spot_img
Homeຂ່າວພາຍ​ໃນສຶກສາທິການ ແລະ ກິລາແຂວງຫົວພັນຫວັງສ້າງປະຫວັດສາດຄວ້າແຊ້ມບານເຕະຊິງຂັນເຈົ້າແຂວງ

ສຶກສາທິການ ແລະ ກິລາແຂວງຫົວພັນຫວັງສ້າງປະຫວັດສາດຄວ້າແຊ້ມບານເຕະຊິງຂັນເຈົ້າແຂວງ

Published on

ທີມບານເຕະຊາຍ ສຶກສາທິການ ແລະ ກີລາແຂວງຫົວພັນ (ສກຂ) ຫວັງສ້າງປະຫວັດສາດຄວ້າແຊ້ມ ບານເຕະຊີງຂັນເຈົ້າແຂວງຫົວພັນ ປະຈໍາປີ 2015 ໃຫ້ໄດ້ ຫຼັງສະແດງຟອມຢ່າງໂດດເດັ່ນ ທັງທີ່ຫາກໍ່ເຂົ້າຮ່ວມການແຂ່ງຂັນບານເຕະຊີງຂັນເຈົ້າແຂວງໆຫົວພັນຄັ້ງທໍາອິດ ແຕ່ສ້າງຜົນງານໄດ້ຢ່າງໂດດເດັ່ນເຖິງວ່າຈະເປັນນ້ອງໃໝ່ ໄລ່ຖະຫຼົ່ມ ບັກຊາ ເອຟຊີ 7-0 ໃນຮອບຮອງຊະນະເລີດ ເມື່ອທ້າຍເດືອນມິຖຸນາທີ່ຜ່ານມາ ຜ່ານເຂົ້າຮອບຊີງຊະນະເລີດ ພົບກັບ ໄຟຟ້າລາວ.

ການແຂ່ງຂັນບານເຕະຊາຍ ຊີງຂັນເຈົ້າແຂວງໆຫົວພັນ ປະຈໍາປີ 2015 ເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງໆຫົວພັນ ຄັ້ງທີ IX ທີ່ກຽມຈະເປີດສາກຂຶ້ນໃນເດືອນກໍລະກົດນີ້ ໂດຍມີ 14 ທີມເຂົ້າຮ່ວມໃນທົ່ວແຂວງຫົວພັນ, ແບ່ງອອກເປັນ 4 ກຸ່ມ ຜ່ານການແຂ່ງຂັນຕັ້ງແຕ່ວັນທີ 20 ພືດສະພາທີ່ຜ່ານມາ ຈົນເຖິງທ້າຍເດືອນມິຖຸນາທີ່ຜ່ານມາ ປະກົດວ່າ: ສສກ ແຂວງຫົວພັນ ເຂົ້າຮອບຊີງຊະນະເລີດກັບ ໄຟຟ້າລາວ.
ໂດຍ ສກຂ ແຂວງຫົວພັນ ສ້າງຜົນງານຢ່າງໂດດເດັ່ນທັງຮອບແບ່ງກຸ່ມ ແລະ ຮອບ 8 ທີມສຸດທ້າຍ ຈົນຜ່ານເຂົ້າຮອບ 4 ທີມສຸດທ້າຍພົບກັບ ບັກຊາ ເອຟຊີ ເຊິ່ງກໍ່ສາມາດໄລ່ຖະຫຼົ່ມທີມດັ່ງກ່າວເຖິງ 7-0 ເມື່ອທ້າຍເດືອນມິຖຸນາທີ່ຜ່ານມາ ເຮັດໃຫ້ຜ່ານເຂົ້າຮອບຊີງຊະນະເລີດເປັນຄັ້ງປະຫວັດສາດຂອງບານເຕະດັ່ງກ່າວ ໂດຍຈະໄປພົບກັບ ໄຟຟ້າລາວ ແຊ້ມເກົ່າ 2 ສະໄໝ ທີ່ເອົາຊະນະ ໂຍທາທິການ 1-0 ໃນຮອບ 4 ທີມທີ່ຜ່ານ.
ຈາກເຫດການດັ່ງກ່າວ ທ່ານ ສີສົມສັກ ຜູ້ຮັກສາປະຕູຂອງທີມ ສກຂ ແຂວງຫົວພັນ ກ່າວວ່າ: ຜ່ານການແຂ່ງຂັນຈາກຫຼາຍນັດທີ່ຜ່ານ ເຮັດໃຫ້ພວກເຮົາໝັ້ນໃຈຫຼາຍຂຶ້ນ ໂດຍສະເພາະນັດທີ່ຖະຫຼົ່ມ ບັກຊາ ເອຟຊີ 7-0 ເຊິ່ງນັດຊີງຊະນະເລີດນີ້ແນ່ນອນມັນມີຄວາມທ້າທາຍຫຼາຍຢ່າງ ເປັນຕົ້ນກໍ່ແມ່ນທີມຂອງພວກເຮົາຍັງເປັນທີມນ້ອງໃໝ່ ແລະ ນັກເຕະກໍ່ໜຸ່ມໜ້ອຍ ຫາກໍ່ເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວນີ້ເປັນຄັ້ງທໍາອິດ ຂະນະທີ່ ໄຟຟ້າລາວ ເປັນທີມທີ່ເຂົ້າຮ່ວມມາຕັ້ງແຕ່ເລີ່ມຈັດການແຂ່ງຂັນປະມານປີ 2000 ທີ່ຜ່ານມາ ຢ່າງໃດກໍ່ຕາມ ພວກເຮົາມີຄວາມໝັ້ນໃຈສຸດ ແລະ ຕັ້ງເປົ້າຄວ້າແຊ້ມຄັ້ງປະຫວັດສາດໃຫ້ໄດ້.
ສຳລັບນັດຊີງຊະນະເລີດນັ້ນແມ່ນຍັງບໍ່ທັນກຳນົດໄດ້ເທື່ອ ເພາະວ່າກອງປະຊຸມອົງຄະນະພັກແຂວງຫົວພັນ ຄັ້ງທີ IX ມີການເລື່ອນເວລາເປີດກອງປະຊຸມ, ສະນັ້ນໃນຮອບຊີງຊະນະເລີດແມ່ນຈະລໍຖ້າຊີງໃສ່ມື້ສຳເລັດກອງປະຊຸມດັ່ງກ່າວ ສ່ວນນັດຊີງອັນດັບທີ 3 ແມ່ນຈະແຂ່ງຂັນໃສ່ມື້ເປີດກອງປະຊູມດັ່ງກ່າວ ເຊິ່ງຄາດວ່າຈະເລີ່ມເປີດສາກໃນກາງເດືອນກໍລະກົດນີ້

11705300_1627959254157872_1130002655814283475_n

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...