Homeຂ່າວຕ່າງປະເທດພາຍຸຖະຫລົ່ມຟິລິບປິນ ມີຜູ້ເສຍຊີວິດແລ້ວ 8 ຄົນ ແລະ ສູນຫາຍອີກ 4 ຄົນ!

ພາຍຸຖະຫລົ່ມຟິລິບປິນ ມີຜູ້ເສຍຊີວິດແລ້ວ 8 ຄົນ ແລະ ສູນຫາຍອີກ 4 ຄົນ!

Published on

631579-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກໍລະກົດນີ້ວ່າ ພາຍຸ​ເຂດ​ຮ້ອນ 2 ໜ່ວຍ ​ໄດ້​ພັດ​ເຂົ້າ​ທາງ​ພາກ​ເໜືອ​ຂອງ​​ເກາະ​ລູຊອນ ປະ​ເທດ​ຟິລິບ​ປີນ ​ເຮັດ​ໃຫ້ ເກີດຝົນຕົກໜັກ ສົ່ງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊິວິດແລ້ວ 8 ຄົນ, ​ເສັ້ນທາງ, ສະຖານ​ທ່ີ​ເຮັດ​ວຽກ, ​ໂຮງຮຽນ ​ຢູ່​ນະຄອນຫລວງ ມາ​ນິລາ, ​​ເກີດ​ນ້ຳ​ຖ້ວມ​ເປັນ​ບໍລິ​ເວນ​ກວ້າງ ມີດິນ​ເຈື່ອນ ​ແລະ ອື່ນໆ ໂດຍມີປະຊາຊົນເທິງເກາະລູຊອນ ໄດ້ຮັບຄວາມເດືອດຮ້ອນ ອົບພະຍົບໄປອາໄສຢູ່ສະຖານທີ່ພັກຊົ່ວຄາວເຖິງ 40,000 ຄົນ.

ນອກຈາກ​ນັ້ນ ​ກຳ​ປັ່ນ​ປະມົງ​ຫລາຍ​ລຳ​ເປ່​ເພ, ສົ່ງ​ຜົນ​ໃຫ້ຊາວປະມົງສູນຫາຍອີກ 4 ຄົນ, ເຂົ້າ ແລະ ສາລີ ກໍໄດ້ຮັບຄວາມເສຍຫາຍ ເຊັ່ນກັນ ຄິດເປັນມູນຄ່າປະມານ 90 ຕື້ໂດລາ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...