ແດນຽວ ອັລເວສ ແບັກຂວາຂອງທັບ “ຕ່າງດາວ” ປຽບທຽບຄວາມແຕກຕ່າງລະຫວ່າງສອງຊຸບເປີສະຕາຣ໌ວົງການບານເຕະ ຄຣິສເຕຍໂນ ໂຣນັລໂດ້ ກັບ ລິໂອເນລ ເມສຊີ
ເປັນຄຳຖາມທີ່ຕອບຈັ່ງໃດກໍ່ບໍ່ມີວັນຈົບສຳລັບຄຳຖາມທີ່ວ່າ ໂຣນັລໂດ້ ກັບ ເມສຊີ ໃຜເກັ່ງກວ່າກັນແທ້ ເຊີ່ງວ່າ ແດນຽວ ອັລເວສ ແບັກຂວາແຊ້ມບ້າໄດ້ຍົກໃຫ້ເພື່ອນຮ່ວມທີມຄືກັບຕັນທີມຊາດອາເຈນຕີນາ(ເມສຊີ) ເໜືອກວ່າ CR7 (ໂຣນັລໂດ້)
“ເມສຊີເກັ່ງກວ່າໂຣນັລໂດ້ຫຼາຍ ເພາະລາວມີອິດທິພົນຕໍ່ເກມການຫຼີ້ນເຊີ່ງເປັນສີ່ງທີ່ໂຣນັລໂດ້ບໍ່ມີ ລາວຄືຜູ້ມີອິດທິພົນໃນການຫຼິ້ນແລະສົ່ງບານທີ່ໂຣນັນໂດ້ບໍ່ມີ ສ່ວນວ່າໂຣນັລໂດ້ລາວກະກຽມວຽກບ້ານໜັກໃນການລົງແຂ່ງຂັນແຕ່ລະນັດ ຂ້ອຍຍ້ອງຍໍລາວໃນດ້ານນີ້ ແຕ່ກໍ່ມີບາງສ່ວນທີ່ຂ້ອຍບໍ່ມັກເພາະຂ້ອຍລົງຫຼິ້ນເພື່ອທີມບໍ່ໄດ້ເຫັນວ່າຕົນເອງມີຄວາມສຳຄັນກວ່າທີມ ໂຣນັລໂດ້ເບີ່ງຂ້າມສີ່ງທີ່ສຳຄັນໄປ, ດັ່ງນັ້ນຈີ່ງມີສຽງວິພາກວິຈານເມື່ອທີມພວກເຮົາໄດ້ແຊ້ມລີກ ໃນຂະນະທີ່ໂຣນັລໂດ້ໄດ້ຕຳແໜ່ງດາວຊັນໂວ” ອັລເວສກ່າວ
ສ່ວນສຳລັບໃຜທີ່ເຊຍທີມໃດຫຼືເປັນແຟນບານທີມໃດກໍ່ແລ້ວແຕ່ເພາະນັ້ນແມ່ນຄວາມຄິດເຫັນສ່ວນຕົວຂອງບຸກຄົນໃນແງ່ມຸມຂອງແຕ່ລະຄົນອາດຈະບໍ່ຄືກັນແຕ່ກໍ່ໃຫ້ແງ່ຄິດໃນການສັງເກດນັກເຕະທີ່ເຮົາມັກຫຼືຮັກໄດ້ເຊັ່ນດຽວກັນ