Home​ຂ່າວບັນເທິງເຈົາ ເຫວີຍ ເປັນນັກສະແດງສາວທີ່ລວຍທີ່ສຸດໃນໂລກ

ເຈົາ ເຫວີຍ ເປັນນັກສະແດງສາວທີ່ລວຍທີ່ສຸດໃນໂລກ

Published on

ZhaoWei

ວາລະສານ​​ຟອບ ໄດ້​ເປີດເຜີຍ​ບົດ​ຄວາມ​ຍົກ​ໃຫ້​ນັກ​ສະແດງ​ສາວ​ຄົນຈີນ “ເຈົ້າ ເຫວີ່ຍ”  (Zhao Wei) ໃຫ້ເປັນ​ນັກ​ສະແດງ​ສາວ​ທີ່​ລວຍ​ທີ່ສຸດ​ໃນ​ໂລກ ຈາກ​ການ​ເຮັດວຽກ​ຢູ່ໃນ​ວົງ​ການ​ຮູບເງົາ ລະ​ຄອນ​ທີ​ວີ ທີ່​ສ້າງ​ລາຍ​ໄດ້​ຫລາຍ​ລ້ານ​ໂດລາ ຕະຫລອດ​ຈົນ​ງານ​ອື່ນໆ ທີ່​ສ້າງ​ລາຍ​ໄດ້​ມະຫາ​ສານ​ໃຫ້​ກັບນາງບໍ່​ວ່າ​ຈະ​ເປັນ​ການ​ຮັບ​ງານ​ໂຄສະ​ນາ​ຜະລິດຕະພັນ​ຕ່າງໆຕະຫລອດ​ໄປ​ຈົນ​ເຖິງ​ການເຮັດວຽກງານ​ເບື້ອງ​ຫລັງລວມ​ເຖິງ​ການ​ລົງ​ທຶນ​ອັນ​​ສະຫລາດ​ຂອງ​ນາງ 

ທີ່​ຜ່ານມາ​ນອກ​ຈາກ​ຜົນ​ງານ​ການ​ສະແດງ​ທີ່​ສ້າງ​ຊື່​ສຽງ​ກັບນາງ​ເປັນ​ຢ່າງຫລວງ​ຫລາຍ​ແລ້ວ ເຈົ້າ ເຫວີ່ຍ ຍັງ​ເປັນ​ເຈົ້າ​ແມ່​ໂຄສະ​ນາ ທີ່​ເປັນ​ພີ​ເຊັນ​ເຕີ​ໃຫ້ສິນ​ຄ້າ​ກວ່າ 120 ຜະລິດຕະພັນ ນັບ​ຕັ້ງ​ແຕ່​ຜະລິດຕະພັນ​ສຸຂະພາບ ຄວາມ​ງາມ ວາຍ ລົດ​ຈັກ​​ລວມ​ໄປ​ເຖິງ​ສິນ​ຄ້າ​ແບ​ຣນຕາເວັນ​ຕົກ​ກໍ່ຄື Mercedes Benz, DeBeers, Versace, Zegna, Dior, Jaeger-LeCoultre, Motorola ແລະ​ອື່ນ  ໆ 
ນອກ​ຈາກ​ນີ້ ເຈົ້າ ເຫວີ່ຍ ຍັງມີ​ການ​ລົງ​ທຶນ​ໃນ​ທຸລະກິດ​ທີ່​ຫລາກ​ຫລາຍແຕ່​ສິ່ງ​ທີ່​ພາ​ໃຫ້​ນາງ​ຂຶ້ນ​ມາ​ເປັນ​ດາ​ລາ​ສາວ​ທີ່​ມີ​ລາຍ​ໄດ້​ຫລາຍ​ທີ່ສຸດ​ໃນ​ໂລກ​ນັ້ນ ຈະ​ໜີ​ບໍ່​ພົ້ນ​ການ​ລົງ​ທຶນ​ໃນ Alibaba Pictures Group ຂອງ ແຈັກ ໝ່າ ມະຫາ​ເສດ​ຖີ​ໃຫຍ່​ທີ່​ເປັນ​ໝູ່​ສະນິດ​ຂອງ​ນາງ ໃນ​ໄລຍະ​ເດືອນ​ທັນວາ 2014 ຊຶ່ງ​ເຖິງວ່າ​ນາງ​ຈະ​ລົງ​ທຶນ​ໃນ​ຫຸ້ນ​ພຽງ 9.18% ດ້ວຍ​ມູນ​ຄ່າ 400 ລ້ານ​ໂດລາ(ປະມານ ສອງແສນສາມໝື່ນລ້ານກີບ) ແຕ່​ລາ​ຄາ​ຫຸ້ນ​ດັ່ງ​ກ່າວ​ກັບ​​ສູງຂຶ້ນ​ຈົນ​ມີ​ມູນ​ຄ່າ​ເຖິງ 880 ລ້ານ​ໂດລາ ໃນ 6 ເດືອນ​ຕໍ່​ມາ (ປະມານ ເຈັດແສນສີ່ພັນລ້ານກີບ)

ZhaoWei_1

 

ZhaoWei_4

 

ZhaoWei_8

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...