກ​ໄດ້​ເປັນ​ເຈົ້າ​ຂອງ​ລົດ​ແລ້ວທັງໆທີ່​ເປັນ​ສິ່ງ​ຈຳ​ເປັນ​ທີ່​ເຈົ້າ​ຂອງ​ລົດ​ຄວນ​ຮູ້​ແລະ​ຄຳ​ນຶງ​ເຖຶງ “ASTV ຜູ້​ຈັດການ​ມໍ​ເຕີ​ລິ່ງ”ຈຶ່ງ​ມີ​ຂໍ້​ຄວນ​ປະຕິບັດ​ສຳລັບ​ເຈົ້າ​ຂອງ​ລົດ​ເພື່ອ​ຍືດ​ອາ​ຍຸ​ການ​ໃຊ້​ງານ​ພາຫະນະ​ຄູ່​ໃຈ​ດ້ວຍ​ວິທີ​ງ່າຍໆດັ່ງນີ້

9วิธีดูแลรถให้ดูดีเสมอ

1 ປະຕິບັດ​ຕາມ​ຄູ່​ມື​ການ​ໃຊ້​ລົດ​ຍົນຕ໌​ທີ່​ໃຫ້​ມາ​ຕອນ​ຊື້​ລົດຖ້າ​ມີ​ຕາ​ລາງ​ການ​ຊ່ອມ​ບຳ​ລຸງ​ກໍ​ໃຊ້​ເປັນ​ແນວ​ທາງ​ໃນ​ການ​ກວດ​ເຊັກ​ລົດ ແຕ່​ຄວນ​ກວດ​ເຊັກ​ໃນ​ຄູ່​ມື​ອີກ​ວ່າ​ເຖິງ​ເວລາ​ປ່ຽນ​ອະ​ໄຫຼ່​ຕອນໃດ

2 ຢ່າ​ລືມ​ປ່ຽນ​ສາຍ​ພານ​ເມື່ອ​ນຳໃຊ້ລົດ​​ທຸກໆ 60, 000 ​ 90, 000 ກິໂລແມັດ ການ​ປ່ຽນ​ສາຍ​ພານ​ລາ​ຄາ​ອາດຈະ​ສູງ​ແຕ່​ກໍ​ຖືກ​ກວ່າ​ຄ່າ​ເສຍ​ທີ່ເກິດຂື້ນ​ຖ້າ​ສາຍ​ພານ​ຂາດ

3 ຫຍອດ​ກະ​ປຸກ​ໄວ້​ສຳລັບ​ການ​ຊ່ອມ​ບຳ​ລຸງ​ລົດເພາະ​ໃນ​ແຕ່​ລະ​ປີ​ເຈົ້າ​ຄວນ​ຈະ​ມີ​ງົບ​ໃນ​ການ​ບຳ​ລຸງ​ຮັກສາລົດ 2.000.000 – 5.00.000 ກີບ ແລ້ວ​ແຕ່​ອາ​ຍຸ​ການ​ໃຊ້​ງານ ຖ້າ​ມີ​ການ​ສະ​ສົມ​ງົບ​ເອົາ​ໄວ້​ລ່ວງ​ໜ້າ​ເມື່ອ​ມີ​ເຫດ​ສຸກ​ເສີນ​ເກີດ​ຂຶ້ນ​ກັບ​ລົດ​ກໍ​ຈະ​ບໍ່​ກະ​ທົບກັບ​ການ​ເງີນ​ຂອງ​ເຈົ້!

4 ຫາ​ຂໍ້​ມູນ​ກ່ຽວກັບ​ລົດ​ຍົນຕ໌​ລຸ້ນ​ທີ່​ເຈົ້າໃຊ້ ລົດ​ທຸກ​ລຸ້ນ​ມັກ​ຈະ​ມີ​ເວັບ​ໄຊຕ໌​ຂອງ​ໂຕ​ເອງ ບອກ​ຂໍ້​ມູນ ແລະ​ບັນຫາ​ທີ່​ມັກ​ຈະ​ເກີດ​ຂຶ້ນ​ເວລາ​ໃຊ້ ເຈົ້າ​ຈະ​ໄດ້​ມີ​ຄວາມ​ພ້ອມ​ທີ່​ຮັບ​ມື​ກັບ​ບັນຫາ​ທີ່​ອາດຈະ​ເກີດ​ຂຶ້ນ​ກັບ​ລົດ​ຂອງ​ເຈົ້າ

5 ເວລາ​ຂັບ​ຂີ່​ ໃຫ້​ສັງເກດ​ວ່າ​ມີ​ສຽງ ຫຼື ​ກິ່ນ​ທີ່​ຜິດ​​ປົກກະຕິ​ເກີດ​ຂຶ້ນ ​ຫຼື ບໍ່ ຖ້າ​ມີ​ຄວນ​ປຶກ​ສາ​ຊ່າງ​ເພື່ອ​ຫາ​ສາ​ເຫດ ​ຜູ້​ໃຊ້​ລົດ​ເປັນ​ປະຈຳ​ເປັນ​ຜູ້​ທີ່​ຮູ້​ດີ​ທີ່ສຸດ​ເມື່ອ​ລົດ​ເກີດ​ອາການ​ຜິດ​ປົກຕິ

6 ເມື່ອ​ເກີດ​ຄວາມ​ເສຍ​ຫາຍ​ກັບ​ລົດ​ໃຫ້​ຊ່ອມ​ທັນທີ ເຖິງວ່າ​ຈະ​ເປັນ​ຄວາມ​ເສຍ​ຫາຍ​ນ້ອຍ​ເຊັ່ນ ເບາະ​ທີ່​ນັ່ງ​ຂາດ ຫຼື ສາຍ​ໄຟ​ຫຼຸດ ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ເພີ່ມ​ຂຶ້ນ ຫຼື ​ສ້າງ​ຄວາມ​ລຳ​ຄານ​ໃຫ້​ກັບ​ເຈົ້າ​ເອງ

9วิธีดูแลรถให้ดูดีเสมอ

7 ໃຊ້​ອະ​ໄຫຼ່​ທີ່​ມີ​ຄຸນະພາບ ຫາກ​ມີ​ງົບ​ປະ​ມານ​ຈຳ​ກັດ​ບໍ່​ສາມາດ​ຊື້​ອະ​ໄຫຼ່​ແທ້​ຄວນ​ປຶກ​ສາ​ຊ່າງ​ເພື່ອ​ຫາ​ທາງ​ເລືອກ ການ​ຊື້​ອະ​ໄຫຼ່​ແທ້​ມື​ສອງ​ກໍ​ເປັນ​ອີກ​ທາງ​ທີ່​ຈະ​ໄດ້​ຂອງ​ຄຸນະພາບ​ໃນ​ລາ​ຄາ​ທີ່ຍ່ອມ​ເຍົາ

8 ເຮັດ​ຄວາມ​ສະ​ອາດ​ລົດ​ຢ່າ​ງສະໝ່ຳສະເໝີ ສີ​ລົດ​ນອກ​ຈາກ​ຈະ​ຊ່ວຍ​ໃຫ້​ລົດ​ເບິ່ງດີ ຍັງ​ເປັນ​ການ​ປົກ​ປ້ອງ​ວັດ​ດຸ​ຂ້າງ​ໃນ​ນຳອີກ ຄວນ​ລ້າງ​ລົດ​ເປັນ​ປະຈຳ ຖ້າ​ນ້ຳ​ເລີ່ມ​ບໍ່​ເກາະ​ເປັນ​ຫຍົດໆ ເທິງ​ສີລົດ ໃຫ້​ລົງ​ແວັກ​ເຄືອບສີ

9 ຄວນ​ຂັບ​ລົດ​ຢ່າງ​ນີ່ມ​ນວນ ເຖິງວ່າ​ການ​ຂັບ​ລົດ​ດ້ວຍ​ຄວາມ​ໄວ​ສູງ​ໃນ​ບາງເທື່ອ​ຈະ​ຊ່ວຍ​ໃຫ້​ເຄື່ອງ​ຍົນຕ໌​ມີ​ຄວາມຄ່ອງ​ໂຕ ແຕ່​ບໍ່​ຄວນ​ຫຍຽບ​ຄັນ​ເລັ່ງ​ຈົນ​ຈຳ ຫຼື ຂັບ​ລົດ​ໂດຍ​ໃຊ້​ຄວາມ​ໄວ​ສູງ​ຕະຫຼອດ​ເພາະ​ບໍ່​ເປັນ​ຜົນດີີ​ຕໍ່​ເຄື່ອງ​ຍົນຕ໌

ພຽງ​ເທົ່າ​ນີ້​ເຈົ້າ​ກໍ​ຍິ້ມ​ໄດ້​ຢ່າງ​ພູູມໃຈ​ເມື່ອ​ມີ​ຄົນ​ເວົ້າ​ຢ່າງ​ຊື່ນ​ຊົມ​ວ່າ​ລົດ​ເຈົ້າ​ຍັງ​ເບິ່ງ​ໃໝ່​ເຖິງວ່າ​ຈະ​ແລ່ນໄດ້ 150, 000 ກິໂລແມັດແລ້ວ…..

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...