Homeຂ່າວການພັດທະນາລັດຖະບານລາວ ຢືນຢັນຈະສືບຕໍ່ດໍາເນີນ ການກໍ່ສ້າງເສັ້ນທາງລົດໄຟ ລະຫວ່າງຈີນ-ລາວ!

ລັດຖະບານລາວ ຢືນຢັນຈະສືບຕໍ່ດໍາເນີນ ການກໍ່ສ້າງເສັ້ນທາງລົດໄຟ ລະຫວ່າງຈີນ-ລາວ!

Published on

image

ຂປລ. ລັດຖະບານລາວ ຢືນຢັນລະຫວ່າງ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 8 ກໍລະກົດ 2015 ນີ້ວ່າຈະສືບຕໍ່ດໍາເນີນ ການກໍ່ສ້າງໂຄງການ ເສັ້ນທາງລົດຈາກ ສປ ຈີນ ຫາ ສປປ ລາວ ຕາມແຜນເກົ່າທີ່ມີຢູ່ ໃນໄລຍະຜ່ານມາໂດຍບໍ່ປ່ຽນແປງ ແຕ່ຍັງບໍ່ມີການເປີດເຜີຍວັນເວລາ ຂອງການລົງມືກໍ່ສ້າງລະອຽດ ຂະນະທີ່ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​​ໄດ້​ຍົກ​ຫລາຍ​ປະ​ເດັນ​ຂຶ້ນ ຢູ່​ກອງ​ປະຊຸມ​ດັ່ງກ່າວ​​ ຢ່າງ​ກົງ​ໄປ​ກົງ​ມາ ​ເພື່ອ​ເປັນ​ການ​ປະກອບສ່ວນ​​ເຂົ້າ​ໃນ​ການຈັດ​ຕັ້ງ​ ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ, ຄວາມ​ເຂົ້າ​ໃຈ ​ແລະ ນະ​ໂຍບາຍ​ຕ່າງໆ​ ເຂົ້າ​ໃນ​ການ​ພັດທະນາ ​ແລະ ສ້າງສາ​ປະ​ເທດ ​ໃຫ້ຈະ​ເລີ່ນ​ຮຸ່ງ​​ເຮືອງ​ຂຶ້ນ​ເປັນ​ກ້າວໆ ​ບົນ​ພື້ນຖານ​ຄຸນ​ນະພາ​ບ, ​ຄວາມ​ວ່ອງ​ໄວ,ຮັດກຸມ, ຖືກຕ້ອງ, ລະອຽດ ​ແລະ ໂປ່​ງ​ໃສ.

​​ ໃນ​ໂອກາດ​ດັ່ງກ່າວ​ນີ້ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນໍາ​ວຽກ​ງານ​​ເສດຖະກິດການ​ຜະລິດ ​ແລະ ຈໍລະ​ຈອນ​​ ກໍໄດ້​ຕອບ​ຂໍ້​ຊັກ​ຖາມຂອງ​ບັນດາສະມາຊິກ​ ໃນ​ບາງ​ດ້ານ​​ເຊັ່ນ:  ພາຍໃນ​ປີ 2018 ສປປ ລາວ​ຈະ​ຍົກ​ເລີກ​ອັດຕາ​ພາສີ ​ນໍາ​ເຂົ້າ​ສິນ​ຄ້າຈາກ​ຕ່າງປະ​ເທດ;  ຮຽກຮ້ອງ​ໃຫ້ບັນດາ​ສະມາຊິກ​ ສະພາ​ແຫ່ງ​ຊາດ​ເອົາ​ໃຈ​ໃສ່ ​ແລະ ຊ່ວຍ​ຄິດ​ເພື່ອ​ຊອກ​ຫາ​ຈຸດ​ບົ່ມ​ຊ້ອນ​ ໃນ​ແຕ່ລະ​ຂົງ​ເຂດ​ໃຫ້​ຈະ​ແຈ້ງ ​ໂດຍ​ສະ​ເພາະ​ ເຮັດ​ແນວ​ໃດ​ຈະ​ເຮັດ​ໃຫ້​ ຕົ້ນ​ການ​ຜະລິດ​ຂອງ​ປະຊາຊົນ ​ແລະ ຜູ້​ປະກອບ​ການ​ຕໍ່າ ​ເຊິ່ງ​ສາມາດ​ແຂ່ງຂັນ​ໄດ້; ຄຸນ​ນະພາ​ບການ​ບໍລິການ​ທ່ອງ​ທ່ຽວ ​ແລະ ການ​ຄ້າ​ ບໍ່​ຄວນ​​​ເກັບແພງ​​ເກີນ​ໄປ​ ໃຫ້​ຢູ່​ສົມ​ເຫດ​ສົມ​ຜົນ; ການ​ຜະລິດ​ເປັນ​ສິນຄ້າ​ ຕ້ອງ​ເບິ່ງ​ຈຸດ​ໄດ້​ປຽບ ​ແລະ ​ເສຍ​ປຽບຢ່າງ​ລະອຽດ; ຕ້ອງ​ເອົາ​ໃຈ​ໃສ່ ​ແລະ ຊອກ​ຫາ​ວິທີ​ປາບ​ສັດຕູ​ພືດ​ ໂດຍ​ສະ​ເພາະ ​ບັນຫາ​ຕັກ​ແຕນ​ບຸກລຸກ​ເນື້ອ​ທີ່ການ​ຜະລິດ​ ຂອງ​ປະຊາຊົນ​ຢູ່​ແຂວງ​ຫລວງ​ພະ​ບາງ ​ແລະ ພວມ​ຂະຫຍາຍ​ໄປ​ ແຂວງ​ຫົວພັນ​ທັນ​​ເຫດການ; ຕ້ອງ​ເບິ່ງ​ຄືນ​ເປົ້າໝາຍ​ ການ​ເພີ່ມ​ເນື້ອ​ທີ່​ປົກ​ຫຸ້ມ​ປ່າ​ໄມ້​ສີ​ຂຽວ ພາຍ​ໃນປີ 2020 ​ໃຫ້​ໄດ້ 70% ​ໂດຍ​ເນັ້ນ​ໃຫ້​ເອົາ​ໃຈ​ໃສ່ ​ບົວ​ລະ​ບັດ​ຮັກສາ ​ແລະ ຕິດຕາມ​ຄັກ​ແນ່, ​ເລັ່ງ​ແກ້​ໄຂ​ບັນຫາ​ຫຍໍ້​ທໍ້​ຮີບ​ດ່ວນ ​ໂດຍ​ສະ​ເພາະ​ຢາ​ເສບ​ຕິດ, ຂີ້ລັກ​ງັດ​ແງະ​ປຸ້ນ​ຈີ້ ​ແລະ ບັນຫາ​ອື່ນໆ ​​ໂດຍ​ມີ​ການ​ປະສົບ​ສົມທົບ ​ແລະ ປຶກສາ​ຫາລື​ຮ່ວມ​ກັນ​ລະອຽດ; ລັດຖະບານ​ລາວ ​ຢືນຢັນ​ຈຸດ​ເດີມ​​ຈະ​ສືບ​ຕໍ່​ກໍ່ສ້າງ​ ເສັ້ນທາງ​ລົດ​ໄຟ​ຈາກ ສປ ຈີນ ຫາ ສປປ ລາວ​ໂດຍ​ຈະ​ຢືດຖື​ເອົາ​ແລວທາງ​ເກົ່າ​​ ທີ່​ສໍາ​ຫລວດ​ຜ່ານ​ມາ​ ສ່ວນ​ວັນ​ເວລາ​ລົງ​ມື​ກໍ່ສ້າງ​ນັ້ນ​ ຈະ​ແຈ້ງ​ຕາມ​ຫລັງ​ເພາະ​ຍັງ​ມີ​ການ​ຄິດ​ໄລ່​ ບາງ​ຂອດ​ໃຫ້​ມີ​ຄວາມ​ຈະ​ແຈ້ງ​ຂຶ້ນ​ຕື່ມ; ​ແລະ ບັນຫາ​ອື່ນໆ.

ພ້ອມ​ນີ້ ບັນດາ​ສະມາຊິກ​ສະພາ​ບາງ​ທ່ານ​ ກໍ​ໄດ້​ຍົກ​ບາງ​ບັນຫາ​ມີ​ດັ່ງ​ນີ້: 2 ປີຜ່ານມາ ລັດຖະບານ​ຫ້າມ​ບໍ່​​ໃຫ້​ຂຸດ​ຄົ້ນ ​ແລະ ຕັດ​ໄມ້​ແບບ​ຊະຊາຍ ​ເພື່ອ​ເປັນ​ສິນຄ້າ​​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ​ແຕ່​ບັນຫາ​ນັ້ນ​ ຍັງ​ເຫັນ​ວ່າ​​ການ​ລັກລອບ​ຂຸດ​ຄົ້ນ​ໄມ້ ​ແລະ ​ຂາຍໄມ້​ເຖື່ອນ​ ໃນ​ບາງ​ແຂວງຍັງປະກົດ​ມີ​ ດ້ວຍ​ເຫດ​ດັ່ງກ່າວ​ ຂໍ​ໃຫ້​​ໃຊ້​ມາດ​ຕະການ​ເດັດຂາດ; ການ​ຄຸ້ມ​ຄອງ​ງົບປະມານ​ຂອງ​ລັດ​ ຍັງ​ບໍ່ ​ມີ​ກົນ​ໄກ​ຈະ​ແຈ້ງ ​ແລະ ຮັດກຸມ​ເຮັດ​ໃຫ້ການ​ເກັບ​ລາຍ​ບໍ່​ໄດ້​ຕາມ​ແຜນ; ການ​ຕັດ​ໄມ້​ຂາຍ​ຈໍານວນ​ໜຶ່ງ​ ຍັງ​ບໍ່​ເຫັນ​ລາຍ​ຮັບ​ຄັກ​ແນ່ ​ໝາຍວ່າ​ລາຍ​ຮັບ​ເຂົ້າ​ງົບປະ​ມາ​ນລັດ​ຍັງ​ມີ​ໜ້ອຍ ສະ​ນັ້ນ​ ການຂາຍ​ໄມ້​ຄວນ​ປະມູນ ​ເປັນ​ຈຸດ​ລວມສູນ​ບ່ອນ​ດຽວ ​ໂດຍ​ມີ​ລັກສະນະ​ເອກະ​ພາບ​ຄັກ​ແນ່ ​ແລະ ບໍ່​ຄວນ​ປະ​ມູນ​ຂາຍ​ແບບ​ຊະຊາຍ; ໃຫ້​ເບິ່ງ​ຄືນ ​ແລະ  ​ ແກ້​ໄຂ​ບັນຫາ​ແຮງ​ງານ​ຕ່າງ​ດ້າວ​ ເຂົ້າ​ມາຊອກ​ວຽກ​ເຮັດ​ງານ​ທໍາ​ ແບບ​ເລື່ອນລອຍ ​ແລະ ສວຍ​ໂອກາດ​ຍາດ​ອາຊີບ​ ສະຫງວນ​ຂອງ​ຄົນລາ​ວ​ ​ໃນ​ນັ້ນ​ມີ​ບາງ​ຄົນ​ບໍ່​ຢາກ​ກັບ​ບ້ານ​ເກີດ​ ໝາຍວ່າ​ຕ້ອງການ​ຢາກ​ຢູ່​ເລີຍ ​ເຊິ່ງບັນຫາ​ເຫລົ່າ​ນັ້ນ​ ຄວນ​ໄດ້​ຮັບ​ການ​ແກ້​ໄຂໃຫ້​ເປັນ​ຮູບ​ປະ​ທໍາ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...