ນັກເທັນນິສຊາຍ ໝາຍເລກໜຶ່ງຂອງໂລກຈາກ ເຊີເບຍ ໂນວັກ ຈັອກໂກວິຊ໌, ໄດ້ຊະນະການແຂ່ງຂັນເທັນນິສ Wimbledon ເປັນ ຄັ້ງທີສາມຂອງລາວພາຍໃນຮອບ 5 ປີໃນວັນອາທິດຜ່ານນີ້ທີ່
ນະຄອນຫຼວງລອນດອນປະເທດ ອັງກິດ.
ໂນວັກ ຈັອກໂກວິຊ໌ ອາຍຸ 28 ປີໄດ້ເອົາຊະນະ ໂຣເຈີ ເຟເດີເຣີ ຈາກ ສະວິດເຊີແລນດ໌ ໃນການແຂ່ງຂັນຮອບຊະນະເລີດສອງປີລຽນຕິດ, ໂດຍການເອົາຊະນະໃນຄັ້ງນີ້ແມ່ນ ການແຂ່ງຂັນທີ່ສູສີ ພາຍໃນ 4 ຊຸດ, 7 ຕໍ່ 6, 6 ຕໍ່ 7, 6 ຕໍ່ 4, ແລະ 6 ຕໍ່ 3. ການເອົາຊະນະຂອງ ໂນວັກ ຈັອກໂກວິຊ໌ ເປັນການກີດກັ້ນ ໂຣເຈີ ເຟເດີເຣີ ອາຍຸ 33 ປີຈາກການຊະນະ ເຊິ່ງເປັນ ສະຖິຕິສູງສຸດ 8 ຄັ້ງໃນການແຂ່ງຂັນລາຍການ Wimbledon ຂອງ ສະໂມສອນ All England.
ການຊະນະຄັ້ງນີ້ແມ່ນການຄວ້າແຊັ້ມ Grand Slam ຄັ້ງທີ 9 ຂອງ ໂນວັກ ຈັອກໂກວິຊ໌
