ທພລ ພ້ອມເປີດນຳໃຊ້ Mobile Banking ແລະ VISA

ທພລ ພ້ອມເປີດນຳໃຊ້ Mobile Banking ແລະ VISA

 

ທະນາຄານ​ພັດທະນາ​ລາວ (​ທພລ) ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ຄົບຮອບ 10 ປີ ແລະ ເປີດ​ນຳ​ໃຊ້ Mobile Banking ແລະ ບັດ VISA ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 8 ເມສາ 2013 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະຄອນຫຼວງ​ວຽງ​ຈັນ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ບົວ​ລຽນ ພົມ​ມະ​ວົງ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ພັດທະນາ​ລາວ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ພາວ ໄຟ​ສິດ ຜູ້​ວ່າການ​ທະນາຄານ​ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ ພະນັກງານ​ເຂົ້າ​ຮ່ວມ.

ທ່ານ ບົວ​ລຽນ ພົມ​ມະ​ວົງ ໄດ້​ກ່າວ​ວ່າ: ທະນາຄານ​ພັດທະນາ​ລາວ ແມ່ນ​ທະນາຄານ​ທຸລະ​ກິດ​ຂອງ​ລັດ​ແຫ່ງ​ໜຶ່ງ ທີ່​ໄດ້​ເປີດ​ບໍລິການ​ຕໍ່​ສັງຄົມ ຄົບຮອບ 10 ປີ ແລະ ມາ​ຮອດ​ປັດຈຸບັນ ທະນາຄານ​ມີ​ທັງ​ໝົດ 18 ສາຂາ 64 ໜ່ວຍ​ບໍລິການ ແລະ 22 ໜ່ວຍ​ແລກປ່ຽນ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ມີ​ບັນດາ​ທະນາຄານ​ຕົວ​ແທນ​ຢູ່​ຕ່າງປະເທດ 10 ແຫ່ງ ຕັ້ງ​ຢູ່​ສູນ​ກາງ​ການ​ເງິນ​ສຳຄັນ​ຂອງ​ພາກ​ພື້ນ ແລະ ຂົງເຂດ ຊຶ່ງ​ສາມາດ​ຮັບ​ໃຊ້​ທຸລະ​ກິດ​ທະນາຄານ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ໄດ້​ຢ່າງ​ຄ່ອງ​ຕົວ ປັດຈຸບັນ​ມີ​ພະນັກງານ​ທັງ​ໝົດ 1.297 ຄົນ ຊັບ​ສິນ-ໜີ້​ສິນ ທັງ​ໝົດ​ເພີ່ມ​ຂຶ້ນ 564,6% ແຫຼ່ງ​ທຶນ​ເພີ່ມ​ຂຶ້ນ 500% ຍອດ​ສິນ​ເຊື່ອ​ທັງ​ໝົດ ເພີ່ມ​ຂຶ້ນ 2.234,33% ສຳລັບ​ຜະລິດ​ຕະ​ພັນ​ບໍລິການ ໄດ້​ພັດທະນາ​ໃຫ້​ເປັນ​ທັນ​ສະໄໝ​ເທື່ອ​ລະ​ກ້າວ ດ້ວຍ​ການ​ປ່ຽນ​ລະບົບ​ຈາກ Bank 2000 ມາ​ເປັນ Core Banking ຊຶ່ງ​ປັດຈຸບັນ​ສາມາດ​ເຊື່ອມ​ຕໍ່​ໄດ້​ທົ່ວ​ປະເທດ.

ໃນ​ການ​ເປີດ​ນຳ​ໃຊ້ Mobile Banking ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ນີ້​ເປັນຕົ້ນ​ໄປ​ນັ້ນ ທະນາຄານ​ພັດທະນາ​ລາວ ເປັນ​ທະນາຄານ​ແຫ່ງ​ທຳ​ອິດ​ທີ່​ນຳ​ໃຊ້​ລະບົບ Mobile Banking ໃນ​ຮູບ​ແບບ Mcommerce ຊຶ່ງ​ສາມາດ​ໂອນ​ເງິນ​ເຂົ້າ​ບັນຊີ ເພື່ອ​ຊຳລະ​ສະ​ສາງ​ພາຍ​ໃນ​ເຄືອ​ຂ່າຍ​ທະນາຄານ ເບິ່ງ​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະເທດ ເບິ່ງ​ຜົນ​ອອກ​ຫວຍ​ພັດທະນາ ຕິດຕາມ​ການ​ຊື້-ຂາຍ​ຫຸ້ນ​ລາວ ຊື້​ບັດ​ເຕີມ​ເງິນ​ໄດ້​ໂດຍ​ກົງ​ຂອງ​ເຄື່ອ​ຂ່າຍ ອີ​ທີ​ແອວ ລາວ​ໂທລະ​ຄົມ ແລະ ບີ​ລາຍ ນອກ​ນັ້ນ ຍັງ​ມີ​ບໍລິການ​ກວດ​ສອບ​ເບິ່ງ​ການເຄື່ອນໄຫວ​ບັນຊີ​ຕະຫຼອດ 24 ຊົ່ວໂມງ ໂດຍ​ບໍ່​ຈຳເປັນ​ຕ້ອງ​ເຂົ້າ​ໄປ​ທະນາຄານ​ໃຫ້​ເສຍ​ເວລາ ການ​ເຮັດ​ທຸລະ​ກຳ​ຕ່າງໆ​ຜ່ານ​ຕູ້ ATM ແລະ ຜ່ານ​ເຄື່ອງ​ຮູດ​ບັດ DEC ໄດ້​ຕາມ​ສະຖານທີ່​ຕ່າງໆ ແລະ ລະ​ບົບ​​ດັ່ງ​ກ່າວ​ສາມາດ​ແຈ້ງ​ການເຄື່ອນໄຫວ​ບັນຊີ ຊຳລະ​ຄ່າ​ໄຟຟ້າ ຈ່າຍ​ຄ່າ​ໂທລະສັບ ໂອນ​ເງິນ ຄຽງ​ຄູ່​ກັນ​ນັ້ນ ກໍ​ໄດ້​ເປີດ​ບໍ​ລິ​ການ​​ບັັດ VISA.

ທີ່ມາhttp://www.vientianemai.net