Homeຂ່າວທ້ອງຖິ່ນຊາວບ້ານຕານມີໄຊ ຮຽກຮ້ອງໃຫ້ຂັ້ນເທິງແປງທາງ

ຊາວບ້ານຕານມີໄຊ ຮຽກຮ້ອງໃຫ້ຂັ້ນເທິງແປງທາງ

Published on

ຕອນເຊົ້າຂອງວັນທີ 13 ກໍລະກົດ 2015 ນີ້ ທີມຂ່າວໄດ້ຮັບການຮ້ອງຂໍຈາກ ປະຊາຊົນບ້ານຕານມີໄຊທ່ານໜຶ່ງ ເຊິ່ງເປັນຕົວແທນປະຊາຊົນທີ່ຊົມໃຊ້ ເສັ້ນທາງຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍກ່າວວ່າ ໃນຈຸດ 4 ແຍກໄຟແດງ ບ້ານຕານມີໄຊ ສະພາບເສັ້ນທາງເປ່ເພ ມາໄດ້ຫຼາຍປີແລ້ວ ຖ້າເປັນລະດູແລ້ງຈະມີຝຸ່ນແລະຂຸມ ແຕ່ກໍພໍໄປ-ມາໄດ້ ແຕ່ຖ້າເປັນລະດູຝົນແມ່ນການສັນຈອນ ລຳບາກຫຼາຍ ຍ້ອນເປັນຕົມ, ເປັນຂຸມເລິກ ແລະກວ້າງ ພ້ອມກັບມີນ້ຳຂັງ ດັ່ງນັ້ນ, ຈຶ່ງຮຽກຮ້ອງຜ່ານສື່ມວນຊົນ ໄປຍັງພາກສ່ວນໂຍທາເມືອງໄຊທານ ກໍຄືນະຄອນຫຼວງວຽງຈັນ ຂໍໃຫ້ລົງກວດກາ ແລະຫາວິທີແກ້ໄຂໃຫ້ແກ່ ປະຊາຊົນດ້ວຍ.
11694868_1013201908711481_7705293241975319666_n 11745452_1013201915378147_846271848749199836_n 11745504_1013201905378148_6824449123445255553_n 11751758_1013201918711480_2484894156434580687_n

ຈາກ: ຊາວບ້ານຕານມີໄຊ, ນວຈ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...